ໃຊ້ໃຫ້ເປັນ ຈຶ່ງເຫັນຄຸນຄ່າແທ້ໆ

ໂທລະ­ສັບ​ມື​ຖື​ປະ­ເພດ​ສະ­ມາດ​ໂຟນ​ນັ້ນ ມີ​ປະ­ໂຫຍດ​ອະ­ນັນ ແຕ່​ກໍ​ມີ​ໂທດ​ມະ​ຫັນ (ແປ​ວ່າ​ປະ­ໂຫຍດ​ກໍ​ຫຼາຍ ໂທດ​ກໍ​ຫຼາຍ) ຖ້າ​ໃຊ້​ເປັນ ໃຊ້​ຖືກ​ກາ­ລະ​ເທ­ສະ ກໍ​ມີ​ຜົນ​ດີ​ນັບ​ບໍ່​ຖ້ວນ ຖ້າ​ໃຊ້​ແບບ​ເສບ​ຕິດ ຂາດ​ສະ­ຕິ ມັນ​ກໍ​ຈະ​ນຳ​ຜົນ​ຮ້າຍ​ມາ­ສູ່​ຜູ້​ໃຊ້ ແລະ ຄົນ​ຢູ່​ອ້ອມ​ຂ້າງ ເຊັ່ນ: ຈ້ອງ​ໜ້າ​ຈໍ​ເວ­ລາ​ຂ້າມ​ທາງ ເວ­ລາ​ຂັບ​ລົດ…

ການຂ້າເວລາແບບເດີມໆທີ່ໜ້າເບື່ອ

ເວ­ລາ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃນ​ລະ­ດັບ​ໃດ​ກໍ​ຕາມ… ເພື່ອ​ແກ້​ເມື່ອຍ​ໃນ​ການ​ລໍ­ຖ້າ​ເວ­ລາ​ເລີ່ມ​ພິ­ທີ (ຍ້ອນ​ຜູ້​ເຂົ້າ​ຮ່ວມ​ບໍ່​ປະ­ຕິ­ບັດ​ໂມງ​ເວ­ລາ) ກໍ​ມັກ​ຈະ​ມີ​ການ​ສະ­ເໜີ​ໃຫ້​ມີ​ການ​ຮ້ອງ­ເພງ​ໂດຍ​ບຸກ­ຄົນ ຫຼື ລວມ​ໝູ່ ເຊິ່ງ​ໂຄ­ສົກ ຫຼື ຄະ­ນະ​ຈັດ​ຕັ້ງ​ເອີ້ນ​ວ່າ ເພື່ອ​ສ້າງ​ບັນ­ຍາ­ກາດ ແຕ່​ເນື້ອ​ແທ້​ກໍ​ແມ່ນ​ເພື່ອ​ຂ້າ​ເວ­ລາ​ທີ່​ເສຍ​ໄປ ຍ້ອນ​ການ​ລໍ­ຖ້າ ຍ້ອນ​ສະ­ພາບ​ບໍ່​ຄ່ອງ​ຕົວ​ໃນ​ການ­ຈັດ­ຕັ້ງ​ການ​ປະ­ຊຸມ​ນັ້ນ​ເອງ ຫຼາຍ​ເທື່ອ​ຕໍ່​ຫຼາຍ​ທີ ການ​ສ້າງ​ບັນ­ຍາ­ກາດ​ແບບ​ນີ້​ມັນ​ກໍ​ກາຍ­ເປັນເລື່ອງ​ເບື່ອ ເປັນ​ການ​ແກ້­ໜ້າ…

ສິ່ງຂວາງຕາຂວາງທາງໃນຍາມບຸນ

ລົດ­ຖີບ ລົດ­ຈັກ ລົດ​ສາມ​ລໍ້ ທີ່​ໃຊ້​ບັນ­ທຸກ​ສິນ­ຄ້າ​ຈ່າວ​ຂາຍ​ໃນ​ເວ­ລາ​ງານ​ບຸນ​ນັ້ນ ມັນ​ຈະ​ສ້າງ​ບັນ­ຫາ​ກີດ­ຂວາງ​ການ​ຈະ­ລາຈອນ ເຮັດ​ໃຫ້​ສະ­ຖານ­ທີ່​ຄັບ­ຄາ​ໜາ​ແໜ້ນ​ຢູ່​ແລ້ວ​ແຄບ​ເຂົ້າ​ຕື່ມ ລົດ​ຈ່າວ​ຂາຍ​ສິນ­ຄ້າ​ລໍ້​ໃຈ ສ່ວນ​ໃຫຍ່​ແມ່ນ​ປະ­ເພດໝາກ​ປູມ​ເປົ້າ ດອກ​ໄມ້​ທຽມ ຕຸກ­ກະ­ຕາ ເຂົ້າ­ໜົມ ປະ­ເພດ​ຂົບ​ຄ້ຽວ ຂຽບ​ໝູ ນ້ຳ­ຫວານ​ປະ­ເພດ​ກິນ​ໄວ ແລະ​ອື່ນໆ ການ​ບັນ­ທຸກ​ຫຼາຍ​ເກີນ​ເຫດ​ແບບ​ນີ້…

ຊື່ເຍື່ອງອາຫານທີ່ຟັງແລ້ວບາດຫູ

ຄົນ​ລາວ​ເຮົາ​ຈຳ­ນວນ​ບໍ່​ໜ້ອຍ ທີ່​ສະ­ຫຼອກ­ກອກ​ຊອກ​ກິນ​ອາ­ຫານ​ແປກໆ ບໍ່​ແປກ​ແຕ່​ກະ​ໂຕ​ອາ­ຫານ ແຕ່​ຊື່​ເອີ້ນ​ກໍ​ຕ້ອງ​ແປກ​ແບບ​ກວນ ກວນ​ຊວນ​ທົດ​ລອງ ຍ້ອນ​ແນວ​ນີ້​ເອງ ບາງ​ຮ້ານ​ຈຶ່ງ​ມີ​ອາ­ຫານ​ທີ່​ໃສ່​ຊື່​ແບບ​ຟັງ​ແລ້ວ​ກະ­ດຽມ​ຫູ ເຊັ່ນ: ເຍື່ອງ​ທີ່​ເຮັດ​ດ້ວຍ​ອະ​ໄວ​ຍະ​ວະ​ເພດ​ຂອງ​ສັດ ແທນ​ທີ່​ຈະ​ຊອກ​ໃສ່​ຊື່​ແບບ​ປິດໆ​ບັງໆ​ແດ່ ແຕ່​ພັດ​ເອີ້ນ​ຊື່​ໂດຍ​ກົງ​ໂລດ​ແບບ​ບໍ່​ຫ່ວງ​ໂລກ ເຮັດ​ໃຫ້​ລູກ​ຄ້າ​ບາງ​ຄົນ​ໜ້າ​ແດງ ເລື່ອງ​ນີ້​ຄວນ​ພິ­ຈາ­ລະ­ນາ​ປ່ຽນ​ໃໝ່​ສາ ຊອກ​ໃສ່​ຊື່​ອື່ນ ແຕ່​ມີ​ຄວາມ​ໝາຍ​ດຽວ​ກັນ ພາ­ສາ​ລາວ​ເຮົາ​ອຸ­ດົມ​ຮັ່ງ­ມີ…

ຂີ້ເຫຍື້ອບິນເປັນ

ຄວາມ​ເປື້ອນ​ເປິ​ະ​ເຮິ​ະ​ຮ້າຍ​ທີ່​ເຫັນ​ຕາມ​ນະ­ຄອນ­ຫຼວງ ກໍ​ຄື ຕົວ​ເມືອງ​ໃຫຍ່ໆ​ໃນ​ປະ­ເທດ​ພວກ​ເຮົາ​ນັ້ນ ເກີດ​ມາ​ຈາກ​ຫຼາຍ​ສາ­ເຫດ ແຕ່​ທີ່​ແກ້​ຍາກ​ນັ້ນ​ແມ່ນ​ຂີ້​ເຫຍື້ອ​ທີ່​ບິນ​ອອກ​ມາ​ຈາກ​ລົດ​ບັນ­ທຸກ​ຫີນ-ຊາຍ ກໍ​ຄື ລົດ​ແກ່​ວັດ­ຖຸ​ກໍ່­ສ້າງ​ອື່ນໆ ທີ່​ລະ­ເມີດ​ກົດ​ຈະ­ລາ­ຈອນ ຄື​ບໍ່​ມີ​ຜ້າ​ປົກ​ປ້ອງ​ກັນ​ບໍ່​ໃຫ້​ວັດ­ຖຸ​ທີ່​ບັນ­ທຸກ​ຕົກ­ເຮ່ຍ ນອກ­ຈາກ​ນັ້ນ ຍັງ​ບັນ­ທຸກ​ເກີນ​ຄວາມ​ສາ­ມາດ​ຂອງ​ລົດ ສ່ວນ​ການ​ຄວບ​ຄຸມ​ຕິດ­ຕາມ​ຂອງ​ເຈົ້າ​ໜ້າ­ທີ່​ຮັບ­ຜິດ­ຊອບ​ນັ້ນ​ກໍ​ລະ​ເຫຼີງ ເລືອກ​ເຮັດ​ເປັນ​ບາງ​ໂອ­ກາດ ເວ­ລາ​ມີ​ເຫດ­ການ​ສຳ­ຄັນ​ເທົ່າ​ນັ້ນ ດັ່ງ­ນັ້ນ ຈຶ່ງ​ບໍ່​ແປກ​ດອກ​ທີ່​ບ້ານ​ເມືອງ​ພວກ​ເຮົາ​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຂີ້​ເຫຍື້ອ.

ຢ່າຫຼົງເຊື່ອການໂຄສະນາເກີນເຫດ

ໃນ​ສັງ­ຄົມ​ປັດ­ຈຸ­ບັນ​ນີ້ ມີ​ການ​ແກ່ງ​ແຍ່ງ​ແຂ່ງ­ຂັນ​ກັນ​ເພື່ອ​ເຮັດ​ຢູ່​ຫາ​ກິນ​ນັ້ນ ທຸກ​ຄົນ​ຕ້ອງ​ມີ​ສະ­ຕິ​ລະ­ວັງ ຢ່າ​ໃຫ້​ຖືກ​ຕົ້ມ​ຕົວະ​ຫຼອກ​ລວງ​ຈາກ​ພວກ​ຫົວ​ໃສ​ໃຈ​ຄົດ ຕົວ­ຢ່າງ: ກໍ​ຄື ພວກ​ທີ່​ຈ່າວ​ຂາຍ​ສິນ­ຄ້າ​ເພື່ອ​ສຸ­ຂະ­ພາບ ເພື່ອ​ຄວາມ​ຈົບ​ຄວາມ​ງາມ ເຊິ່ງ​ໃຜໆ​ກໍ​ຕ້ອງ­ການ ການ​ໂຄ­ສະ­ນາ​ຂີ້​ຕົວະ​ເຫຼົ່າ​ນີ້ ມັກ​ຈະ​ເກີນ​ຄວາມ​ຈິງ ເຊັ່ນ: ເລື່ອງ​ຢາ​ຊູ​ກຳ­ລັງ​ທາງ​ເພດ ຄຼີມ​ເສີມ​ຄວາມ​ງາມ​ໃຫ້​ງາມ​ປານ​ພະ​ເອກ-ນາງ​ເອກ ທີ່­ແທ້​ແມ່ນ​ການ​ຕົວະ​ກັນ​ແບບ​ຕາ​ໃສໆທັງ​ນັ້ນ.

ຕ້ອງມີຈັນຍາບັນ ແລະ ມາລະຍາດໃນອາຊີບ

ໃນ​ສັງ­ຄົມ​ປັດ­ຈຸ­ບັນ ຄົນ​ໃນ​ທຸກໆ​ອາ­ຊີບ​ຕ້ອງ​ມີ​ຈັນ​ຍາ​ບັນ ມີ​ມາ­ລະ­ຍາດ​ສະ­ເພາະ ຈຶ່ງ​ຈະ​ມີ​ຄວາມ​ຍືນ​ຍົງ​ໃນ​ວິ­ຊາ​ຫາ​ກິນ ຕົວ­ຢ່າງ: ຖ້າ​ເປັນ​ໂຊ​ເຟີ​ລົດ​ແທັກ​ຊີ ຫຼື ລົດ​ຕຸກໆ ທີ່​ໃຫ້​ບໍ­ລິ­ການ​ຄົນ​ໂດຍ­ສານ​ນັ້ນ ກໍ​ຕ້ອງ​ປະ­ຕິ­ບັດ​ຕົນ​ໃຫ້​ເໝາະ​ສົມ ເຊັ່ນ ເວ­ລາ​ຢຸດ​ລົດ​ຮັບ​ຜູ້­ໂດຍ­ສານ ໂຊ​ເຟີ​ກໍ​ຕ້ອງ​ລົງ​ລົດ​ມາ​ຕ້ອນ­ຮັບ​ແຂກ ຫຼື ຍົກ​ເຄື່ອງ​ຂອງ​ຊ່ວຍ ກ່ອນ​ຈະ​ຂັບ​ລົດ​ອອກ​ໄປ​ກໍ​ຕ້ອງ​ແນ່​ໃຈ​ວ່າ…

ເຮັດແນວບໍ່ແນວ ລະວັງຖິ້ມແຂ້ວ

ຂີ່​ລົດ­ຖີບ​ຕາມ​ເສັ້ນ­ທາງ ບໍ່​ແມ່ນ​ຂີ່​ສະ­ແດງ​ໃນ​ໂຮງ​ກາ​ຍະ​ສິນ​ໂດຍ​ນັກ­ສະ­ແດງ ດັ່ງ­ນັ້ນ ຂໍ​ຢ່າ​ເຮັດ​ແນວ​ໂລດ​ໂຜນ ສ່ຽງ​ໄພ ເຊັ່ນ ການ​ຢອກ​ລໍ້​ກັນ ການ​ປ່ອຍ​ມື​ຈາກ​ເຂົາ​ລົດ​ທັງ​ສອງ​ເບື້ອງ ຫຼື ການ​ຂີ່​ຕັດ​ໜ້າ​ຕັດ​ຫຼັງ​ກັນ ຂີ່​ເປັນ​ແພ ຫຼື ເອົາ​ຕີນ-ມື​ເກາະ​ກາຍ​ກັນ​ຄື​ໃນ​ຮູບ​ກາ​ຕຸນ​ນີ້ ຄູ-ອາ­ຈານ ຜູ້​ປົກ­ຄອງ​ທຸກ​ຄົນ​ຄວນ​ໃສ່­ໃຈ​ຕັກ­ເຕືອນ​ລູກ​ຫຼານ ເລື່ອງ​ການ​ໃຊ້​ລົດ­ຖີບ-ລົດ­ຈັກ…

ເຮັດແນວຈັງໄຮ ສາຍໄຟຈະເປັນໄພ

ສາຍ​ໄຟ­ຟ້າ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ກໍ​ຄື​ຢູ່​ໃນ​ຕົວ​ເມືອງ​ອື່ນໆ ຍັງ​ມະ​ຍຸ​ມະ​ຍະ​ຢັ່ງ­ຢາຍ​ບໍ່​ເປັນ​ລະ­ບຽບ ຢູ່​ເມືອງ​ໃຫຍ່ໆ​ໃນ​ຕ່າງ­ປະ­ເທດ ເຂົາ​ມີ​ລະ­ບົບ​ຝັງ​ສາຍ​ໄຟ​ຟ້າ­ລົງ​ດິນ ບໍ່​ມີ​ສາຍ​ໄຟ­ຟ້າ​ເປັນ​ປຸ້ມ ປິດ​ບັງ​ຄວາມ​ງາມ​ຂອງ​ເຮືອນ​ຊານ​ບ້ານ​ຊ່ອງ ຍ້ອນ​ແນວ​ນີ້ ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ເອົາ­ໃຈ​ຊ່ວຍ​ກັນ ຢ່າ​ໃຫ້​ມີ​ເຄືອ­ໄມ້ ຖົງ​ຢາງ ຫຼື ເຄື່ອງ​ເສດ​ເຫຼືອ ຂີ້​ເຫຍື້ອ ໄປ​ເກາະ​ຫ້ອຍ​ຢູ່​ຕາມ​ສາຍ​ໄຟ ເພາະ​ມັນ​ເປັນ​ອັນ­ຕະ­ລາຍ…

error: Content is protected !!