ມອບ-ຮັບປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ

    ພິທີມອບ-ຮັບໜ້າທີ່ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ລະຫວ່າງ ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົມເກົ່າແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ຜູ້ໃໝ່) ຈັດຂຶ້ນວັນທີ 8 ທັນວາ 2021 ຢູ່ສະຫະພັນດັ່ງກ່າວ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະປະທານ ສນຫລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການມອບໜ້າທີ່ຄັ້ງນີ້ ໄດ້ອີງຕາມກົດໝາຍວ່າດ້ວຍສະຫະພັນນັກຮົມເກົ່າແຫ່ງຊາດລາວ ແລະ  ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ສະໄໝທີ IV ແລະ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດລາຍຊື່ບຸຄະລາກອນເພື່ອພິຈາລະນາຮັບຮອງເຂົ້າໃນຄະນະບໍລິຫານງານສະຫະພັນນັກຮົມເກົ່າແຫ່ງຊາດລາວ ສະໄໝທີ IV ໂດຍເຫັນດີຮັບຮອງ ທ່ານພົນໂທ ແສງນວນ ໄຊຍະລາດ ເປັນປະທານ ສນຫລ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາພັດທະນາວຽກງານ ສນຫລ ແຕ່ລະຂັ້ນ ໃຫ້ມີຜົນສຳເລັດຍິ່ງຂຶ້ນ ສ່ວນທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານ ສນຫລ ຜູ້ເກົ່າ ແມ່ນອອກພັກການຮັບອຸດໜູນບຳນານຕາມລະບຽບການຂອງພັກ.

   ປັດຈຸບັນ ສນຫລ ມີໂຄງປະກອບ 4 ຂັ້ນຄື: ຂັ້ນສູນກາງ ແຂວງ ເມືອງ ແລະ ຂັ້ນຮາກຖານ ມີຄະນະບໍລິຫານງານ 7 ທ່ານ ໃນນັ້ນ ປະທານ 3 ທ່ານ ກຳມະການ 4 ທ່ານ (ເສຍຊີວິດ 2) ມີຄະນະປະຈຳຢູ່ສູນກາງ 5 ທ່ານ  ປະກອບມີ 3 ກົມ 1 ຫ້ອງການຂຶ້ນກັບ ມີພະນັກງານທັງໝົດ 111 ທ່ານ ຍິງ 51 ທ່ານ ມີທະຫານ-ຕໍາຫຼວດ ແລະ ພະນັກງານ-ລັດຖະກອນ ປະຈຳຢູ່ສະຫະພັນນັກຮົບເກົ່າຂັ້ນແຂວງ ແລະ ເມືອງ 1.500 ທ່ານ ຍິງ 443 ທ່ານ.

   ໄລຍະຜ່ານມາ ສນຫລ ໄດ້ຮັບອະນຸມັດງົບປະມານພັດທະນາໂຄງການລົງທຶນຂອງລັດທັງໝົດ 10 ໂຄງການ ມີມູນຄ່າ 213 ຕື້ກີບ ໃນນີ້ ໂຄງການກໍ່ສ້າງ 3 ໂຄງການ ແລະ ໂຄງການສົ່ງເສີມວິຊາການ 7 ໂຄງການ ສຳລັບປີ 2021 ໄດ້ຮັບອະນຸມັດງົບປະມານການລົງທຶນຈາກລັດຖະບານລວມທັງໝົດ 9 ຕື້ກວ່າກີບ ເພື່ອສຸມໃສ່ເຂົ້າໃນການພັດທະນາດ້ານຕ່າງໆຂອງ ສນຫລ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. 

# ຂ່າວ – ພາບ : ລັດເວລາ

error: Content is protected !!