ປະຊາຊົນບ້ານດົງໝາກໄຟ ໄດ້ຮັບການຊ່ວຍເຫຼືອ ພາຍຫຼັງຖືກກະທົບຈາກໄພນໍ້າຖ້ວມ

ສະຫວັນນະເຂດຖືວ່າເປັນອີກແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນລະດູຝົນປີ 2026 ຜ່ານມາ ມີພໍ່ແມ່ ປະຊາ ຊົນໄດ້ຮັບຜົນກະທົບເຖິງ 15.000 ຄົນ ຂະນະທີ່ລັດຖະບານເລັ່ງເຂົ້າມາໃຫ້ການຊ່ວຍເຫຼືອ ແລະ ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນເພື່ຶຮັບມືກັບໄພພິບັດ.

ເມື່ອອາທິດຜ່ານມາ ອົງການອາຫານໂລກ ໂດຍການປະສານສົມ ທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນໍາເງິນໄປມອບໃຫ້ກັບປະຊາຊົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດເປັນຈໍານວນຫຼາຍກວ່າ 19,26 ຕື້ກີບ ເຊິ່ງທຶນຊ່ວຍເຫຼືອຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກ ລັດຖະບານສະຫະລັດອາເມລິກາ.

error: Content is protected !!