ມື້ນີ້ ກວດພົບຜູ້ຕິດເຊື້ອພະຍາດໂຄວີດ-19 ໃໝ່ 1.200 ກວ່າຄົນ

     ວັນທີ 8 ທັນວາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ມາລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວ່າ: ໃນວັນທີ 7 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 10.593 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.209 ຄົນ (ຕິດເຊື້ອພາຍໃນ ມີ 1.209 ຄົນ ສໍາລັບຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.209 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີດັ່ງນີ້

  • 687 ຄົນ ໃນ 194 ບ້ານ ແລະ 9 ເມືອງ
  • 80 ຄົນ ໃນ 25 ບ້ານ ແລະ 2 ເມືອງ
  • 75 ຄົນ ໃນ 36 ບ້ານ ແລະ 4 ເມືອງ
  • 60 ຄົນ ໃນ 21 ບ້ານ ແລະ 4 ເມືອງ
  • 54 ຄົນ ໃນ 22 ບ້ານ ແລະ 3 ເມືອງ
  • 41 ຄົນ ໃນ 19 ບ້ານ ແລະ 5 ເມືອງ
  • 41 ຄົນ ໃນ 25 ບ້ານ ແລະ 5 ເມືອງ
  • 36 ຄົນ ໃນ 24 ບ້ານ ແລະ 7 ເມືອງ
  • 29 ຄົນ ໃນ 10 ບ້ານ ແລະ 4 ເມືອງ
  • 22 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  • 22 ຄົນ ໃນ 10 ບ້ານ ແລະ 5 ເມືອງ
  • 19 ຄົນ ໃນ 6 ບ້ານ ແລະ 3 ເມືອງ
  • 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  • 7 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  • 7 ຄົນ ໃນ 6 ບ້ານ ແລະ 4 ເມືອງ
  • 7 ຄົນ ໃນ 5 ບ້ານ ແລະ 3 ເມືອງ
  • 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ
  • 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ.

    ມາຮອດວັນທີ 8 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83.291 ຄົນ ເສຍຊີວິດສະສົມ 219 ຄົນ (ໃໝ່ 5) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 488 ຄົນ ກໍາລັງປິ່ນປົວ 12.100 ຄົນ.

# ຂ່າວ & ພາບ : ວຽງມາ

error: Content is protected !!