ເຕືອນຜູ້ຂັບຂີ່ຈົ່ງລະມັດລະວັງ ຖະໜົນທ່າເດື່ອມີການສ້ອມແປງຫຼາຍຈຸດ

    ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກຫຼາຍຂຶ້ນ ເນື່ອງຈາກລະດູຝົນຜ່ານມາ ມີເສັ້ນທາງບາງເສັ້ນມີການເປ່ເພ ດັ່ງນັ້ນ ພາກສ່ວນກ່ຽວຂ້ອງກໍໄດ້ມີການສ້ອມແປງຈຸດທີ່ເປ່ເພຖະໜົນບາງສາຍ ໃນນີ້ ກໍມີຖະໜົນທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼາຍວຽງຈັນ ມີຫຼາຍຈຸດໄດ້ມີການສ້ອມແປງ ໂດຍສະເພາະແຕ່ສາມແຍກຈີ່ນາຍໂມ້ ໄປຫາໂຮງງານເບຍລາວ.      ດັ່ງນັ້ນ ຈຶ່ງເຕືອນມາຍັງຜູ້ຂັບຂີ່ຍານພາຫະນະທີ່ມີຈຸດປະສົງນຳໃຊ້ຖະໜົນເສັ້ນດັ່ງກ່າວ ຈົ່ງລະມັດລະວັງໂດຍສະເພາະການເດີນທາງເວລາກາງຄືນ ຕ້ອງຄ່ອຍໄປຄ່ອຍມາ…

ຫາລືກ່ຽວກັບຮ່າງນະໂຍບາຍຄູແຫ່ງຊາດ

    ວັນທີ 20 ທັນວາ ທີ່ກະຊວງສຶກສາທິການ ແລະ ກີລາ (ຕຶກ ICT) ຈັດກອງປະຊຸມຫາລືລະດັບຊາດ ກ່ຽວກັບຮ່າງນະໂຍບາຍຄູແຫ່ງຊາດ ທີ່ພັດທະນາໄປຕາມມິຕິ 1-4 (ຜ່ານທາງອອນລາຍ) ໂດຍການເປັນປະທານຂອງທ່ານ ປອ…

ປະກາດແຕ່ງຕັ້ງຮອງລັດຖະມົນຕີ ຖວທ

    ວັນທີ 21 ທັນວາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ມີພິທີປະກາດການແຕ່ງຕັ້ງທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະ ທໍາ ແລະ ທ່ອງທ່ຽວ (ຖວທ)…

ລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ

    ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ສະໜາມບິນສາກົນຂອງລາວ ຈັດຂຶ້ນວັນທີ 20 ທັນວາ 2021 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ KOBAYASHI Kenichi ເອກ​ອັກຄະ​ຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ…

ຂະແໜງ ຍທຂ ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານຈັດ​ຕັ້ງ ກໍ່ສ້າງພັກ-ພະນັກງານ

     ກອງປະຊຸມວຽກງານຈັດຕັ້ງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) 5 ປີ (2016-2020) ຈັດຂຶ້ນວັນທີ 21-22 ຕຸລາ 2021 ຢູ່ກະຊວງດັ່ງກ່າວ ມີສະຫາຍ ວຽງສະຫວັດ…

ກອງປະຊຸມໃຫຍ່ ຄັ້ງທີ II ອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ

     ກອງປະຊຸມໃຫຍ່ຄັ້ງທີ II ອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດຂຶ້ນວັນທີ 20 ທັນວາ 2021 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ…

ອຸດສະຫະກຳ ແລະ ການຄ້າ ນວ ແຈ້ງຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະປີໃໝ່ສາກົນ

    ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃຫ້ເຂົ້າສູ່ລະບຽບກົດໝາຍ ບົນພື້ນຖານກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ ພ້ອມດຽວກັນນັ້ນ ໃຫ້ການສະໜອງສິນຄ້າອຸປະໂພກ-ບໍລິໂພກພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ ແລະ ມີຄວາມເປັນທຳທາງດ້ານລາຄາ ປະລິມານ ແລະ ຄຸນນະພາບ ຫຼີກລ່ຽງບໍ່ໃຫ້ມີການເອົາລັດເອົາປຽບລະຫວ່າງຜູ້ຂາຍ-ຜູ້ຊື້ ເຊິ່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ…

ລັດຖະບານມາເລເຊຍ ມອບວັກຊິນ Astra Zeneca ໃຫ້ ສປປ ລາວ

    ວັນທີ 17 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ແອສຕຣາ ເຊເນກາ (Astra Zeneca) ຈໍານວນ 283.400 ໂດສ ພ້ອມດ້ວຍເຂັມສັກ ໂດຍການຊ່ວຍເຫຼືອຂອງລັດຖະບານມາເລເຊຍ…

ວັກຊິນ 100.000 ໂດສ ຈາກລັດຖະບານອົດສະຕຣາລີ ມາຮອດ ສປປ ລາວແລ້ວ

    ວັກຊິນແອສຕຣາເຊນີກາ 100.000 ໂດສ ຈາກການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ໄດ້ຈັດສົ່ງມາຮອດ ສປປ ລາວ ແລ້ວ ເມື່ອວັນທີ 19 ທັນວາ 2021 ຜ່ານມາ ທີ່ສະໜາມບິນສາກົນວັດໄຕ ໂດຍການຕ້ອນຮັບຂອງທ່ານ…

error: Content is protected !!