ປະທານສະພາແຫ່ງຊາດ ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ​ ສສ ຫວຽດນາມ

    ໂດຍຕອບສະໜອງຕາມຄໍາເຊີນຂອງສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໃນວັນຈັນ 6 ທັນວາ 2021 ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ສປປ ລາວ ໄດ້ເດີນທາງດ້ວຍຖ້ຽວບິນພິເສດ ເພື່ອຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ.

    ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ຫໍສະພາແຫ່ງຊາດບ່າດິງ ໂດຍການຕ້ອນຮັບຈາກສະຫາຍ ເວືອງ ດິງ ເຫວະ ພ້ອມດ້ວຍພັນລະຍາ ແລະ ຄະນະ ຫຼັງຈາກນັ້ນ ໄດ້ມີການພົບປະສອງຝ່າຍ ລະຫວ່າງສອງປະທານສະພາແຫ່ງຊາດ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍສະຫາຍ ໄຊສົມພອນ ພົມວິຫານ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະທານສະພາແຫ່ງຊາດລາວ ພ້ອມ​ຄະ​ນະ ແລະ ຝ່າຍ​ຫວຽດ​ນາມ ນຳ​ໂດຍ ສະຫາຍ ເວືອງ ດິງ ເຫວະ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະ​ທານ​ສະ​ພາ​ແຫ່ງ​ຊາດແຫ່ງ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ.

    ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ພ້ອມກັນຕີລາຄາຄືນ ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນແມ່ນການປັບປຸງບົດບັນທຶກການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ເຊິ່ງຈະໝົດອາຍຸໃນປີ 2022 ການສ້າງກິດຈະກໍາສະເຫຼີມສະຫຼອງສອງວັນປະຫວັດສາດ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022 ການແລກປ່ຽນບົດຮຽນໃນການຄຸ້ມຄອງບໍລິຫານ ແລະ ການປົກປັກຮັກສາອາຄານຫໍສະພາແຫ່ງຊາດ ການປະເມີນຜົນການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງບຸຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ບຸຄະລາກອນທີ່ສະພາແຫ່ງຊາດຮັບຮອງເອົາການແຕ່ງຕັ້ງ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ໃນໂຄງການພັດທະນາເສດຖະກິດ-ສັງຄົມ ການລົງທຶນພາຍໃນ ແລະ ຕ່າງປະເທດ ການແລກປ່ຽນບົດຮຽນກ່ຽວກັບການຊີ້ນໍາ-ນໍາພາ ແລະ ຄຸ້ມຄອງຂອງອົງຄະນະພັກ ສະພາແຫ່ງຊາດປຶກສາຫາລືກ່ຽວກັບການສ້າງແຜນການຊຸກຍູ້ ແລະ ລົງຕິດຕາມກວດກາຮ່ວມກັນ ໃນຫົວຂໍ້ໃດໜຶ່ງທີ່ສອງຝ່າຍມີຄວາມສົນໃຈ ພ້ອມນີ້ ສືບຕໍ່ປຶກສາຫາລືກ່ຽວກັບການຍ້ອງຍໍບຸກຄົນ ແລະ ກົມກອງຂອງຝ່າຍຫວຽດນາມ ທີ່ມີຜົນງານດີເດັ່ນໃນການປຸກສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່.

    ພາຍຫລັງການພົບປະສອງຝ່າຍ ສະຫາຍປະທານສະພາແຫ່ງຊາດຍັງໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງສອງສະພາແຫ່ງຊາດ ກ່ຽວກັບການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ ການນໍາໃຊ້ບັນດາຂໍ້ກໍານົດຂອງກົດໝາຍເຂົ້າໃນການຜັນຂະຫຍາຍບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ.

    ໃນຕອນບ່າຍຂອງວັນດຽວກັນ ສະຫາຍປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ຢ້ຽມຢາມພົບປະສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືທິດທາງໃນການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດນາມອ້າຍນ້ອງ ພ້ອມລາຍງານໃຫ້ຊາບກ່ຽວກັບຜົນຂອງການພົບປະສອງຝ່າຍ ລະຫວ່າງສອງປະທານຂອງອົງການນິຕິບັນຍັດ.

    ໃນຕອນຄໍ່າວັນດຽວກັນ ສະຫາຍປະທານສະພາແຫ່ງຊາດລາວ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງສະຫາຍປະທານຄະນະມິດຕະພາບລັດຖະສະພາຫວຽດນາມ-ລາວ ຂອງສະພາແຫ່ງຊາດຫວຽດນາມ ແລະ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ.

error: Content is protected !!