ຖອດຖອນບົດຮຽນດ້ານການກະກຽມ ແລະ ດຳເນີນກອງປະຊຸມ ສພຊ

    ເພື່ອສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດດ້ານການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເປັນບ່ອນອີງ ແລະ ເປັນບົດຮຽນໃນການດຳເນີນກອງປະຊຸມໃນຄັ້ງຕໍ່ໄປ ໃນວັນທີ 6 ທັນວາ 2021 ທີ່ສະພາແຫ່ງຊາດ ຜ່ານລະບົບກອງປະຊຸມທາງໄກ ໂດຍເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ຮອງປະທານຄະນະປະຈຳສະພາແຫ່ງຊາດ ແລະ ມີບັນດາຄະນະສະມາຊິກສະພາແຫ່ງຊາດປະຈຳແຕ່ລະເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ ສຳລັບເຂດເລືອກຕັ້ງທີ 14 ແຂວງສາລະວັນ ເຂົ້າຮ່ວມໂດຍທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 14.

    ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບຕີລາຄາຜົນສຳເລັດໃນການກະກຽມ ແລະ ດໍາເນີນປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ຕີລາຄາຢ່າງລະອຽດ ຊັດເຈນ ແລະ ຖືກຕ້ອງຢ່າງພາວະວິໄສ ເປັນຕົ້ນ ການກະກຽມການດຳເນີນກອງປະຊຸມ ຜົນໄດ້ຮັບດ້ານເນື້ອໃນກອງປະຊຸມ ສາເຫດທີ່ພາໃຫ້ມີຈຸດດີ ຂໍ້ຄົງຄ້າງ ແລະ ໄດ້ກຳນົດແຜນວຽກຈຸດສຸມພາຍຫຼັງສຳເລັດກອງປະຊຸມ ທັງໄດ້ຄາດຄະເນແຜນດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.

    ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ ພ້ອມທັງສ່ອງແສງຕີລາຄາຕໍ່ກັບການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທັງດ້ານດີ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ສາມາດຖອດຖອນໄດ້ ໂດຍເລັ່ງໃສ່ການປະກອບຄໍາຄິດເຫັນຂອງຄະນະສະມາຊິກສະພາແຫ່ງຊາດໃນທ້ອງຖິ່ນທີ່ເຂົ້າຮ່ວມກອງປະຊຸມ ເພື່ອຕີລາຄາໃນການກະກຽມ ແລະ ດ້ານການດຳເນີນກອງປະຊຸມ ຜົນໄດ້ຮັບ ແລະ ດ້ານອື່ນໆ ກໍຄືຄະນະຮັບຜິດຊອບກອງປະຊຸມ ເຊິ່ງການປະກອບຄຳຄິດເຫັນໂດຍລວມແມ່ນເລັ່ງໃສ່ການຄວບຄຸມ ຈັດການບໍລິຫານເວລາໃນການດຳເນີນກອງປະຊຸມ ການຊີ້ແຈງບັນຫາຕ່າງໆຕໍ່ສັງຄົມ ເນັ້ນໃສ່ເນື້ອໃນຕໍ່ກັບການຊີ້ແຈງສັງຄົມໃຫ້ຮັດກຸມ ເລິກເຊິ່ງ ແລະ ຕອບໂຈດບັນຫາຕ່າງໆໃຫ້ສັງຄົມ ກໍຄືພໍ່ແມ່ປະຊາຊົນ ນອກນັ້ນ ເວລາໃນການຄົ້ນຄວ້າມີໜ້ອຍ ແລະ ອື່ນໆ.

    ຈາກນັ້ນ ທ່ານ ສີເຮັງ ຫອມສົມບັດ ກໍຄືສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄຳຄິດເຫັນ ໂດຍສະເພາະແມ່ນການກະກຽມ ແລະ ດໍາເນີນກອງປະຊຸມ ເປັນຕົ້ນບັນດາຄະນະກຳມາທິການຕ່າງໆ ຄວນຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າຢ່າງລະອຽດໃນເບື້ອງຕົ້ນກ່ອນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆກໍຕ້ອງໄດ້ມີການຄົ້ນຄວ້າ ແລະ ສັງລວມເອົາບັນຫາທີ່ສໍາຄັນ ຮີບດ່ວນ ເຊັ່ນ: ບັນຫາຂອງທ້ອງຖິ່ນ ບັນຫາທີ່ໄດ້ຮັບການໂທລະສັບສາຍດ່ວນ ບັນຫາຕ່າງໆທີ່ປະຊາຊົນສະເໜີ ແລະ ອື່ນໆ ຈັດສັນເວລາໃນການດໍາເນີນໃຫ້ຊັດເຈນ ແທດເໝາະ ບັນຫາທີ່ພົ້ນເດັ່ນ ແລະ ຮີບດ່ວນທີ່ສຸດໄດ້ທີ່ຈະໄດ້ສະເໜີຕໍ່ກອງປະຊຸມສະພາ ເພື່ອພິຈາລະນາຄົ້ນຄວ້າໃຫ້ມີເນື້ອໃນເລິກເຊິ່ງ ໄດ້ຮັບຄຳຊີ້ແຈງ ແລະ ໄດ້ຮັບການແກ້ໄຂ.

# ຂ່າວ – ພາບ : ບຸນມີ

error: Content is protected !!