ສປປ ລາວ ຍັງກວດພົບຜູ້ຕິດເຊື້ອໂຄວິດເພີ່ມ 1.378 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 7 ທັນວາ  2021 ຢູ່ກະຊວງສາທາລະສຸກວ່າ: ວັນທີ 6 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.793 ຕົວຢ່າງ ຜົນວິໄຈກວດພົບເຊື້ອໂຄວິດ-19 ເພີ່ມໃໝ່ທັງໝົດ 1.378 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 1.372 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ  ສຳລັບຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊື້ອພາຍໃນຈຳນວນດັ່ງກ່າວ ມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ ຕິດເຊື້ອທັງໝົດ 562 ຄົນ ຈາກ 192 ບ້ານ ໃນ 9 ເມືອງຄື: ເມືອງຈັນທະບູລີ  17 ບ້ານ 58 ຄົນ ເມືອງສີໂຄດຕະບອງ 40 ບ້ານ 110 ຄົນ ເມືອງໄຊເສດຖາ  31 ບ້ານ 119 ຄົນ ເມືອງສີສັດຕະນາກ ມີ 21 ບ້ານ 74 ຄົນ ເມືອງ ນາຊາຍທອງ 16 ບ້ານ 28 ຄົນ ເມືອງໄຊທານີ 34 ບ້ານ 103 ຄົນ ເມືອງຫາດຊາຍຟອງ ມີ 25 ບ້ານ 46 ຄົນ ເມືອງ ປາກງື່ມ  3 ບ້ານ 3 ຄົນ ເມືອງ ສັງທອງ  5 ບ້ານ 6 ຄົນ ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ.
  • ການຕິດເຊື້ອຢູ່ແຂວງວຽງຈັນມີ 238 ຄົນ
  • ແຂວງ ຊຽງຂວາງ  101 ຄົນ
  • ແຂວງ ຫຼວງພະບາງ  71 ຄົນ 28 ບ້ານ ໃນ 5 ເມືອງ
  • ແຂວງ ບໍ່ແກ້ວ  69 ຄົນ  22 ບ້ານ ໃນ 3 ເມືອງ
  • ແຂວງ ຫຼວງນໍ້າທາ   59 ຄົນ  24 ບ້ານ ໃນ 3 ເມືອງ
  • ແຂວງ ໄຊສົມບູນ ມີ  44 ຄົນ 6 ບ້ານ ໃນ 4 ເມືອງ
  • ແຂວງ ບໍລິຄຳໄຊ  32 ຄົນ  18 ບ້ານ ໃນ 6 ເມືອງ
  • ແຂວງ ຫົວພັນ 31  ຄົນ  18 ບ້ານ ໃນ 6 ເມືອງ
  • ແຂວງ ຄຳມ່ວນ 30 ຄົນ  7 ບ້ານ ໃນ 2 ເມືອງ
  • ແຂວງ ໄຊຍະບູລີ  29 ຄົນ  7 ບ້ານ ໃນ 3 ເມືອງ      
  • ແຂວງ ສະຫວັນນະເຂດ 25 ຄົນ  14 ບ້ານ ໃນ 6 ເມືອງ        
  • ແຂວງ ຈຳປາສັກ  22 ຄົນ  10 ບ້ານ ໃນ 4 ເມືອງ
  • ແຂວງ ອຸດົມໄຊ  21 ຄົນ  11 ບ້ານ ໃນ 4 ເມືອງ
  • ແຂວງ ສາລະວັນ  17  ຄົນ  8 ບ້ານ ໃນ 3 ເມືອງ
  • ແຂວງ ອັດຕະປື ມີ 13  ຄົນ 6 ບ້ານ ໃນ 4 ເມືອງ      
  • ແຂວງ ເຊກອງ  11 ຄົນ  3 ບ້ານ ໃນ 1 ເມືອງ
  • ແຂວງ ຜົ້ງສາລີ ມີ 3 ຄົນ 2 ບ້ານ ໃນ 1 ເມືອງ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 6 ຄົນ (5 ຄົນຢູ່ນະຄອນຫຼວງວຽງຈັນ ແລະ 1 ຄົນຢູ່ສະຫວັນນະເຂດ) ມາຮອດວັນທີ 7 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 82.082 ຄົນ ເສຍຊີວິດສະສົມ 214 ຄົນ (ໃໝ່ 4) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 6 ທັນວາຜ່ານມາ 664 ຄົນ ແລະ ກໍາລັງປິ່ນປົວ 12.059 ຄົນ.

     ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ 4 ຄົນຄື:

  • ຜູ້ທີ 1 ເພດຊາຍ ອາຍຸ 46  ປີ ບ້ານ ໂພນໝີໃຕ້ ເມືອງ ວຽງຄຳ ແຂວງ ວຽງຈັນ ມີພະຍາດປະຈໍາຕົວ: ເບົາຫວານ ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ຟອກເລືອດ 2 ຄັ້ງຕໍ່ອາທິດ
  • ຜູ້ທີ 2 ເພດຊາຍ 42 ປີ ບ້ານທາດເມືອງ ເມືອງຊໍາເໜຶອ ແຂວງຫົວພັນ ພະຍາດປະຈໍາຕົວ: ເບົາຫວານ ກິນຢາບໍ່ປົກກະຕິ ມີປະຫວັດໄອຊໍ້າເຮື້ອ ຫົວໃຈໃຫຍ່ ມີປະຫວັດມີນໍ້າຢູ່ຕີນປອດ ຄົນເຈັບບໍ່ໄດ້ຮັບການ ສັກຢາປ້ອງກັນພະຍາດໂຄວິດ-19
  • ຜູ້ທີ 3 ເພດຍິງ ອາຍຸ  87  ປີ ບ້ານ ສີຊົມຊື່ນ ເມືອງ ຫີນບູນ ແຂວງ ຄຳມ່ວນ ຄົນເຈັບມີພະຍາດປະຈຳ ຕົວເປັນ: ຄວາມດັນເລືອດ ເບົາຫວານ ໄຂມັນເສັ້ນເລືອດ ກີນຢາປະຈຳ ຄົນເຈັບບໍ່ໄດ້ຮັບການສັກຢາວັກ ຊີນປ້ອງກັນພະຍາດໂຄວິດ-19
  • ຜູ້ທີ 4 ເພດຊາຍ ອາຍຸ 60 ປີ ບ້ານຢູ່ປັດຈຸບັນ: ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນ ແຂວງສະ ຫັວນນະເຂດ ພະຍາດປະຈໍາຕົວ: ເບົາຫວານ ໄຂ່ຫຼັງຊຸດໂຊມ ຫຼ່ອຍເຄິ່ງຊິກມາດົນ ໄດ້ສັກຢາກັນພະ ຍາດປ້ອງກັນພະຍາດໂຄວິດ-19 ຄົບ.ຜຜ

# ຂ່າວ & ພາບ :  ລັດເວລາ

error: Content is protected !!