ຈາກມື້ແຫ່ງຄວາມລຳບາກ ສູ່ຄວາມຫວັງຄັ້ງໃໝ່ ນ້ຳໃຈຊ່ວຍເຫຼືອຟື້ນຊີວິດຄອບຄົວປະສົບໄພນ້ຳຖ້ວມຢູ່ສະຫວັນນະເຂດ

ໂດຍ: ສ​.ແສງ​ງາມ

ແສງແດດຍາມເຊົ້າສ່ອງລົງມາຫຼັງຄາວັດບ້ານດົງໝາກໄຟ, ເມືອງໄຊບູລີ, ແຂວງສະຫວັນນະເຂດ. ສຽງນາຍ ບ້ານປະກາດຜ່ານໂທລະໂຄ່ງດັງກ້ອງໄປທົ່ວບ້ານ ແຈ້ງໃຫ້ປະຊາຊົນຜູ້ມີລາຍຊື່ເຂົ້າມາປະຊຸມຢູ່ວັດ ເພື່ອຮັບເງິນຊ່ວຍເຫຼືອຈາກອົງການອາຫານໂລກ.

ໃນເວລາ 9-10 ໂມງເຊົ້າ ບັນຍາກາດພາຍໃນວັດເລີ່ມຄຶກຄັກ. ປະຊາຊົນທັງຜູ້ເຖົ້າຜູ້ແກ່ ຄົນໜຸ່ມສາວ ຕ່າງພາກັນທະຍອຍເຂົ້າມາລວມຕົວຢູ່ຫໍແຈກວັດ. ບາງຄົນອູ້ມລູກ ບາງຄົນຈູງຫຼານມານຳ. ສຳລັບຫຼາຍຄອບຄົວ ມື້ນີ້ບໍ່ແມ່ນພຽງມື້ທີ່ມາຮັບເງິນຊ່ວຍເຫຼືອ ແຕ່ເປັນອີກມື້ໜຶ່ງທີ່ພວກເຂົາມີຄວາມຫວັງວ່າ ຊີວິດຫຼັງຜ່ານຜ່າໄພນ້ຳຖ້ວມຈະຄ່ອຍໆດີຂຶ້ນ.

ທ່າມກາງປະຊາຊົນທີ່ມາລໍຖ້າ ມີແມ່ຍິງສູງອາຍຸຄົນໜຶ່ງນັ່ງລົມກັບໝູ່ຢູ່​ເທິງຫໍແຈກ. ລາວໃສ່ເສື້ອລາຍດອກ ນຸ່ງສິ້ນແຕ້ມ ມີຜ້າແພພາດບ່າ ​ໃບໜ້າເຕັມ​ໄປດ້ວຍຮອຍຍິ້ມ ຂະນະທີ່ນັ່ງຂຽວໝາກພ້ອມກັບສົນທະນາຢ່າງເປັນກັນເອງ. ແມ່ຍິງ​ຄົນ​ນັ້​ນມີ​ນາມ​ວ່າ ແມ່ຕູ້ຫວັນ ອາຍຸ 67 ປີ ປະຊາຊົນບ້ານດົງໝາກໄຟ ອ​ີກ​ໜຶ່ງ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ.

ແມ່ຕູ້ຫວັນ ເລົ່າດ້ວຍຄວາມດີໃຈວ່າ ນີ້ແມ່ນມື້ທີ 2 ທີ່ແມ່ຕູ້ມາລໍຖ້າຮັບການຊ່ວຍເຫຼືອ ຫຼັງຈາກໄດ້ຍິນຂ່າວຜ່ານການປະກາດຂອງອຳນາດການປົກຄອງບ້ານ ແລະ ການປະຊຸມບ້ານ. ສຳລັບຄອບຄົວຂອງແມ່ຕູ້ ໄພນ້ຳຖ້ວມຄັ້ງນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກ ເພາະເນື້ອທີ່ນາປະມານ 1,5 ເຮັກຕາ ພ້ອມທັງຮົ້ວສວນ ຖືກນ້ຳຖ້ວມເສຍຫາຍທັງໝົດ.

ແມ່ຕູ້ຫວັນເລົ່າໃຫ້​ຟັງ​ວ່າ: “ນ້ຳຖ້ວມປີນີ້ຖ້ວມຫຼາຍຄັ້ງຕິດຕໍ່ກັນ ແກ່ຍາວເຖິງເດືອນກວ່າ ເຮັດໃຫ້ຊີວິດລຳບາກຫຼາຍ ໂດຍສະເພາະອາຫານການກິນແມ່ນຂາດແຄນ. ເຖິງວ່າພາກລັດຈະເຂົ້າມາຊ່ວຍເຫຼືອແລ້ວ ແຕ່ກໍຊ່ວຍໄດ້ພຽງສ່ວນໜຶ່ງ ເພາະມີປະຊາຊົນຈຳ​ນວນຫຼາຍຄອບຄົວທີ່ປະສົບບັນຫາ​ ແລະ ກໍ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ເຊັ່ນ​ກັ​ນ. ສະມາຊິກໃນຄອບຄົວຈຶ່ງຕ້ອງຊ່ວຍກັນຊອກຫາອາຫານມາປະທັງຊີວິດ,”

ຫຼັງຈາກນ້ຳບົກ​ແຫ້ງ ຄອບຄົວຂອງແມ່ຕູ້ກໍເລີ່ມຟື້ນຟູອາຊີບ ດ້ວຍການປູກຝັງ ແລະ ລ້ຽງສັດ ພ້ອມທັງກະກຽມເຮັດນາແຊງ. ເງິນຊ່ວຍເຫຼືອທີ່ໄດ້ຮັບໃນຄັ້ງນີ້ ຈຶ່ງເປັນທຶນສຳຄັນສຳລັບການຊື້ອາຫານ ການປິ່ນປົວພະຍາດ ແລະ ນຳໄປໃຊ້ໃນການຜະລິດ ລວມທັງເກັບອອມໄວ້ໃຊ້ໃນຍາມຈຳເປັນ.

ແມ່ຕູ້ຫວັນຍັງຝາກຄຳຂອບໃຈເຖິງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະອົງການອາຫານໂລກ ທີ່ໄດ້ຍື່ນມືເຂົ້າມາຊ່ວຍເຫຼືອໃນຍາມທີ່ປະຊາຊົນກຳລັງປະສົບຄວາມຫຍຸ້ງຍາກ ເພື່ອໃຫ້ຄອບຄົວຂອງຕົນ ແລະ ປະຊາຊົນພາຍໃນບ້ານສາມາດຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນ.

ບໍ່ໄກຈາກຈຸດທີ່ແມ່ຕູ້ຫວັນນັ່ງລໍຖ້າ ຍັງມີອີກໜຶ່ງຊີວິດທີ່ສະທ້ອນໃຫ້ເຫັນວ່າ ໄພພິບັດບໍ່ໄດ້ສ້າງພຽງຄວາມເສຍຫາຍຕໍ່ຊັບສິນ ແຕ່ຍັງຊ້ຳເຕີມຄວາມຫຍຸ້ງຍາກຂອງຜູ້ທີ່ມີຂໍ້ຈຳກັດໃນການດຳລົງຊີວິດ ນັ້ນ​ກໍ​ຄື​ຄວາ​ມ​ພິ​ການ​ທາງ​ດ້ານ​ຮ່າງ​ກາຍ.

ນາງ ພະວັນ ແກ້ວບຸນມີ ອາຍຸ 47 ປີ ປະຊາຊົນບ້ານດົງໝາກໄຟ ເປັນອີກຜູ້ໜຶ່ງທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ. ​ລ​າວເປັນຄົນພິການແຂນມາ​ແຕ່​ກຳ​ເນີດ, ຄອບຄົວມີ​ສະ​ມາ​ຊິກທັງໝົດ 3 ຄົນ. ໃນ​ໄລ​ຍະທີ່ນ້ຳຖ້ວມ ຄວາມຫຍຸ້ງ ຍາກຍິ່ງເພີ່ມຂຶ້ນ ເນື່ອງຈາກລ​າວບໍ່ສາມາດຊ່ວຍວຽກງານຕ່າງໆໃນຄອບຄົວໄດ້ຢ່າງເຕັມທີ່ ຈຶ່ງຕ້ອງອາໄສຜູ້ເປັນສາມີເປັນຫຼັກໃນການອອກໄປຊອກຫາອາຫານ.

ນາງ ພະວັນ ເລົ່າວ່າ: “ໃນໄລຍະນ້ຳຖ້ວມ ຄອບຄົວມີຄວາມລຳບາກຫຼາຍ ເພາະຕົນເອງເປັນຄົນພິການ ຈຶ່ງບໍ່ສາມາດຊ່ວຍຄອບຄົວໄດ້ເຕັມທີ່. ອາຫານການກິນກໍຕ້ອງຊື້ທັງໝົດ ໂດຍອາໄສຜົວເປັນຜູ້ອອກໄປຫາ. ເຖິງວ່າຈະໄດ້ຮັບການຊ່ວຍເຫຼືອຈາກທາງແຂວງໃນໄລຍະນັ້ນ ແຕ່ກໍຊ່ວຍບັນເທົາໄດ້ພຽງສ່ວນໜຶ່ງ,”

ສຳລັບເງິນຊ່ວຍເຫຼືອທີ່​ໄດ້​ຮ​ັບໃນຄັ້ງນີ້ ນາງ ພະວັນ ເຫັນວ່າ ເປັນການຊ່ວຍເຫຼືອທີ່ມີຄວາມໝາຍຕໍ່ຄອບຄົວຢ່າງຫຼາຍ. ລາວມີແຜນຈະນຳເງິນທີ່ໄດ້ຮັບໄປໝູນໃຊ້ພາຍໃນຄອບຄົວ ຕາມຄຳແນະນຳຂອງອຳນາດການປົກຄອງ ເພື່ອໃຫ້ເກີດປະໂຫຍດສູງສຸດ.

ສອງຊີວິດທີ່ແຕກຕ່າງກັນ ແຕ່ມີຄວາມຫວັງຄ້າຍຄືກັນ ຄືການຢາກໃຫ້ຄອບຄົວກັບມາມີຊີວິດທີ່ດີຂຶ້ນອີກຄັ້ງ. ເລື່ອງລາວຂອງທັງສອງຍັງສະທ້ອນໃຫ້ເຫັນວ່າ ສຳລັບຄອບຄົວຜູ້ປະສົບໄພ ເງິນຊ່ວຍເຫຼືອບໍ່ແມ່ນພຽງຕົວເລກ ແຕ່ເປັນໂອກາດໃນການຊື້ອາຫານ ຟື້ນຟູການຜະລິດ ແລະ ກັບມາດຳລົງຊີວິດຢ່າງມີຄວາມໝັ້ນຄົງ.

ທ່ານ ບຸນທະວີ ຈອມພະຈັນ ເລຂາພັກບ້ານດົງໝາກໄຟ ໃຫ້ຂໍ້ມູນວ່າ ໄພນ້ຳຖ້ວມໃນປີນີ້ໄດ້ເກີດຂຶ້ນຫຼາຍຄັ້ງ ແລະ ແກ່ຍາວເປັນເວລາ 1 ເດືອນກວ່າ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງໜັກ. ມີປະຊາຊົນ 185 ຄອບຄົວ ຈຳນວນ 1.027 ຄົນ ໄດ້ຮັບຜົນກະທົບ ຂະນະທີ່ເນື້ອທີ່ນາຖືກນ້ຳຖ້ວມ 180 ເຮັກຕາ.

ທ່ານກ່າວວ່າ: ຜົນກະທົບດັ່ງກ່າວບໍ່ໄດ້ຈຳກັດຢູ່ແຕ່ໃນໄລຍະທີ່ນ້ຳຖ້ວມ ແຕ່ຍັງສືບເນື່ອງມາຮອດໄລຍະນ້ຳບົກ​ແຫ້ງ. ຫຼາຍຄອບຄົວຕ້ອງອາໄສກຳລັງແຮງຂອງສະມາຊິກພາຍໃນຄອບຄົວເພື່ອປະຄອງຊີວິດໃຫ້ຜ່ານພົ້ນໄປແຕ່ລະ​ມື້ ສ່ວນການຊ່ວຍເຫຼືອຄັ້ງນີ້ ອຳນາດການປົກຄອງບ້ານໄດ້ແຈ້ງຂ່າວຜ່ານໂທລະໂຄ່ງ ແລະ ຊີ້ແຈງການນຳໃຊ້ເງິນໃຫ້ປະຊາ ຊົນຮັບຊາບ ໂດຍເນັ້ນໃສ່ການປັບປຸງຊີວິດການເປັນຢູ່ ການປິ່ນປົວສຸຂະພາບ ແລະ ການຟື້ນຟູການຜະລິດ.

ຕໍ່ສະພາບການດັ່ງກ່າວ ທ່ານ ມາກ-ອັງເດຣ ພຣອສ ຜູ້ອຳນວຍການອົງການອາຫານໂລກປະຈຳລາວ ກ່າວວ່າ: ການຊ່ວຍເຫຼືອຢູ່ແຂວງສະຫວັນນະເຂດຄັ້ງນີ້ ເປັນສ່ວນໜຶ່ງຂອງໂຄງການໄລຍະ 12 ເດືອນ ມູນຄ່າ 11 ລ້ານໂດລາສະຫະລັດ ທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດ ຜ່ານໂຄງການ U.S. Global Award ເພື່ອເສີມສ້າງຄວາມພ້ອມໃນການກຽມຮັບມືສະພາວະສຸກເສີນ ລະບົບເຕືອນໄພລ່ວງໜ້າ ແລະ ຂີດຄວາມສາມາດໃນການຮັບມືກັບໄພພິບັດຢູ່ລາວ.

ສຳລັບການຊ່ວຍເຫຼືອຄັ້ງນີ້ ອົງການອາຫານໂລກໄດ້ປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງມອບເງິນຊ່ວຍເຫຼືອເປັນເງິນສົດ 60 ໂດລາສະຫະລັດ ຫຼື ປະມານ 1.350.000 ກີບຕໍ່ຫົວຄົນ.

ຂະນະດຽວກັນ ທ່ານ ທອງໄສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໃຫ້ຂໍ້ມູນວ່າ: ໃນປີ 2026 ແຂວງສະຫວັນນະເຂດໄດ້ຮັບຜົນກະທົບຈາກພະຍຸຫຼາຍລູກທີ່ພັດຜ່ານຕິດຕໍ່ກັນ ສົ່ງຜົນໃຫ້ມີຝົນຕົກໜັກ ແລະ ຕົກແກ່ຍາວໃນຫຼາຍພື້ນທີ່. ມີພື້ນທີ່ນ້ຳຖ້ວມຢູ່ຮອດ 13 ເມືອງ-ນະຄອນ ກະທົບຕໍ່ເນື້ອທີ່ນາ 17.500 ເຮັກຕາ ແລະ ພື້ນທີ່ປູກພືດອື່ນໆເກືອບ 600 ເຮັກຕາ.

ນອກຈາກນັ້ນ ຍັງມີເຮືອນຊານປະຊາຊົນ 177 ບ້ານ ຈຳນວນ 17.116 ຄອບຄົວ ແລະ ມີປະຊາຊົນໄດ້ຮັບຜົນກະທົບ 47.200 ຄົນ ໃນນັ້ນມີຜູ້ເສຍຊີວິດ 5 ຄົນ. ເຮືອນຊານປະຊາຊົນຖືກນ້ຳຊຸ ແລະ ນ້ຳໄຫຼເສຍຫາຍ 44 ຫຼັງ ໂຮງຮຽນ 38 ຫຼັງ ແລະ ຍັງ​ມີສຸກສາລາ​ອີກຈຳນວນໜຶ່ງ. ສ່ວນລະບົບໄຟຟ້າ ລະບົບໂທລະຄົມມະນາຄົມ ແລະ ໂຄງລ່າງພື້ນຖານກໍໄດ້ຮັບຜົນກະທົບ ໂດຍສະເພາະເສັ້ນທາງຖືກນ້ຳຖ້ວມ 106 ແຫ່ງ ສ້າງຄວາມຫຍຸ້ງຍາກໃຫ້ແກ່​ການ​ໄປ​ມາ​ຫາ​ສ​ູ່​ຂອງປະຊາຊົນ.

ສຳລັບແມ່ຕູ້ຫວັນ, ນາງ ພະວັນ ແລະ ອີກຫຼາຍພັນຄອບຄົວທີ່ປະສົບໄພນ້ຳຖ້ວມ ການຊ່ວຍເຫຼືອຄັ້ງນີ້ຈຶ່ງບໍ່ແມ່ນພຽງການບັນເທົາຄວາມຂາດແຄນໃນມື້ນີ້ ແຕ່ຍັງເປັນກຳລັງໃຈ ແລະ ເປັນທຶນຕັ້ງຕົ້ນໃຫ້ພວກເຂົາກ້າວຕໍ່ໄປ. ຈາກມື້ທີ່ເຄີຍຕ້ອງດີ້ນຮົນຊອກຫາອາຫານ ມາຮອດມື້ທີ່ມີໂອກາດເລີ່ມຟື້ນຟູຄອບຄົວ ຮອຍຍິ້ມຂອງປະຊາຊົນໃນມື້ນີ້ ຈຶ່ງເປັນພາບສະທ້ອນຂອງຄວາມຫວັງທີ່ກຳລັງກັບຄືນມາອີກຄັ້ງ.

error: Content is protected !!