“ສະຖານີ EV ໜອງບອນ” ຈາກແຮງບັນດານໃຈຫຼຸດມົນລະພິດ ສູ່ທຸລະກິດສ້າງຮອຍຍິ້ມ

​ໂດຍ: ສ.ແສງ​ງາມ

ໃນຍຸກທີ່ລາຄານ້ຳມັນຜັນຜວນ ແລະ ຄ່າຄອງຊີບຖີບຕົວສູງຂຶ້ນທຸກມື້ ການຊອກຫາທາງເລືອກໃໝ່ໃນການດຳລົງຊີວິດຈຶ່ງເປັນສິ່ງທີ່ຫຼາຍຄອບຄົວໃຫ້ຄວາມສົນໃຈ. ແຕ່ຈະມີຈັກຄົນທີ່ເລີ່ມຕົ້ນຈາກ “ຄວາມຕັ້ງໃຈ” ຢາກເຫັນສັງຄົມດີຂຶ້ນ ແລ້ວລົງມືເຮັດຈົນກາຍເປັນ “ສະຖານີສາກລົດໄຟຟ້າ EV ໜອງບອນ” ທີ່ຕອບໂຈດ​ໃຫ້​ກັບ​ນັກ​ຂັ​ບ​ຂີ່​ໃນ​ສັງ​ຄົມ​ປັດ​ຈຸ​ບັນ.

ໃນ​ບົດ​ຄວາມ​ບົດ​ນີ້ເຮົາຈະພາມາເວົ້າ​ ແລະ ເຈາະເລິກເຖິງ ເບື້ອງຫຼັງຄວາມສຳເລັດ ພ້ອມກັບແນວຄິດຂອງ ທ່ານ ສີໄທ ແກ້ວບຸນມາ ຜູ້ບຸກເບີກ ແລະ ເຈົ້າຂອງກິ​ຈະ​ການສະຖານີສາກລົດໄຟຟ້າແຫ່ງນີ້ ທີ່ເປີດໃຫ້ບໍລິການມາໄດ້ປະມານປີປາຍແລ້ວ. ເຊິ່ງຈຸດເລີ່ມຕົ້ນຈາກຄວາມຝັນແມ່ນ “ຢາກໃຫ້ປະຊາຊົນລາວປະຢັດ ແລະ ຫາຍໃຈໄດ້ເຕັມປອດ”

ເມື່ອຖາມເຖິງແຮງຈູງໃຈໃນການສ້າງຕັ້ງສະຖານີ ທ່ານ ສີໄທ ເລົ່າໃຫ້ຟັງດ້ວຍຄວາມຕັ້ງໃຈວ່າ: ທຸກຢ່າງເລີ່ມຕົ້ນຈາກຄວາມຢາກ “ສົ່ງເສີມໃຫ້ປະຊາຊົນລາວຫັນມາໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ” ເພື່ອຫຼຸດ ຜ່ອນມົນລະພິດທາງອາກາດທີ່ເກີດຈາກກາບວນການນຳໃຊ້ພາຫະນະທົ່ວໄປ. “ແນ່ນອນວ່າການໃຊ້ EV ມັນຊ່ວຍປະຢັດຄ່າໃຊ້ຈ່າຍໃນຄອບຄົວໄດ້ຫຼາຍ ເມື່ອທຽບໃສ່ການ​ໃຊ້​ລົດ​ນ້ຳ​ມັນ ຍິ່ງ​ໄປ​ກວ່ານັ້ນ​​ກໍຫຼຸດຄ່າ​ໃຊ້​ຈ່າຍ​ໃນ​ການນຳ​ເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ. ສຳ​ລັບ​ລ​າ​ຄາ​ບໍ​ລິ​ການ​ພວກເຮົາຕັ້ງລາຄາໃຫ້ໃກ້ຄຽງກັບຄ່າໄຟຟ້າທີ່ໃຊ້ຢູ່ເຮືອນ ແຕ່ມີຄວາມໄວໃນການສາກທີ່ຕອບໂຈດ” ໂດຍສະເພາະກຸ່ມລູກຄ້າຫຼັກທີ່ທາງສະຖານີຕັ້ງໃຈຊ່ວຍເຫຼືອກໍຄື “ອ້າຍນ້ອງໂຊເຟີແທັກຊີ້” ເນື່ອງຈາກກຸ່ມນີ້ຕ້ອງການຫຼຸດຕົ້ນທຶນຄ່າໃຊ້ຈ່າຍໃນການເດີນທາງຫຼາຍທີ່ສຸດ ເພື່ອໃຫ້ເຂົາເຈົ້າສາມາດເກັບກຳໄລ ແລະ ບໍລິຫານຊີວິດປະຈຳວັນໄດ້ສະບາຍຂຶ້ນ.

ສິ່ງທີ່ເຮັດໃຫ້ສະຖານີ EV ໜອງບອນ ແຕກຕ່າງ ແລະ ກາຍເປັນຈຸດໝາຍປາຍທາງຂອງຜູ້ໃຊ້ລົດໄຟຟ້າ ບໍ່ແມ່ນພຽງແຕ່ເລື່ອງລາຄາ ແຕ່ແມ່ນ “ຄວາມສະດວກສະບາຍທີ່​ພຽບ​ພ້ອມ” ​ຍາກທີ່​ຈະຫາບ່ອນໃດມາປຽບໄດ້ເຊັ່ນ: ສາກຢູ່ໃນຮົ່ມ 100%: ໝົດຫ່ວງເລື່ອງລົດຕາກແດດຕາກຝົນ ເພາະສະຖານີຖືກອອກແບບມາໃຫ້ຢູ່ໃນຮົ່ມຢ່າງດີ, ມູມພັກຜ່ອນ ແລະ ຕຽງນອນ ໄວ້ໃຫ້ລູກຄ້າໄດ້ຫຼັບພັກຜ່ອນຢ່າງສະບາຍລະ ຫວ່າງທີ່ລໍຖ້າລົດສາກແບັດ ພ້ອມນັ້ນ​ຍັງມີລົດຈັກໄຟຟ້າໃຫ້ຂີ່ໄປທຸລະ​ສ່ວນຕົວ: ຖ້າລູກຄ້າຕ້ອງການໄປເຮັດບາງ​ສິ່ງ​ບາງຢ່າງລະຫວ່າງສາກ​ລົດ ພ້ອ​ມນັ້ນໃນ​ສະ​ຖາ​ນີ​ຍັງມີຮ້ານອາຫານ ແລະ ຮ້ານກາເຟ​ໄວ້​ໃຫ້​ບໍ​ລິ​ການ.

ນອກນັ້ນ ອີກ​ສິ່ງ​ທີ່​ສາ​ມາ​ດຶງ​ດູດ​ລູກ​ຄ້າ​ແມ່ນມາຮອດໄດ້ສາກເລີຍ ບໍ່ຕ້ອງຈອງຄິວ: ດ້ວຍຈຳນວນຫົວສາກທີ່ຂະຫຍາຍເພີ່ມຂຶ້ນຈົນເຖິງ 26 ຫົວໜ່ວຍ (ຄິດເປັນ 52 ຫົວຈ່າຍ) ເຮັດໃຫ້ລູກຄ້າຂັບລົດມາຮອດກໍສາມາດສາກໄດ້ທັນທີ ປັດ​ຈຸ​ບັນ​ມີລູກຄ້າປະຈຳທີ່ມີປະມານ 40 ຄັນ (ຈາກຈຳນວນລົດ​ທີ່​ມາ​ໃຊ້ບໍ​ລິ​ການທັງໝົດປະມານ 70–80 ຄັນຕໍ່ມື້), ທາ​ງ​ສ​ະ​ຖາ​ນ​ພວກ​ເຮົາ​ມີພະນັກງານ​ຕິດ​ຕ​າມ​ຊ່ວຍສາກໃຫ້ຕັ້ງແຕ່ຕອນທີ່ລູກຄ້ານຳລົດມາຈອດ ແລະ ຕິດ​ຕາມຈົນສຳເລັດ ແລ້ວ​ສາ​ມາດ​ຈອດ​ລົດ​ໄວ້​ຈົນ​ກວ່າ​ລູກ​ຄ້າ​ຈະ​ມາ​ຮັບ​ລົ​ດ ໂດຍທີ່ລູກຄ້າບໍ່ຈຳເປັນຕ້ອງມາເຝົ້າໂດຍບໍ່ໄດ້ເກັບຄ່າຈອດລົດເພີ່ມ ​ສ່ວນ​ຄ່າຄ​ບໍ​ລິ​ການ​ສາກໄຟຟ້າຕາມຕົວຈິງໃນອັດຕາ 2.700 ກີບ ຕໍ່ ກິໂລວັດໂມງ (kWh) ເທົ່ານັ້ນ.

ຕະຫຼອດໄລຍະປີ​ກວ່າທີ່ຜ່ານມາທຸກຢ່າງເຕີບໂຕຂຶ້ນໄດ້ຍ້ອນ​ຄວາມ​ນິ​ຍົມ ແລະ ຄວາ​ມ​ໄວ້​ວາງ​ໃຈ​ຂອງ​ລູກ​ຄ້າ ເປັນ​ການ​ໂຄ​ສະ​ນາ “ປາກຕໍ່ປາກ” ຂອງລູກຄ້າທີ່ມາໃຊ້ບໍລິການແລ້ວປະທັບໃຈ ຈົນເຮັດໃຫ້ຈຳນວນຜູ້ໃຊ້ລົດໄຟຟ້າໃນກຸ່ມນີ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ.

“ເຮົາດີໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ແລະ ຊ່ວຍລັດຖະບານໃນການປະຢັດງົບປະ ມານໃນ​ກາ​ນຳ​ເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ ພ້ອມທັງ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ກັບ​ນັກ​ຂັບ​ຂີ່ ຫຼຸດ ຜ່ອນຄ່າໃຊ້ຈ່າຍ ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫຼົ່າ​ນັ້ນ​ມີຊີວິດການ​ເປັນຢູ່ທີ່ດີຂຶ້ນ” ທ່ານ ສີໄທ ຝາກຕອ​ນ​ທ້າຍພ້ອມດ້ວຍຮອຍຍິ້ມ.

ຖ້າທ່ານ​ໃດກຳລັງ​ຊອກຫາສະຖານທີ່ສາກລົດໄຟຟ້າທີ່ໃຫ້ຫຼາຍກວ່າພະລັງງານ ບ່ອນທີ່ມີຄວາມສະດວກສະບາຍ, ບ່ອນນອນພັກຜ່ອນ, ຮ້ານກາເຟ ແລະ ການບໍລິການທີ່ອົບອຸ່ນຄືຄົນໃນຄອບຄົວ… ສະຖານີສາກລົດໄຟຟ້າ EV ໜອງບອນ ພ້ອມຕ້ອນຮັບທຸກທ່ານ.

error: Content is protected !!