ປະຫວັດຄວາມເປັນມາຂອງການແຂ່ງຂັນກີລາຄົນພິການແຫ່ງຊາດ

ການແຂ່ງຂັນກີລາຄົນພິການ ໄດ້ເລີ່ມມີການເຄື່ອນໄຫວຈັດການແຂ່ງຂັນທົ່ວປະເທດ ນັບແຕ່ປີ 2012 ເປັນຕົ້ນມາ ຄື:ການແຂ່ງຂັນກີລາຄົນພິການທົ່ວປະເທດ ຄັ້ງທີ I ປີ 2012 ມີຊື່ວ່າ “ງານບຸນມະໂຫລານກີລາຄົນພິການທົ່ວປະເທດ” ຈັດຂຶ້ນໃນລະຫວ່າງວັນທີ 20-22 ມັງກອນ 2012 ທີ່ແຂວງຫຼວງພະບາງ ເປັນເຈົ້າພາບ ປະເພດກີລາທີ່ຈັດເຂົ້າໃນການແຂ່ງຂັນ ປະກອບມີ 2 ປະເພດກິລາ ແລະ ມີປະເພດກີລາສາທິດ 3 ປະເພດກີລາ ຈັດຂຶ້ນພາຍຫຼັງສໍາເລັດການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ IX ທີ່ແຂວງຫຼວງພະບາງ.

ການແຂ່ງຂັນກີລາຄົນພິການ ທົ່ວປະເທດ ຄັ້ງທີ II ປີ 2015 ມີຊື່ວ່າ ” ງານບຸນມະໂຫລານກີລາຄົນພິການທົ່ວປະເທດ” ໃນລະຫວ່າງວັນທີ 22-31 ມັງກອນ 2015 ທີ່ແຂວງອຸດົມໄຊ ເປັນເຈົ້າພາບ ປະເພດກີລາທີ່ຈັດເຂົ້າໃນການແຂ່ງຂັນ ປະກອບມີ 3 ປະເພດກີລາ ແລະ ມີກີລາສາທິດ 3 ປະເພດກີລາ ຈັດຂຶ້ນພາຍຫຼັງສໍາເລັດການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ.

ການແຂ່ງຂັນກີລາຄົນພິການແຫ່ງຊາດ ຄັ້ງທີ III ປີ 2023 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນຄັ້ງນີ້ ຈັດຂຶ້ນພາຍຫຼັງສຳເລັດການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ໃນລະຫວ່າງວັນທີ 13-22 ທັນວາ 2022 ເຊິ່ງກຳນົດເອົາ 7 ປະເພດກີລາ ຈັດເຂົ້າໃນການແຂ່ງຂັນ ແລະ ດຳເນີນການແຂ່ງຂັນ ໃນລະຫວ່າງວັນທີ 14-18 ກຸມພາ 2023.

ສໍາລັບການແຂ່ງຂັນກີລາຄົນພິການແຫ່ງຊາດ ຄັ້ງທີ IV ຈະຈັດຂຶ້ນໃນລະຫວ່າງວັນທີ 14-19 ທັນວາ 2025 ນີ້ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ກໍານົດເອົາ 9 ປະເພດກີລາຄື: ຍົກນໍ້າໜັກຄົນພິການ ລອຍນໍ້າຄົນພິການ ແລ່ນ-ລານຄົນພິການ ໂກນບານຄົນພິການ ບານບ້ວງລໍ້ເລື່ອນຄົນພິການ ບານເຕະຄົນພິການຕາ 5 ຄົນ ບ໊ອດເຊຍຄົນພິການ ດອກປີກໄກ່ຄົນພິການ ຟັນດາບຄົນພິການ ແລະ ມີລະດັບຄວາມເປັນພິການ ທີ່ແຕກຕ່າງກັນ.

ນອກຈາກ ການເຄື່ອນໄຫວຢູ່ພາຍໃນປະເທດແລ້ວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນໜຶ່ງໃນບັນດາປະເທດ ທີ່ໄດ້ເຂົ້າເປັນສະມາຊິກກີລາຄົນພິການ ໃນລະດັບອາຊຽນ (APSF) ປີ 2001 ທະວີບອາຊີ (APC) ປີ 2010 ລະດັບສາກົນ (IPC) ໃນປີ 2000 ເຂົ້າເປັນສະມາຊິກປະເພດຄົນພິການຕາ (ກີລາຕາບອດ) (IBSA) ປີ 2018 ເຂົ້າເປັນສະມາຊິກ 10 ປະເພດກີລາ ທີ່ຜ່ານການຮັບຮອງຈາກຄະນະກຳມະການພາຣາແລມປິກສາກົນ ແລະ ສະຫະພັນກີລາຄົນພິການລະດັບສາກົນ ໃນປີ 2020 ໂດຍການມີສ່ວນຮ່ວມ ແລະ ເຄື່ອນໄຫວວຽກງານຕ່າງໆ ໃນນາມສະມາຊິກເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນອາຊຽນ ແລະ ສາກົນ.

ນຳພານັກກີລາຄົນພິການລາວ ເຂົ້າຮ່ວມການແຂ່ງຂັນກີລາໃນລະດັບອານຸພາກພື້ນ ພາກພື້ນ ແລະ ສາກົນ ສາມາດຍາດໄດ້ຫຼຽນຄຳ ຫຼຽນເງິນ ຫຼຽນທອງ ສ້າງກຽດ ແລະ ຊື່ສຽງມາສູ່ປະເທດຊາດຂອງພວກເຮົາ ພິເສດ ການເຂົ້າຮ່ວມງານແຂ່ງຂັນກີລາຄົນພິການເອຊຽນພາຣາເກມ ຄັ້ງທີ III ທີ່ປະເທດອິນໂດເນເຊຍ ໃນປີ 2018 ມີ 48 ປະເທດສະມາຊິກເຂົ້າຮ່ວມການແຂ່ງຂັນ ໃນນັ້ນ ນັກກີລາຍົກນ້ຳໜັກຄົນພິການລາວ ຮຸ່ນນໍ້າໜັກ 49 ກິໂລ ສາມາດແຂ່ງຂັນ ແລະ ຍາດມາໄດ້ 1 ຫຼຽນຄຳ ເຊິ່ງເປັນຫຼຽນປະຫັວດສາດ ໃຫ້ແກ່ວົງການກີລາຄົນພິການລາວ.

error: Content is protected !!