ຈາກສວນອະງຸ່ນຂອງປະຊາ ຊົນ ສູ່ເຫຼົ້າແວງຄຸນນະພາບ Shangri-La ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຜະລິດ

ໂດຍ:ສ.ແສງງາມ

ການພັດທະນາອຸດສາຫະກຳເຫຼົ້າແວງ ໃນເຂດພູພຽງຊາງ ກຣີ-ລາ ເຂດຕີ້ຊິງ ແຂວງຢູນນານ ປະເທດຈີນ ບໍ່ໄດ້ສ້າງພຽງຊື່ສຽງໃຫ້ແກ່ຜະລິດຕະພັນເຫຼົ້າແວງຂອງຈີນໃນເວທີສາກົນເທົ່ານັ້ນ ແຕ່ຍັງເປີດໂອກາດໃຫ້ປະຊາຊົນໃນທ້ອງ ຖິ່ນ ໂດຍສະເພາະຄອບຄົວຊົນເຜົ່າ ສ່ວນໜ້ອຍ ໄດ້ເຂົ້າມາມີສ່ວນຮ່ວມໃນການປູກອະງຸ່ນ ສະໜອງ ໃຫ້ແກ່ຂະບວນ ການຜະລິດ ສ້າງເປັນແຫຼ່ງລາຍຮັບໃຫ້ແກ່ ຫຼາຍພັນຄອບ ຄົວ.

ບໍລິສັດ Shangri-La Winery Co., Ltd ກໍ່ຕັ້ງຂຶ້ນໃນປີ 2000 ຢູ່ສວນອຸດສາຫະກຳສີຂຽວ ເມືອງຊາງກຣີ-ລາ ໂດຍເລີ່ມຕົ້ນປູກອະ ງຸ່ນສາຍພັນ Cabernet Sauvignon ເພື່ອນຳມາຜະລິດເຫຼົ້າແວງ ນັບແຕ່ນັ້ນມາ ຫຼັງຈາກນັ້ນ ບໍລິສັດໄດ້ຄ່ອຍໆຂະຫຍາຍເຂດປູກອະງຸ່ນ ລຽບຕາມແຄມແມ່ນ້ຳລານຊ້າງ ແລະ ແມ່ນ້ຳຈິນຊາ ເຊິ່ງເປັນເຂດພູພຽງ ສູງທີ່ມີສະພາບອາກາດ ແລະ ພູມສັນ ຖານເໝາະສົມຕໍ່ການປູກອະງຸ່ນ ສຳລັບຜະລິດເຫຼົ້າແວງ.

ປັດຈຸບັນ ເຂດສວນອະງຸ່ນພູພຽງສູງຊາງກຣີ-ລາ ມີຄວາມຍາວຫຼາຍ ກວ່າ 300 ກິໂລແມັດ ກະຈາຍຢູ່ໃນ 126 ໝູ່ບ້ານ ຕາມລຽບແຄມແມ່ ນ້ຳທັງສອງສາຍ ໃນລະດັບຄວາມສູງ 1.700-3.000 ແມັດຈາກລະດັບ ນ້ຳທະເລ. ສິ່ງທີ່ໜ້າສົນໃຈແມ່ນ ການຂະຫຍາຍຕົວຂອງອຸດສາຫະກຳນີ້ ໄດ້ເຊື່ອມໂຍງຄອບຄົວຊົນເຜົ່າຫຼາຍກວ່າ 2.800 ຄອບ ຄົວ ເຂົ້າໃນການ ຄຸ້ມຄອງ ແລະ ປູກອະງຸ່ນໃນເນື້ອທີ່ປະ ມານ 14.000 ໝູ່ ຫຼື ປະມານ 933 ເຮັກຕາ.

ຕະຫຼອດໄລຍະກວ່າ 20 ປີຜ່ານມາ ພະນັກງານຫຼາຍກວ່າ 200 ຄົນ ຂອງບໍລິສັດໄດ້ລົງໄປປະຈຳຢູ່ໃນເຂດປູກອະງຸ່ນ ເພື່ອປະ ສານງານ ແລະ ສົ່ງເສີມການປູກອະງຸ່ນຮ່ວມກັບປະຊາຊົນ. ການດຳເນີນງານດັ່ງກ່າວ ຊ່ວຍໃຫ້ຊາວບ້ານມີບົດບາດໃນຂະບວນການຜະລິດຕັ້ງແຕ່ຕົ້ນທາງ ຄື ການປູກ ແລະ ດູ ແລສວນອະງຸ່ນ ເພື່ອສະໜອງວັດຖຸດິບໃຫ້ແກ່ໂຮງງານ ເຊິ່ງເປັນການເຊື່ອມໂຍງການຜະລິດຂອງບໍລິສັດກັບການປະກອບ ອາຊີບຂອງປະຊາຊົນໃນທ້ອງຖິ່ນ.

ໃນຊຸມປີຜ່ານມາ ບໍລິສັດໄດ້ກຳນົດເຂດປູກອະງຸ່ນຍ່ອຍ 10 ເຂດ ຕາມແຄມແມ່ນ້ຳລານຊ້າງ ແລະ ແມ່ນ້ຳຈິນຊາ ພ້ອມທັງສ້າງສວນອະງຸ່ນຄຸນ ນະພາບສູງສະເພາະເຂດຂະໜາດຫຼາຍກວ່າ 1.000 ໝູ່ ເພື່ອພັດທະນາວັດຖຸດິບທີ່ມີຄຸນນະພາບສູງຮອງຮັບການຜະລິດເຫຼົ້າອະງຸ່ນລະດັບພຣີມຽມ. ແນວທາງນີ້ບໍ່ພຽງແຕ່ຊ່ວຍຍົກລະດັບຄຸນນະ ພາບຂອງຜະລິດຕະພັນ ແຕ່ຍັງເປັນການສ້າງມາດຕະຖານການປູກອະງຸ່ນທີ່ສາມາດເຊື່ອມໂຍງກັບຕະຫຼາດໄດ້ອີກດ້ວຍ.

ທ່ານ ຈາວ ຈ້ຽນຫົງ ຕາງໜ້າບໍລິສັດ ກ່າວວ່າ: ບໍລິສັດໃຫ້ຄວາມສຳຄັນ ຕໍ່ການຍົກລະດັບມາດຕະຖານຄຸນນະພາບຂອງອະງຸ່ນ ແລະ ເຫຼົ້າແວງ ໃຫ້ທຽບເທົ່າລະດັບສາກົນ ພ້ອມທັງຮຽນຮູ້ ແລະ ແລກປ່ຽນປະສົບ ການກັບເຂດຜະລິດເຫຼົ້າແວງທີ່ມີຊື່ສຽງທົ່ວໂລກ. ຂະນະດຽວກັນ ບໍລິ ສັດຍັງມຸ່ງໝັ້ນສົ່ງເສີມໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມໃນການປູກອະງຸ່ນໃຫ້ຫຼາຍຂຶ້ນ ແລະ ເປັນສ່ວນໜຶ່ງຂອງຂະ ບວນການຜະລິດໃນ ອະນາຄົດ.ສໍາລັບດ້ານການຕະຫຼາດ ເຫຼົ້າແວງຊາງກຣີ-ລາ ໄດ້ສົ່ງອອກໄປຈຳໜ່າຍ ຍັງຮ່ອງກົງ, ມາເກົ້າ, ອົດສະຕຣາລີ, ຍີ່ປຸ່ນ, ເຢຍລະມັນ, ມາເລເຊຍ, ສິງກະໂປ ແລະ ບາງພື້ນທີ່ຂອງສະຫະລັດ ໂດຍມີຍອດຂາຍປະມານ 1 ລ້ານຢວນຕໍ່ປີ.

ນອກນັ້ນ ຕັ້ງແຕ່ປີ 2008 ເປັນຕົ້ນມາ ຜະລິດຕະພັນ ເຫຼົ້າແວງຂອງບໍລິສັດຍັງໄດ້ຮັບລາງວັນຈາກການປະກວດພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 100 ລາງວັນ.

ການພັດທະນາຂອງ Shangri-La ຈຶ່ງສະທ້ອນໃຫ້ເຫັນວ່າ ການ ຍົກລະດັບອຸດສາຫະກຳກະສິກຳໃຫ້ສາມາດແຂ່ງ ຂັນໃນຕະຫຼາດໂລກໄດ້ ຈຳເປັນຕ້ອງອາໄສທັງຄຸນນະພາບຂອງຜະລິດຕະພັນ ແລະ ການມີ ສ່ວນຮ່ວມຂອງປະຊາ ຊົນໃນທ້ອງຖິ່ນ. ເພາະທ້າຍທີ່ສຸດ ຄຸນຄ່າຂອງເຫຼົ້າ ແວງໜຶ່ງຂວດ ບໍ່ໄດ້ມີພຽງຊື່ສຽງຂອງຍີ່ຫໍ້ ຫຼື ລາງວັນທີ່ໄດ້ຮັບ ແຕ່ຍັງ ມີເຫື່ອແຮງ ແລະ ວິຖີຊີວິດຂອງປະຊາຊົນຜູ້ປູກອະງຸ່ນຢູ່ເບື້ອງຫຼັງອີກ ດ້ວຍ.

error: Content is protected !!