ການແຂ່ງຂັນສະນຸກເກີ 6 ແດງ ໃນງານມະຫະກຳກີລາແຫ່ຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໃນວັນທີ 18 ພະຈິກ 2025 ທີ່ສະໂມສອນເດິຄິງສະນຸກເກີຄັບ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໄດ້ມີການແຂ່ງສະນຸກເກີ ປະເພດ 6 ແດງ ປະເພດດ່ຽວຊາຍ ໃນນັ້ນ ຮອບຄັດເລືອດ ມີ 6 ຄູ່ ແລະ ຮອບກ່ອນຮອງຊະນະເລີດ ມີ 4 ຄູ່.

ຜ່ານການແຂ່ງຂັນ ສະນຸກເກີີ 6 ແດງ (ດ່ຽວຊາຍ) ຮອບຄັດເລືອກຜົນປາກົດວ່າ: ພອນສະຫວັນ ຊາພັກດີ ຈາກ ນວ 1 ຊະນະ ພົງສັກ ຢາງ ຈາກແຂວງອຸດົມໄຊ 2 ດ້ວຍຄະແນນ 5 ຕໍ່ 1 ເຟຣມ ພິສິດ ພອນປະເສີດ ຈາກ ນວ 2 ຊະນະ ຊີບພະຈອນ ສະຫງວນວົງ ຈາກແຂວງວຽງຈັນ 1 ດ້ວຍຄະແນນ 5 ຕໍ່ 0 ເຟຣມ ພະອາທິດ ກໍສະພານຄໍາ ຈາກກະຊວງປ້ອງກັນປະເທດ 2 ຊະນະ ແອນດີ ຜາສຸກໂກ ຈາກແຂວງອຸດົມໄຊ 1 ດ້ວຍຄະແນນ 5 ຕໍ່ 1 ເຟຣມ ສິດທິເດດ ສັກບ່ຽງ ຈາກແຂວງສະຫວັນນະເຂດ 2 ຊະນະ ພຸດທະສັກ ລິດດາລາ ຈາກແຂວງຈຳປາສັກ 2 ດ້ວຍຄະແນນ 5 ຕໍ່ 2 ເຟຣມ ພັນສາ ຄໍາລືຊາ ຈາກກະຊວງປ້ອງກັນປະເທດ 1 ຊະນະ ວິລະກອນ ສຸທໍາມະວົງ ຈາກແຂວງວຽງຈັນ 2 ດ້ວຍຄະແນນ 5 ຕໍ່ 3 ເຟຣມ ພອນໄຊ ຮຸ່ງເຮືອງ ຈາກແຂວງຄຳມ່ວນ 1 ຊະນະ ສອນຄໍາ ບົວວົງສາ ຈາກແຂວງສະຫວັນນະເຂດ 1 ດ້ວຍຄະແນນ 5 ຕໍ່ 0 ເຟຣມ.
ສຳລັບຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ຄົນສຸດທ້າຍ ຜົນປາກົດວ່າ: ພອນສະຫວັນ ຊາພັກດີ ສາມາດເອົາຊະນະ ພິສິດ ພອນປະເສີດ ໄປໄດ້ 5-1 ເຟຣມ ພະອາທິດ ກໍສະພານຄໍາ ຊະນະ ພຸດທະສັກ ສຸພັນນະວົງ ດ້ວຍຄະແນນ 5 ຕໍ່ 3 ເຟຣມ ສິດທິເດດ ສັກບ່ຽງ ຊະນະ ພັນສາ ຄໍາລືຊາ ດ້ວຍຄະແນນ 5 ຕໍ່ 3 ເຟຣມ ແລະ ດາວພະຈັນ ພຸດທະບັນດິດ ຈາກແຂວງຄຳມ່ວນ 2 ຊະນະ ພອນໄຊ ຮຸ່ງເຮືອງ ດ້ວຍຄະແນນ 5 ຕໍ່ 3 ເຟຣມ.

ສ່ວນຮອບຮອງຊະນະເລີດ ຫຼື ຮອບ 4 ຄົນສຸດທ້າຍ ແລະ ຮອບຊີງຊະນະເລີດ ຈະໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2025 ທີ່ສະໂມສອນເດິຄິງສະນຸກເກີຄັບ.
ການແຂ່ງຂັນສະນຸກເກີ ໃນງານມະຫະກຳກີລາແຫ່ຊາດ ຄັ້ງທີ XII ມີ 5 ແຂວງ 1 ນະຄອນຫຼວງວຽງຈັນ ແລະ 1 ກະຊວງ ເຂົ້າຮ່ວມ ປະກອບມີ: ແຂວງຈຳປາສັກ ສະຫວັນນະເຂດ ອຸດົມໄຊ ຄຳມ່ວນ ແຂວງວຽງຈັນ ນວ ແລະ ກະຊວງປ້ອງກັນປະເທດ ມີນັກເຂົ້າຮ່ວມທັງໝົດ 33 ຄົນ ມີ 5 ປະເພດ ຄື:ປະເພດ 6 ແດງ ດ່ຽວຊາຍ 6 ແດງ ຄູ່ຊາຍ 15 ແດງ ດ່ຽວຊາຍ 15 ແດງ ທີມ ແລະ 15 ແດງ ຊາຍຄູ່ ເຊິ່ງຈະດໍາເນີນການແຂ່ງຂັນວັນທີ 16-23 ພະຈິກ 2025.