ອົງການອາຫານໂລກ (WFP) ສືບຕໍ່ລົງພື້ນທີ່ຊ່ວຍເຫຼືອປະຊາຊົນບ້ານນາກະທ້າງ ເມືອງຈໍາພອນ ແຂວງສະຫວັນນະເຂດ ຈໍານວນ 1.116 ຄົນ ທີ່ຖືກກະທົບຈາກໄພນໍ້າຖ້ວມໃນລະດູຝົນປີ 2026 ຜ່ານມາ ລວມມູນຄ່າການຊ່ວຍເຫຼືອກວ່າ 1,5 ຕື້ກີບ.ການຊ່ວຍເຫຼືອຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກບັດຖະບານສະຫະລັດອາເມ ລິກາ ໂດຍຜ່ານອົງການອາຫານໂລກ ເປັນການຊ່ວຍເຫຼືອເງິນສົດໃຫ້ກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 60 ໂດລາສະຫິລັດຕໍ່ຄົນ ຫຼື ປະ ມານ 1,35 ລ້ານກີບ.


ທ່ານ ລະລົງກອນ ຈັນທະມາລີ ຜູ້ຮັບຜິດຊອບວຽກ ງານກຽມຄວາມພ້ອມແລະ ຕອບໂຕ້ໄພພິບັດ ຂອງອົງ ການອາຫານໂລກ ປະຈຳລາວໃຫ້ສໍາພາດວ່າ: ປະຊາຊົນພາຍໃນບ້ານ ດັງກ່າວ ຖືກຜົນກະທົບຈາກ ພະຍຸ ທີ່ພັດຜ່ານເຂົ້າ ມາ ສປປ ລາວ ໃນປີນີ້ ເຮັດໃຫ້ນ້ຳຖ້ວມໜັກ ດັ່ງນັ້ນ ທາງອົງການອາຫານໂລກ ຂອງພວກເຮົາ ຈຶ່ງ ໄດ້ມາຊ່ວຍເຫຼືອປະຊາຊົນ ເພື່ອຊ່ວຍ ຟື້ນຟູ ພາຍຫຼັງໄພນ້ຳຖ້ວມ ໄດ້ຊ່ວຍເຫຼືອເປັນເງິນສົດ ຜູ້ໜຶ່ງໄດ້ຈໍານວນ 1.350.000 ກີບ ພວກເຂົາເຈົ້າຈະນໍາໃຊ້ໃນການຟື້ນຟູຄົວເຮືອນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ເຊັ່ນ: ເພື່ອຊື້ອາຫານ ໃຫ້ລູກໄດ້ໄປໂຮງຮຽນ ມີອາຫານທີ່ມີໂພຊະນາການກິນໃຫ້ຄົບໝູ່ ຟື້ນຟູການຜະລິດກະສິກຳ ຊື້ແນວພັນພືດ -ແນວພັນສັດ ຫຼື ສ້ອມແປງທີ່ຢູ່ອາໄສ ປິ່ນປົວພະຍາດ ແລະ ສິ່ງອື່ນ.

ທ່ານ ລັດຕະນາ ໄຊຍະບັນຊາ ຮອງປະທານຄະນະກຳມະ ການປົກຄອງເມືອງຈຳພອນ ໄດ້ຕາງໜ້າໃຫ້ອຳນາດການປົກ ຄອງເມືອງ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ໂຄງການອາຫານໂລກ (WFP) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທີ່ໄດ້ລົງມາມອບ ເງິນເພື່ອບັນເທົາຄວາມທຸກ ຍາກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນໄລຍະຜ່ານມາ ເມືອງຈໍາພອນ ໄດ້ຮັບການຊ່ວຍເຫຼືອ 4 ບ້ານ ໃນນັ້ນລວມມີບ້ານນາກະທ້າງ.


ໂອກາດດັ່ງກ່າວທ່ານຍັງໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນທຸກຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອ ໃຫ້ນຳໃຊ້ເງິນຊ່ວຍເຫຼືອຄັ້ງນີ້ ເກີດຜົນປະໂຫຍດສູງສຸດ ເພື່ອສ້າງຄວາມເຂັ້ມແຂງ ແລະ ໃຫ້ປະຊາຊົນສາມາດກັບມາໃຊ້ຊີວິດເປັນປົກກະຕິໂດຍໄວ.




ພິທີຮອບ-ຮັບການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນທີ່ບ້ານດັ່ງກ່າວໃນວັນທີ 4 ພະຈິກ 2026 ຜ່ານມາ ໂດຍມີ ທ່ານ ເກີດ ບູຕາ ຜູ້ປະສານງານກຽມຄວາມພ້ອມ ແລະ ຕອບໂຕ້ໄພພິບັດ ຂອງອົງການອາຫານໂລກ ວິຊາການຈາກອົງ ການອາຫານໂລກ ຫ້ອງການກ່ຽວຂ້ອງ ອໍານາດການປົກ ຄອງ ແລະ ພໍ່ແມ່ປະຊາຊົນພາຍໃນເຂົ້າຮ່ວມ.
ສໍາລັບບ້ານນາກະທ້າງ ແມ່ນ 1 ໃນຈໍານວນ 4 ບ້ານຂອງເມືອງຈໍາພອນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.