
ແຂວງສະຫວັນນະເຂດ ໄດ້ຮັບອາຄານສູນເລືອດຫຼັງໃໝ່ ທີ່ ພ້ອມດ້ວຍອຸປະກອນການແພດ ແລະ ລະບົບສະໜັບສະ ໜູນຄົບຊຸດ ມູນຄ່າການກໍ່ສ້າງ 512.000 ໂດລາສະຫະລັດ ຈາກການຊ່ວຍເຫຼືອດ້ານມະນຸດສະທຳຂອງລັດຖະບານສະຫະລັດ ເພື່ອປັບປຸງຂີດຄວາມສາມາດດ້ານການເກັບກຳ ສະສົມ ແລະ ບໍລິຈາກເລືອດ ໃຫ້ມີຄວາມສະດວກ ປອດໄພ ແລະ ໄດ້ມາດຕະຖານສູງຂຶ້ນ.

ໃນວັນທີ 2 ພະຈິກ 2026 ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງສູນເລືອດຂອງແຂວງຢ່າງເປັນທາງການ ໂດຍມີ ທ່ານນາງ ມີແຊວ ເອົ້າລໍ ອຸປະທູດແຫ່ງສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງສະ ຫວັນນະເຂດ ພ້ອມດ້ວຍຄະນະນຳຂອງແຂວງ ຫົວໜ້າພະແນກການ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກກອງບັນ ຊາການກອງທັບສະຫະລັດອາເມລິກາປະຈຳພາກພື້ນປາຊີ ຟິກ ຊຶ່ງເປັນການຊ່ວຍເຫຼືອດ້ານມະນຸດສະທຳຈາກລັດຖະ ບານສະຫະລັດ ໂດຍປະສານງານກັບຫ້ອງວ່າການປົກຄອງແຂວງສະຫວັນນະເຂດ. ລັດຖະບານສະຫະລັດໄດ້ຈັດຈ້າງອອກແບບ ແລະ ກໍ່ສ້າງໂຄງການ ໂດຍມອບໃຫ້ບໍລິສັດ ບິວຕັ້ງຄອນເຊັບ ເປັນຜູ້ດຳເນີນການກໍ່ສ້າງ ຢູ່ນະຄອນໄກ ສອນ ພົມວິຫານ ໃກ້ກັບໂຮງໝໍແຂວງ.

ອາຄານສູນເລືອດຫຼັງໃໝ່ເປັນອາຄານ 2 ຊັ້ນ ອອກແບບຕາມຫຼັກວິຊາການຂອງນັກວິສະວະກອນປະຈຳກອງທັບບົກສະຫະລັດ ເມືອງອາລັດສະກາ ໂດຍມີຈຸດປະສົງເພື່ອໃຫ້ການກໍ່ສ້າງເປັນໄປຕາມລະບຽບການ ແລະ ມາດຕະຖານທາງວິສະວະກຳ ຊຶ່ງມີລະດັບມາດຕະຖານສູງກວ່າມາດຕະ ຖານກໍ່ສ້າງທີ່ນຳໃຊ້ຢູ່ໃນລາວ ຕາມຂໍ້ມູນໂຄງການ.

ພາຍໃນໂຄງການຍັງປະກອບມີອຸປະກອນການແພດຄົບຊຸດ ອຸປະກອນຫ້ອງການ ກ້ອງວົງຈອນປິດ ລະບົບໄຟຟ້າພະລັງງານແສງຕາເວັນ ເຄື່ອງອົບຂ້າເຊື້ອ ລະບົບບຳບັດນ້ຳເສຍ ແລະ ອຸປະກອນໄຟຟ້າຄົບຊຸດ. ນອກນັ້ນ ຍັງມີການຝຶກອົບຮົມພະນັກງານສູນເລືອດ ໃຫ້ສາມາດນຳໃຊ້ຕູ້ເກັບຮັກສາເລືອດ ເຄື່ອງແຍກສ່ວນປະກອບຂອງເລືອດ ແລະ ອຸປະກອນການແພດຕ່າງໆ ໄດ້ຢ່າງຖືກຕ້ອງ ແລະ ຊຳນານ.

ກ່ອນໜ້ານີ້ ໜ່ວຍງານທີ່ກ່ຽວຂ້ອງໄດ້ພະຍາຍາມຊອກຫາແຫຼ່ງທຶນເພື່ອກໍ່ສ້າງອາຄານສູນເລືອດທີ່ມີຄຸນນະພາບໃຫ້ແກ່ແຂວງສະຫວັນນະເຂດ. ໃນປີ 2023 ເຄີຍໄດ້ຮັບທຶນກໍ່ສ້າງ ແຕ່ຍ້ອນບໍ່ສາມາດຊອກຫາທີ່ດິນໄດ້ ຈຶ່ງໄດ້ມີການຍ້າຍໂຄງການໄປແຂວງຈຳປາສັກ. ຕໍ່ມາໃນປີ 2024 ກໍໄດ້ຮັບການສະໜັບສະໜູນທຶນອີກຄັ້ງ ແຕ່ຍັງບໍ່ສາມາດຮັບທຶນໄດ້ ເນື່ອງຈາກບໍ່ທັນມີທີ່ດິນກໍ່ສ້າງທີ່ເໝາະສົມ.

ຈົນຮອດປີ 2025 ອົງການກາແດງແຂວງຈຶ່ງໄດ້ຮັບອະນຸ ມັດທີ່ດິນກໍ່ສ້າງຈາກຂະແໜງການກ່ຽວຂ້ອງ ພ້ອມທັງໄດ້ຮັບງົບປະມານເພີ່ມເຕີມຈາກທ່ານເຈົ້າແຂວງ ຈຳນວນ 1,7 ຕື້ກີບ ເພື່ອຍົກຍ້າຍສິ່ງກີດຂວາງ ແລະ ປັບລະດັບໜ້າດິນ ເພື່ອປ້ອງກັນນ້ຳຖ້ວມ.
ມາຮອດວັນທີ 30 ກັນຍາ 2026 ການກໍ່ສ້າງໂຄງການໄດ້ສຳເລັດຕາມກຳນົດເວລາ ໂດຍມີມູນຄ່າການກໍ່ສ້າງທັງໝົດ 512.000 ໂດລາສະຫະລັດ.

ໃນພິທີມອບ-ຮັບ ທ່ານນາງ ມີແຊວ ເອົ້າລໍ ແລະ ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ຮ່ວມລົງນາມໃນເອກະສານມອບ-ຮັບໂຄງການ ພ້ອມທັງຕັດແຖບຜ້າເປີດປ້າຍນຳໃຊ້ອາຄານສູນເລືອດຫຼັງໃໝ່ຢ່າງເປັນທາງການ.
ການມອບຮັບອາຄານສູນເລືອດໃນຄັ້ງນີ້ ຈະຊ່ວຍເພີ່ມຄວາມພ້ອມໃນການເກັບກຳ ກວດກາ ແລະ ສະສົມເລືອດ ພ້ອມທັງສ້າງເງື່ອນໄຂໃຫ້ການບໍລິຈາກເລືອດມີຄວາມສະ ດວກ ແລະ ປອດໄພຫຼາຍຂຶ້ນ ເພື່ອຮອງຮັບການປິ່ນປົວຜູ້ປ່ວຍທີ່ມີຄວາມຕ້ອງການເລືອດ ໂດຍສະເພາະປະຊາຊົນໃນແຂວງສະຫວັນນະເຂດ.