ມອບເຄື່ອງຄອມພິວເຕີ ແລະ ອຸປະກອນຮັບໃຊ້ການຜະລິດ

    ພິທີມອບ-ຮັບເຄື່ອງຄອມພິວເຕີ ແທັບເລັດ ເຄື່ອງພິມເອກະສານ ແລະ ອຸປະກອນການຮັບໃຊ້ການຜະລິດໃຫ້ພະແນກກະສິກຳ ແລະ ປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກຸ່ມກະສິກຳອິນຊີນະຄອນຫຼວງວຽງຈັນ ແລະ ກຸ່ມຜະລິດກະສິກຳອິນຊີ ຈັດຂຶ້ນວັນທີ 7 ທັນວາ 2021 ທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມອບໂດຍທ່ານ Yasuyuki SATO ຮອງປະທານອົງການໄຈກາ ປະຈໍາລາວ  ຕາງໜ້າຮັບຂອງທ່ານທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈາກນັ້ນ ໄດ້ມອບຕໍ່ໃຫ້ກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກຸ່ມກະສິກຳອິນຊີ ແລະ ກຸ່ມຜະລິດກະສິກຳອິນຊີ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຫຼ້າສາຍ ນວນທາສິງ ມີຄໍາເຫັນວ່າ: ໄລຍະຜ່ານມາ ການປູກພືດຜັກກະສິກຳອິນຊີ ແລະ ວຽກງານ ການຕະຫຼາດກະສິກຳອິນຊີ ແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງເນື່ອງນິດລຽນຕິດໃນນະຄອນຫຼວງວຽງຈັນ ເຊິ່ງສະແດງອອກໃນຕົວເລກການຈໍາໜ່າຍແມ່ນມີການເພີ່ມຂຶ້ນໃນທຸກໆປີ ແຕ່ເຖິງຢ່າງໃດກໍຕາມ ພາຍໃຕ້ສະພາບການລະບາດຂອງພະຍາດໂຄວິດ-19 ແຕ່ທ້າຍປີ 2019 ມາເຖິງປັດຈຸບັນ ໄດ້ເປັນບັນຫາໃຫ້ແກ່ວຽກງານກະສິກຳອິນຊີພໍສົມຄວນ ໂດຍສະເພາະ ການເປີດຕະຫຼາດກະສິກໍາອິນຊີແມ່ນຖືກຈຳກັດ ຕາມມາດຕະຖານການປ້ອງກັນພະຍາດໂຄວິດຂອງລັດຖະບານ ເວົ້າລວມ ເວົ້າສະເພາະ ຄະນະສະເພາະກິດນະຄອນຫຼວງວຽງຈັນວາງອອກຢ່າງເຂັ້ມງວດ ເຮັດໃຫ້ການຂາຍຜົນຜະລິດຂອງຊາວກະສິກອນໄດ້ຮັບຜົນກະທົບພໍສົມຄວນ.

    ຕໍ່ຜົນກະທົບດັ່ງກ່າວ ທາງອົງການໄຈກ້າ ຈຶ່ງມີແຜນການດຳເນີນການສຳຫຼວດຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ກັບຕ່ອງໂສ້ມູນຄ່າເພີ່ມຂອງຜົນຜະລິດກະສິກຳຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງເດືອນ ທັນວາ ປີ 2021 ຫາ ເດືອນ ກຸມພາ ປີ 2022 ໂດຍຜ່ານບໍລິສັດທີ່ປຶກສາ SANYU ປະກອບມີກິດຈະກຳ ຈັດຕັ້ງປະຕິບັດການຊື້-ຂາຍ ການຕໍ່ລອງລາຄາ ແລະ ການສັ່ງຈອງຜັກອິນຊີຢູ່ຕະຫຼາດກະສິກຳອິນຊີແບບເວລາຈິງ (Real Time) ສະໜອງວັດສະດຸ ແລະ ອຸປະກອນທີ່ຈຳເປັນໃຫ້ພະແນກກະສິກຳ ແລະ ປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ແລະ ກຸ່ມກະສິກຳອິນຊີ ສະໜອງເຄື່ອງກົນຈັກດ້ານການກະເສດໃຫ້ກຸ່ມກະສິກຳອິນຊີໄດ້ນໍາໃຊ້ເຂົ້າໃນການຜະລິດ ເພື່ອໃຫ້ກິດຈະກຳດັ່ງກ່າວໄດ້ຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ທາງອົງການໄຈກ້າຈຶ່ງໄດ້ມອບອຸປະກອນເປັນຕົ້ນ ຄອມພິວເຕີ 10 ເຄື່ອງ ອຸປະກອນວາຍຟາຍ 10 ເຄື່ອງ ລຳໂພງ ໄມ 10 ເຄື່ອງ ໂປຣເຈັກເຕີ 1 ເຄື່ອງ ເຄື່ອງພິມ 1 ເຄື່ອງ ຈໍແອວຊີດີ 1 ອັນ ໂທລະສັບມືຖືຊຳຊຸງ 11 ເຄື່ອງ ແທັບເລັດ 11 ເຄື່ອງ ຂາຕັ້ງກ້ອງ 11 ອັນ ໄມໂຄຣໂຟນຕິດເສື້ອ 11 ອັນ ເຄື່ອງຈັກບົດຕົ້ນກ້ວຍ 11 ເຄື່ອງ ເຄື່ອງຈັກບົດຫຍ້າ 11 ເຄື່ອງ ແລະ ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ລວມມູນຄ່າທັງໝົດ 308.082.400 ກີບ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!