ປະຊາຊົນ 15 ພັນຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ໄດ້ຮັບການຊ່ວຍກວ່າ 19 ຕື້ກີບ

ອົງການອາຫານໂລກ (WFP) ໂດຍການປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 19,26 ຕື້ກີບ (ປະມານ 900.000 ໂດລາສະຫະລັດ) ໃຫ້ແກ່ປະຊາຊົນ 15.000 ຄົນ ທີ່ປະສົບໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ ເດືອນກໍລະກົດ ຫາ ກັນຍາ 2026 ທຶນຊ່ວຍເຫຼືອຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມ ລິກາ.

ການຊ່ວຍເຫຼືອດັ່ງກ່າວກວມເອົາ 18 ບ້ານ ທີ່ໄດ້ຮັບຜົນກະທົບຮ້າຍແຮງ ໃນ 4 ເມືອງ ຄື: ເມືອງສອງຄອນ, ເມືອງຈຳພອນ, ເມືອງໄຊບູລີ ແລະ ເມືອງຊົນບູລີ. ໂດຍແຕ່ລະຄົນທີ່ມີລາຍຊື່ຮັບການຊ່ວຍເຫຼືອເປັນເງິນຈໍານວນ 60 ໂດລາສະຫະລັດ ປະມານ 1,35 ລ້ານກີບ ເພື່ອນຳໄປໃຊ້ຈ່າຍໃນການຈັດຊື້ອາຫານ ປິ່ນປົວພະຍາດ ແລະ ສິ່ງຈຳ ເປັນດ້ານໂພຊະນາການຂອງຄອບຄົວ.ພິທີມອບຮັບເງິນຊ່ວຍເຫຼືອຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ບ້ານດົງໝາກໄຟ, ເມືອງໄຊບູລີ ໃນວັນທີ 3 ພະຈິກ 2026 ໂດຍມີ ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ທອງໄສ ໄຊຍະວົງຄຳດີ ຮອງປະທານຄະນະກໍາມະການປົກ ຄອງແຂວງສະຫວັນນະເຂດ ທັງເປັນປະທານຄະນະກໍາມະການ ຕ້ານໄພພິບັດຂັ້ນແຂວງ ທ່ານ ນາງ ມິເຊວ ເອົາລໍ (Michelle Outlaw) ອຸປະທູດສະຖານທູດສະຫະລັດປະຈຳລາວ ທ່ານ ມາກ-ອັງເດຣ ພຣອສ (Marc-André Prost) ຜູ້ອຳນວຍການອົງການ ອາຫານໂລກປະຈຳລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພົງໄຊສັກ ອິນທະລາດ ໄດ້ກ່າວວ່າ: ໃນລະ ຫວ່າງ ເດືອນກໍລະກົດ ຫາ ກັນຍາ 2026 ປະເທດລາວໄດ້ປະສົບກັບໄພນ້ຳຖ້ວມຮ້າຍແຮງ ອັນເປັນຜົນມາຈາກພາຍຸເຂດຮ້ອນ ແລະ ຝົນຕົກໜັກໃນລະດູມໍລະສຸມ ເຊິ່ງສົ່ງຜົນກະທົບຕໍ່ຊຸມຊົນຢູ່ຫຼາຍພື້ນທີ່ທົ່ວປະເທດ.

ທ່ານກ່າວວ່າ ການຊ່ວຍເຫຼືອຄັ້ງນີ້ ຖືເປັນການປະກອບສ່ວນອັນສຳຄັນ ໃນການຊ່ວຍໃຫ້ຄອບຄົວຜູ້ປະສົບໄພ ເພື່ອສາມາດຜ່ານຜ່າຄວາມຫຍຸ້ງຍາກດ້ານການດຳລົງຊີວິດ ພ້ອມທັງສະທ້ອນໃຫ້ເຫັນເຖິງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານສະຫະລັດ ໃນວຽກງານຮັບມືກັບໄພພິບັດ ແລະ ການໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳ.ຜົນການປະເມີນຮ່ວມລະຫວ່າງຄະນະກຳມະ ການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ອົງການຕ່າງໆຂອງສະຫະປະຊາຊາດ ພົບວ່າ ໄພນ້ຳຖ້ວມໄດ້ສົ່ງຜົນກະທົບໃຫ້ກັບປະຊາຊົນ 71.797 ຄອບຄົວ ຫຼື 345.477 ຄົນ ໃນ 1.480 ບ້ານ ຂອງ 99 ເມືອງ ໃນ 14 ແຂວງ, ໃນນັ້ນມີແມ່ຍິງ 159.092 ຄົນ. ນອກນີ້ ຍັງມີລາຍງານຜູ້ເສຍຊີ ວິດຈາກໄພພິບັດດັ່ງກ່າວ 22-24 ຄົນ.ຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານ, ໂຮງຮຽນ, ສະຖານພະຍາບານ, ລະ ບົບໄຟຟ້າ ແລະ ເຄືອຂ່າຍສື່ສານ, ພື້ນທີ່ກະສິກຳ, ເຮືອນຊານ ລວມທັງສັດລ້ຽງ ມີມູນຄ່າຄວາມເສຍຫາຍປະເມີນເປັນເງິນ 9,14 ພັນຕື້ກີບ ຫຼື ຫຼາຍກວ່າ 400 ລ້ານໂດລາສະຫະລັດ.ຜ່ານມາ ລັດຖະບານໄດ້ລະດົມກຳລັງທີມງານສຸກເສີນລົງຊ່ວຍເຫຼືອຜູ້ປະສົບໄພ ພ້ອມທັງແຈກຢາຍນ້ຳດື່ມ, ເຄື່ອງບັນເທົາທຸກ ແລະ ເຂົ້າສານຈາກຄັງສຳຮອງເຂົ້າ ສານສຸກເສີນອາຊຽນບວກສາມ (ASEAN Plus Three Emergency Rice Reserve) ແລະ ສູນປະສານງານອາຊຽນເພື່ອການຊ່ວຍເຫຼືອດ້ານມະນຸດສະທຳ (AHA Centre). ແຕ່ເນື່ອງຈາກຄວາມເສຍຫາຍມີຂອບ ເຂດກວ້າງຂວາງ ຈຶ່ງຈຳເປັນຕ້ອງໄດ້ຮັບການສະໜັບສະ ໜູນເພີ່ມເຕີມຈາກບັນດາຄູ່ຮ່ວມງານສາກົນ.

ທ່ານ ມາກ-ອັງເດຣ ພຣອສ ຜູ້ອຳນວຍການໂຄງການອາ ຫານໂລກປະຈຳລາວ ກ່າວວ່າ WFP ໃຫ້ບູລິມະສິດແກ່ການຊ່ວຍເຫຼືອດ້ວຍເງິນສົດ ໃນພື້ນທີ່ທີ່ຕະຫຼາດຍັງສາ ມາດດຳເນີນການໄດ້ຕາມປົກກະຕິ ແລະ ຍັງມີສະບຽງອາຫານຈຳໜ່າຍຢ່າງພຽງພໍ.ທ່ານກ່າວວ່າ ການມອບເງິນສົດໂດຍກົງ ຊ່ວຍໃຫ້ຄອບຄົວຜູ້ປະສົບໄພເພື່ອສ້າງເງື່ອນໄຂໃນການຕັດສິນໃຈເລືອກຈັດຊື້ສິ່ງທີ່ຈຳເປັນຮີບດ່ວນທີ່ສຸດ ພ້ອມທັງຊ່ວຍກະຕຸ້ນໃຫ້ຮ້ານຄ້າທ້ອງຖິ່ນ ແລະ ທຸລະກິດຂະໜາດນ້ອຍ ສາມາດຟື້ນຕົວຈາກຜົນກະທົບທາງເສດຖະກິດທີ່ເກີດຈາກໄພນ້ຳຖ້ວມ.

ການຊ່ວຍເຫຼືອຢູ່ແຂວງສະຫວັນນະເຂດຄັ້ງນີ້ ແມ່ນສ່ວນໜຶ່ງຂອງໂຄງການໄລຍະ 12 ເດືອນ ມູນຄ່າ 11 ລ້ານໂດລາສະຫະລັດ ທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດ ຜ່ານໂຄງການ U.S. Global Award ເພື່ອເສີມສ້າງຄວາມພ້ອມໃນການກຽມຮັບມືສະພາວະສຸກເສີນ, ລະບົບເຕືອນໄພລ່ວງໜ້າ ແລະ ຂີດຄວາມສາມາດໃນການຮັບມືກັບໄພພິບັດຢູ່ລາວ.ພາຍໃຕ້ໂຄງການຂອງ ອົງການ WFP ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງຮ່ວມກັນຊ່ວຍເຫຼືອປະຊາຊົນຫຼາຍກວ່າ 50.000 ຄົນ ໃນ 3 ແຂວງເປົ້າໝາຍ ຄື: ແຂວງຫຼວງນ້ຳທາ ເຊິ່ງໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານ, ສ່ວນແຂວງສະຫວັນນະເຂດ ແລະ ແຂວງເຊກອງ ແມ່ນໃຫ້ການຊ່ວຍເຫຼືອດ້ວຍເງິນສົດ.

ຕາງໜ້າໃຫ້ສະຖານທູດສະຫະລັດປະຈຳລາວ ທ່ານ ນາງ ມິເຊວ ເອົາລໍ ໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງສະຫະລັດ ໃນການສືບຕໍ່ສະໜັບສະໜູນຊຸມຊົນທີ່ປະສົບໄພພິບັດ ພ້ອມທັງເສີມສ້າງຂີດຄວາມສາມາດຂອງປະເທດໃນການຮັບມືກັບສະພາວະສຸກເສີນທີ່ເກີດຈາກການປ່ຽນແປງສະພາບດິນຟ້າອາກາດໃນອະນາຄົດ.ທາງດ້ານ WFP ລະບຸວ່າ ທີມງານຄົ້ນຄວ້າ, ປະເມີນ ແລະ ຕິດຕາມສະຖານະການ ຈະສືບຕໍ່ຕິດຕາມສະພາບຕະຫຼາດ ແລະ ລາຄາສິນຄ້າ ເພື່ອຮັບປະກັນວ່າການຊ່ວຍເຫຼືອຍັງມີຄວາມເໝາະສົມກັບສະພາບຕົວຈິງ.

ນອກນີ້ ຜູ້ທີ່ໄດ້ຮັບການຊ່ວຍເຫຼືອ ຍັງສາມາດໃຊ້ຊ່ອງທາງຮັບຄຳເຫັນ ແລະ ຮ້ອງຮຽນ ເພື່ອແຈ້ງບັນຫາ ຫຼື ຂໍ້ກັງວົນຕ່າງໆ ທີ່ອາດເກີດຂຶ້ນໃນລະຫວ່າງຂັ້ນຕອນການແຈກຢາຍເງິນຊ່ວຍເຫຼືອ.

error: Content is protected !!