ຍົກລະດັບການວາງແຜນທຸລະກິດ-ການເງິນເພື່ອເຂົ້າຫາແຫຼ່ງທຶນ

    ໃນລະຫວ່າງວັນທີ 6-10 ທັນວາ 2021 ສູນບໍລິການວິສາຫະກິດຂະໜາດນ້ອຍ ກາງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດເຝິກອົບຮົມໃນຫົວຂໍ້ ການວາງແຜນທຸລະກິດ-ການວາງແຜນ ການເງິນ ແລະ ການບັນຊີເງິນສົດສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ເພື່ອສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການເຂົ້າເຖິງແຫຼ່ງທຶນ ໂດຍເປັນປະທານຮ່ວມຂອງ ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ທ່ານ ຄັດທະພອນ ພົມມະປັນຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງພະບາງ ມີບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ພ້ອມດ້ວຍວິທະຍາກອນເຂົ້າຮ່ວມ.

    ຈຸດປະສົງ ເພື່ອແນໃສ່ຜັນຂະຫຍາຍມາດຕາ 15 ຂອງດໍາລັດວ່າດ້ວຍກອງທຶນສົ່ງເສີມ SME ສະບັບເລກທີ 299/ລບ ທັງເປັນການສ້າງເງື່ອນໄຂໃຫ້ທະນາຄານເຂົ້າຮ່ວມໂຄງການບ້ວງເງິນ 200 ຕື້ກີບໄດ້ປ່ອຍເງິນໂດຍໄວ ພ້ອມທັງເປັນການຊ່ວຍເຫຼືອໃຫ້ຫົວໜ່ວຍ SME ສາມາດເຂົ້າເຖິງແຫຼ່ງທຶນທີ່ມີຕົ້ນທຶນຕໍ່າ ໂດຍເນັ້ນຝຶກອົບຮົມໃນຫົວຂໍ້ ” ການວາງແຜນທຸລະກິດ ການວາງແຜນການເງິນ ແລະ ການບັນຊີເງິນສົດ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ” ໃຫ້ລູກຄ້າທະນາຄານທີ່ຜ່ານເງື່ອນໄຂກູ້ຢືມ ແລະ ອົບຮົມໃຫ້ຫົວໜ່ວຍ SME ທົ່ວໄປ ທີ່ຍັງບໍ່ຜ່ານເງື່ອນໄຂກູ້ຢືມເງິນຂອງທະນາຄານແຕ່ນອນໃນ 4 ຂະແໜງການບຸລິມະສິດໃນການປ່ອຍສິນເຊື່ອ.

    ສໍາລັບແຜນຈະຈັດອົບຮົມທັງໝົດ 18 ແຂວງທົ່ວປະເທດ ເພື່ອໃຫ້ຫົວໜ່ວຍ SME ໃຫ້ເຂົ້າໃຈການເຂົ້າຮ່ວມເຝິກອົບຮົມແມ່ນ 1 ໃນເງື່ອນໄຂການປ່ອຍກູ້ຂອງທະນາຄານບ້ວງດອກເບ້ຍຕໍ່າ 3% ຂອງລັດຖະບານພາຍໃຕ້ໂຄງການຢັ້ງຢືນການອົບຮົມໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທຶນຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສະໜັບສະໜູນຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ.

    ຊຸດເຝິກອົບຮົມຄັ້ງນີ້ ນອກຈາກໄດ້ຮຽນທິດສະດີແລ້ວ ຜູ້ເຂົ້າຮ່ວມຍັງໄດ້ປະຕິບັດຕົວຈິງໄປພ້ອມ ໂດຍການນໍາພາສ້າງແຜນທຸລະກິດ ແລະ ແຜນບັນຊີ-ການເງິນໃຫ້ສົມບູນ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດນໍາເອົາໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ – ພາບ : ບຸນມີ

error: Content is protected !!