ຜົນສຳເລັດກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ປະຈຳປີ 2022

    ວັນທີ 10 ມັງກອນ 2021 ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສ.ສ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 8-10 ມັງກອນ 2022 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

    ໃນຕອນເຊົ້າຂອງວັນທີ 10 ມັງກອນ 2022 ທີ່ຫ້ອງປະຊຸມຫ້ອງການລັດຖະບານ ສະຫາຍນາຍົກລັດຖະ ມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ເປັນປະທານຮ່ວມຊີ້ນຳກອງປະຊຸມ ຄັ້ງທີ 44 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ.ສ ຫວຽດນາມ ປະຈໍາປີ 2022. ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 43 ກໍຄືຂໍ້ຕົກລົງວ່າດ້ວຍການຮ່ວມມືປະຈໍາປີ 2022 ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມື ໃນປີ 2022 ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືໃນປີ 2021 ທີ່ຜ່ານມາ ເຊິ່ງສາມາດບັນລຸຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ການຕ່າງປະເທດ ດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກສອງລັດຢ່າງເປັນປົກກະຕິ ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ ກໍໄດ້ຮັບເປີດກວ້າງດ້ວຍຫຼາຍຮູບການ ປັດຈຸບັນ ຈໍານວນນັກສຶກສາລາວທີ່ກໍາລັງຄົ້ນຄວ້າຮ່ຳຮຽນຢູ່ ສສ. ຫວຽດນາມ ມີຫຼາຍກວ່າ 14.000 ຄົນ.

    ສຳລັບທິດທາງແຜນການຮ່ວມມືໃນປີ 2022 ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຂອງສອງປະເທດໃຫ້ເປັນຮູບປະທຳ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ ສະຖຽນລະພາບ ການຮ່ວມມື ແລະ ພັດທະນາຮອບດ້ານ ສະໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ສອງຝ່າຍສູ້ຊົນຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂື້ນ 10-15% ທຽບໃສ່ປີຜ່ານມາ ສືບຕໍ່ຜັນຂະຫຍາຍບົດບັນທຶກຄວາມເຂົ້້າໃຈກ່ຽວກັບການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ ການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້ ສອງຝ່າຍກໍຈະພ້ອມກັນສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືດ້ານການຄ້າ ການລົງທຶນ ການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

    ພາຍຫຼັງສຳເລັດກອງປະຊຸມ ສອງນາຍົກລັດຖະມົນຕີ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືຂອງບັນດາກະຊວງ ແລະ ພາກທຸລະກິດສອງປະເທດ ຈຳນວນທັງໝົດ 09 ສະບັບ ໃນນີ້ ພາກລັດວິສາຫະກິດ 01 ສະບັບ ຄື: ມອບ-ຮັບໃບຢັ້ງຢືນຂໍ້ຜູກພັນກ່ຽວກັບການເພີ່ມອັດຕາສ່ວນກຳມະສິດຂອງລັດຖະບານລາວ ຈາກ 20% ຂື້ນເປັນ 60% ຂອງທ່າເຮືອ ຫວຸງອາງ 1,2,3 ທືນຈົດທະບຽນ ໃນບໍລິສັດ ຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ.

    ຫຼັງຈາກນັ້ນ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ຫງວຽນ ຈິ ຢູ້ງ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ຮ່ວມກັນຖະແຫຼງຂ່າວຜົນສຳເລັດຂອງກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ຜົນຂອງກອງປະຊຸມຄັ້ງນີ້ ເຊິ່ງຈະປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວສູ່ລວງເລິກຫຼາຍຂຶ້ນ ຊຶ່ງເປັນຂີດໝາຍອັນໃໝ່ໃນປີ 2022. ພິເສດ ສອງຝ່າຍຈະໄດ້ຮ່ວມກັນຈັດຕັ້ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບໃນປີ 2022 ກໍຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມຫມາຍສຳຄັນ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ.

    ພາຍຫຼັງສຳເລັດກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຄັັ້ງທີ 44 ປະຈຳປີ 2022 ໃນຕອນບ່າຍຂອງວັນດຽວກັນ ໄດ້ມີກອງປະຊຸມພົບປະທຸລະກິດ ລາວ ແລະ ຫວຽດນາມ ໂດຍມີ 2 ນາຍົກລັດຖະມົນຕີເຂົ້າເປັນປະທານຮ່ວມກອງປະຊຸມດັ່ງກ່າວ ເພື່ອໃຫ້ທຸລະກິດສອງຝ່າຍໄດ້ຮ່ວມມືລົງທືນ ຊຸກຍູ້-ຊອກຫາທາງອອກ ສ້າງເງື່ອນໄຂຂໍ້ສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກຂອງບັນດາທຸລະກິດຫວຽດນາມລົງທຶນ ຢູ່ ລາວ ແລະ ທຸລະກິດລາວ ລົງທຶນຢູ່ຫວຽດນາມ.

error: Content is protected !!