ເຢຍລະມັນ ສືບຕໍ່ສະໜັບສະໜູນການປົກປັກຮັກສາຊີວະນາໆພັນຢູ່ ສປປ ລາວ ມູນຄ່າ 8 ລ້ານເອີໂຣ

    ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານເຢຍລະມັນ ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ ປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB)” ໄລຍະ III ໂຄງການດັ່ງ​ກ່າວແນໃສ່ສົ່ງເສີມວຽກງານການຄຸ້ມຄອງປ່າໄມ້ທີ່ດີ ແລະ ການຄຸ້ມຄອງເຂດປ່າສະຫງວນຢ່າງມີປະສິດທິຜົນ,ສົ່ງເສີມ ການ​ປົກ​ປັກ​ຮັກ​ສາສິ່ງແວດລ້ອມ ແລະ ການຕ້ານການຄ້າສັດປ່າທີ່ຜິດກົດໝາຍ. ໃນຂະນະທີ່ຄູ່ຮ່ວມງານຈັດຕັ້ງ ປະຕິບັດຫຼັກຂອງໂຄງການ ແມ່ນກະຊວງກະສິກຳ ແລະ ປ່າໄມ້ ໂຄງການກໍຍັງເຮັດວຽກຢ່າງໃກ້ຊິດ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບັນດາຫ້ອງການພາກລັດທີ່ກ່ຽວຂ້ອງ ໃນແຂວງຄຳມ່ວນ ແລະ ເມືອງ ບົວລະພາ. ໂຄງການ ແມ່ນຈັດຕັ້ງປະຕິບັດຮ່ວມກັບ GIZ ປະຈໍາ ສປປ ລາວ ໃນນາມຕາງໜ້າໃຫ້ແກ່ລັດຖະບານເຢຍລະມັນ.

    ພິທີເຊັນສັນຍາຂໍ້ຕົກລົງດັ່ງກ່າວ ໄດ້​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍ​ມີທ່ານ ສົມພອນ ເເກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ທ່ານນາງ ຄຣີດຕີນາ ຊີເບີກ ເອລເວີເຟ ຫົວໜ້າວຽກງານການຮ່ວມມື ພັດທະນາ ສະຖານທູດເຢຍລະມັນ ປະຈຳ ສປປ ລາວ ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

    ທ່ານ ສົມພອນ ເເກ້ວຫາວົງ ກ່າວວ່າ: “ ຂໍ້ຕົກລົງ​ສະ​ບັບນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະສືບຕໍ່ ແລະ ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງລັດຖະບານລາວ ແລະ ເຢຍລະມັນ. ໃນໄລຍະທຳອິດ ແລະ ໄລຍະທີສອງຂອງໂຄງການ ນັບແຕ່ປີ 2010 ຮອດ 2021 ທີ່ໄດ້ຮັບການສະໜັບສະໜູນໂດຍໂຄງການ ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງຊັດເຈນ ໂດຍສະເພາະບັນລຸປ່າໄມ້ປົກຄຸມ 70% ການເຮັດວຽກຮ່ວມກັນລະຫວ່າງອົງການ ຂອງ​ພາກລັດ ແລະ ຜູ້ປະກອບການທີ່ບໍ່ສັງກັດລັດຕ່າງໆ ໄດ້ສ້າງເງື່ອນໄຂທີ່ດີຂຶ້ນ ໃຫ້ແກ່ການຄຸ້ມຄອງ ຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ.

    ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ ກໍສາມາດເຂົ້າເຖິງຄວາມຮູ້ເພີ່ມຕື່ມ ເເລະ ປະຊາກອນທ້ອງຖິ່ນສາມາດເຂົ້າເຖິງຊັບພະຍາກອນທຳມະຊາດຫຼາຍຂຶ້ນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ” ທ່ານ ນາງ ຄຣິດຕີນາ ຊີເບີກ ເອລເວີເຟ ກ່າວວ່າ“ ພວກເຮົາຂໍສະແດງຄວາມຍິນດີຕໍ່ກັບລັດຖະບານລາວ ທີ່ມີຄວາມຄືບໜ້າຕໍ່ເປົ້າໝາຍລວມຂອງພວກເຮົາ ທີ່ໃຫ້ການສະໜັບສະໜູນໂດຍເຢຍລະມັນ.

    ລັດຖະບານເຢຍລະມັນ ໄດ້ປະກອບສ່ວນທຶນຈຳນວນ 8 ລ້ານເອີໂຣ ໃຫ້ກັບໂຄງການໄລຍະທີ່ສາມ ເພື່ອຊ່ວຍໃຫ້ວຽກງານບັນລຸຜົນ ແລະ ສືບຕໍ່ເສີມສ້າງຂີດຄວາມສາມາດໃຫ້ເເກ່ຄູ່ຮ່ວມງານ ເພື່ອຄວາມຍືນຍົງ ແລະ ໄດ້ຮັບປະສິດທິຜົນສູງສຸດ. ໂຄງການຈະສືບຕໍ່ເສີມສ້າງຂີດຄວາມສາມາດຂອງພາກລັດ ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອນຳໃຊ້ປ່າໄມ້ຂອງປະເທດໃຫ້ມີຄວາມຍືນຍົງ ແລະ ປົກປ້ອງປ່າໄມ້ໃຫ້ມີປະສິດທິຜົນສູງຂຶ້ນ ສິ່ງເຫຼົ່ານີ້ຈະຊ່ວຍສ້າງເງື່ອນໄຂຕ່າງໆເຮັດໃຫ້ປະຊາຊົນລາວໄດ້ຮັບຜົນປະໂຫຍດຈາກລະບົບນິເວດວິທະຍາທີ່ອຸດົມສົມບູນ.

# ຂ່າວ & ພາບ :  GIZ

error: Content is protected !!