ລັດວິສາຫະກິດຫວຍພັດທະນາອຸປະຖໍາສູນເສຍອົງຄະພິເສດ 790

    ວັນທີ 3 ທັນວາ 2021 ບໍລິສັດລັດ ວິສາຫະກິດຫວຍພັດທະນາ ກະຊວງການເງິນ ໄດ້ປະກອບສ່ວນອຸປະຖຳເຄື່ອງໃຊ້ຫ້ອງການ ຜ້າຫົ່ມ ແລະ ອຸປະກອນຕ້ານພະຍາດໂຄວິດ-19 ໃຫ້ແກ່ສູນເສຍອົງຄະພິເສດ 790 ກະຊວງປ້ອງກັນປະເທດ ເພື່ອຮັບໃຊ້ໃນວຽກງານບໍລິຫານຫ້ອງການພາຍໃນສູນ ລວມມູນຄ່າ 45.995.000 ກີບ ກ່າວມອບໂດຍ ທ່ານ ສົມບູນ ອິນທະປັດຖາ ຄະນະປະຈໍາພັກກະຊວງການເງິນ ຫົວໜ້າຫ້ອງການກະຊວງການເງິນ ປະທານສະພາບໍລິຫານ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ຕາງໜ້າຮັບໂດຍ ທ່ານ ພັທ ບຸນມີ ອິນທະວົງ ຫົວໜ້າກົມການເມືອງສູນ 790.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!