ວັນນີ້ ພົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມອີກ 6 ຄົນ

    ທ່ານ ນາງ ພອນປະເສິດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 21 ພະຈິກ 2021ວ່າ: ວັນທີ 20 ພະຈິກ ໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ…

ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານເສດຖະກິດ

    ວັນທີ 19 ພະຈິກ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມພົບປະທາງໄກ ລະຫວ່າງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮ່ວມມກັບທ່ານ…

ວຽນທຽນບຸນນະມັດສະການພະທາດຫຼວງວຽງຈັນ ຮັກສາໄດ້ຮີດຄອງປະເພນີທີ່ເຄີຍສືບທອດກັນມາ

    ການວຽນທຽນໃນງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນປະເພນີທາງສາສະໜາທີ່ມີຄວາມສໍາຄັນ ແລະ ສືບທອດກັນມາແຕ່ບັນພະບູລຸດຈົນເຖິງປັດຈຸບັນ ເພື່ອສ້າງຄວາມເຫຼື້ອມໃສ ສັດທາໃນພະພຸດທະສາສະໜາ ພ້ອມທັງເປັນການບູຊາ ແລະ ລະນຶກເຖິງພະລັດຕະນະໄຕ ກໍຄືປູສະນີຍະສະຖານພະທາດຫຼວງວຽງຈັນອັນເກົ່າແກ່ ທີ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເວົ້າສະເພາະ ຊາວນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ການເຄົາລົບນັບຖືບູຊາມາແຕ່ດົນນານ ເຊິ່ງໃນແຕ່ລະປີ ພາຍຫຼັງທີ່ມີການຄົບງັນຮອດມື້ສຸດທ້າຍແລ້ວ…

ລາວ ​ອິນ​ເຕີຄລີ​ນິກ​ ຈັດ​ກິດຈະກຳ​ກວດ​ສຸຂະພາບ​​​ບໍ່​ເສຍ​ຄ່າ

    ຫ້ອງກວດພະຍາດ ລາວ ອິນເຕີຄລີນິກ ຕັ້ງຢູ່ຖະໜົນມິດຕະພາບ ລາວ-ໄທ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳບໍລິການກວດສຸຂະພາບ 32 ຢ່າງ ໃຫ້ເອື້ອຍນ້ອງແມ່ຍິງລາວ​ບັນດາ​ເຜົ່າໂດຍບໍ່ເສຍຄ່າ​ໃນ​ວັນ​ທີ 20-25 ພະຈິກ 2021 ​ເພື່ອ​ເປັນ​ການ​ຊົມ​ເຊີຍ​ຜົນສຳ​ເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ…

ຮັບຮອງເອົາຖະແຫຼງການລັດຖະມົນຕີຄັ້ງທີ 2 ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸທົດສະວັດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ

    ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຄັ້ງທີ 2 ວ່າດ້ວຍວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ (ກອງປະຊຸມທາງໄກ) ວັນທີ 19 ພະຈິກ 2021 ນຳໂດຍທ່ານ…

LRIMS ເປີດນໍາໃຊ້ໃນສາທາລະນະ ໃຫ້ທຸກຄົນໄດ້ນໍາໃຊ້ຂໍ້ມູນທີ່ດີກວ່າ

    ການເຂົ້າເຖິງຂໍ້ມູນການປ່ຽນແປງດິນຟ້າອາກາດ ແມ່ນເປັນສິ່ງຈຳເປັນທີ່ສຸດ ສຳລັບການວາງແຜນວຽກງານກະສິກຳ ແລະ ປ່າໄມ້ໃນອະນາຄົດ ທ່າມກາງສະພາບການປ່ຽນແປງດິນຟ້າອາກາດ ຂີດຄວາມສາມາດຂອງ ສປປ ລາວ ໃນການສ້າງຂໍ້ມູນແວດລ້ອມກະສິກຳ ແມ່ນໄດ້ເພີ່ມຂຶ້ນຢ່າງຊັດເຈນ ໃນໄລຍະ 2-3 ປີມານີ້ ບັນດາແຜນທີ່ທີ່ສ້າງຂື້ນໃໜ່…

ເປີດໂອກາດໃຫ້ຜູ້ຄອບຄອງພາຫະນະແບບບໍ່ຖືກຕ້ອງ ເຂົ້າແຈ້ງເສຍພາສີ ໂດຍບໍ່ປັບໃໝ

    ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ເລກທີ 20/ນຍ ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ຄຳແນະນຳເລກທີ…

ເຢຍລະມັນ ເພີ່ມທຶນ 1,45 ລ້ານເອີໂຣ ໃຫ້ ຄມສ

    ປະເທດເຢຍລະມັນ ກໍາລັງຈັດສັນທຶນເພີ່ມ 1,45 ລ້ານເອີໂຣ ໃຫ້ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ເພື່ອແກ້ໄຂບັນຫາທ້າທາຍດ້ານການພັດທະນາ ແລະ ດ້ານການຄຸ້ມຄອງໃນເຂດອ່າງແມ່ນໍ້າຂອງຕອນລຸ່ມ ເຊິ່ງທຶນເພີ່ມຕື່ມນີ້ ຈະສະໜັບສະໜູນການຮ່ວມມືດ້ານວິຊາການໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງ ຄມສ ສໍາລັບປີ 2021-2025 ແລະ ເປັນການປະກອບສ່ວນເພີ່ມເຕີມ…

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ປິດລົງດ້ວຍຜົນສໍາເລັດ

    ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ວັນທີ 19 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ມີທ່ານ…

error: Content is protected !!