ອາຈານວັດນາກໃຫຍ່ ສືບຕໍ່ຊ່ວຍເຫຼືອປະຊາຊົນ

      ວັນທີ 9 ມັງກອນ 2022 ຜ່ານມາ ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ພ້ອມດ້ວຍຜູ້ໃຈບຸນ ໄດ້ສືບຕໍ່ນຳເອົາເຄື່ອງບໍລິໂພກໄປຊ່ວຍເຫຼືອປະຊາຊົນ 181 ຄອບຄົວຢູ່ບ້ານຫ້ອມໃຕ້ ແລະ ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດປະຈໍາວັນ ໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງເຄື່ອງທີ່ນໍາໄປມອບຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງບຸກຄົນຕ່າງໆ ເປັນຕົ້ນທ່ານ ສຸຂັນສັກ ສີສຸກ ນາງ ໂຄຕາມີ ບ້ານໂນນຫວາຍ ນາງ ຄໍາຫຼ້າ ຮ້ານຟີດເນັດ ທ່ານ ວິລະສັກ ນາງ ມະນີພອນ ແລະ ນາງ ແກ້ວ ບ້ານທ່າພະລານໄຊ ອາຈານ ຄຳຜົງ ປານີຈິດ ນາງ ໄພວັນ ແລະ ນາງ ຄຳ ພ້ອມລູກຊາຍ.

     ພະອາຈານ ບຸນຍາດ ຄໍາພູ ໄດ້ກ່າວວ່າ: ກິດຈະກໍາແຈກສິ່ງຂອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ ໄດ້ດຳເນີນມາແຕ່ທ້າຍປີ 2020 ໂດຍໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນທັງຫຼາຍ ບໍ່ວ່າຈະເປັນບໍລິສັດ ບຸກຄົນ ແລະ ນິຕິບຸກຄົນ ພາຍຫຼັງໄດ້ຮັບເຄື່ອງຊ່ວຍເຫຼືອແລ້ວ ກໍໄດ້ປະສານໄປຍັງອຳນາດການປົກຄອງບ້ານແຕ່ລະບ້ານພາຍໃນນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົາຄອບຄົວທີ່ມີຄວາມຫຍຸ້ງຍາກທີ່ສຸດໃນການດຳລົງຊີວິດປະຈຳວັນ ເພື່ອມາຮັບເອົາສິ່ງຂອງເລັກໆນ້ອຍຈາກອາຈານ ກໍຄືຜູ້ໃຈບຸນ ມອບເພື່ອໄປບັນເທົ່າທຸກຄອບຄົວ ເຊິ່ງກິດຈະກຳແບບນີ້ ໃນຜ່ານມາໄດ້ໄປຊ່ວຍເຫຼືອປະຊາຊົນຫຼາຍຄອບຄົວ ຫຼາຍບ້ານ ແລະ ຫຼາຍເມືອງ ພ້ອມຍັງຈະສືບຕໍ່ຊ່ວຍເຫຼືອໄປເລື້ອຍໆ ແບບຄຳເວົ້າທີ່ວ່າ ຄົນລາວຕ້ອງຊ່ວຍກັນໃນຍາມຫຍຸ້ງຍາກສັບສົນ ສ່ວນຜູ້ໃຈບຸນຢາກມີສ່ວນຮ່ວມກັບກິດຈະກຳດີໆແບບນີ້ ກໍສາມາດປະສານກັບອາຈານໄດ້ ປະຈຳຢູ່ວັດນາກໃຫຍ່ ເພື່ອປະກອບສ່ວນວັດຖຸສິ່ງຂອງໄປຊ່ວຍເຫຼືອປະຊາຊົນຕາມກຳລັງແຮງ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!