ສ່ວຍສາອາກອນ ສະຫຼຸບວຽກງານປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022

    ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນປະຈຳປີ 2021 ແລະ ທິດທາງປະຈຳປີ 2022 ຈັດຂຶ້ນວັນທີ 11-12 ມັງກອນ 2022 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ບຸນປະເສີດ ສີກຸນນະບຸດ ຫົວໜ້າກົມສ່ວຍສາອາກອນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີຫົວໜ້າ ຮອງຫົວໜ້າກົມສ່ວຍສາອາກອນ ຫົວໜ້າ ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າ ກົມອ້ອມຂ້າງກະຊວງການເງິນ ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກອ້ອມຂ້າງກົມ ຫົວໜ້າສ່ວຍສາອາກອນປະຈຳແຂວງ ນະຄອນຫຼວງວຽງຈັນ ຫົວໜ້າສ່ວຍສາອາກອນປະຈຳ 9 ເມືອງ ແລະ ພະນັກງານຫຼັກແຫຼ່ງຈໍານວນໜຶ່ງເຂົ້າຮ່ວມ. 

     ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2021 ກໍານົດທິດທາງແຜນການປີ 2022 ແລະ ໄດ້ມີການແນະນໍາວ່າດ້ວຍການຈັດຕັ້ງປະຕິບັດເກັບລາຍຮັບສ່ວຍສາອາກອນປະຈໍາປີ 2022 ແລະ ຍຸດທະສາດວຽກງານສ່ວຍສາອາກອນ 2022-2025 ບັນດາແຂວງໄດ້ປະກອບຄໍາເຫັນຕາມຄໍາຖາມເຈາະຈີ້ມ ເຊິ່ງບັນຫາທີ່ປິ່ນອ້ອມກ່ຽວຂ້ອງກັບການຄົ້ນຄວ້າກົນໄກການເກັບລາຍຮັບ ລວມທັງການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການເກັບລາຍຮັບ ແລະ ບາງມາດຕະການທີ່ຍັງບໍ່ທັນໄດ້ຈັດຕັ້ງ ແລະ 6 ເດືອນທ້າຍປີ 2021 ທີ່ຜ່ານມາ ພ້ອມນັ້ນ ຍັງໄດ້ເຜີຍແຜ່ແນະນໍາພາລະບົດບາດຂອງກົມສ່ວຍສາອາກອນ ສະບັບເລກທີ 2058/ກງ ຜ່ານມາດຕະຖານການກຳນົດຕໍາແໜງງານຂອງພະນັກງານ-ລັດຖະ ກອນສ່ວຍສາອາກອນ ຫົວໜ້າພະແນກ ກົມອ້ອມຂ້າງໄດ້ແນະນໍາ ແລະ ເຜີຍແຜ່ກ່ຽວກັບແຜນພັດທະນາວຽກງານສ່ວຍສາອາກອນ 5 ປີ ເຜີຍແຜ່ບັນດາກົດໝາຍສ່ວຍສາອາກອນ 4 ກົດໝາຍສະບັບປັບປຸງ ແລະ ລັດຖະບັນຍັດ 002/ປປທ ແນະນໍາວິທີຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ ແລະ ການປັບປຸງກົນໄກການຄຸ້ມຄອງອາກອນມູນຄ່າເພີ່ມ. 

    ນອກນັ້ນ ຜ່ານການຮັບຟັງປະກອບຄຳເຫັນ ໃນທີ່ປະຊຸມໄດ້ມີຄວາມເປັນເອກະພາບຕໍ່ກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈຳປີ 2021 ທີ່ມີທັງດ້ານຕັ້ງໜ້າ ແລະ ຂໍ້ຄົງຄ້າງ ເຊິ່ງສາມາດບັນລຸການຈັດເກັບລາຍຮັບໄດ້ຕາມແຜນປະຈໍາປີ 2021 ທີ່ສາມາດປະຕິບັດໄດ້ທັງໝົດ 93,54% ຂອງແຜນການດັດແກ້ ແລະ ມີຄວາມເປັນເອກະພາບຕໍ່ກັບທິດທາງແຜນການປີ 2022 ສູ້ຊົນປະຕິບັດການເກັບລາຍຮັບຕາມຕົວເລກຄາດໝາຍທີ່ສະພາຮັບຮອງໃຫ້ໄດ້ 19.822,0 ຕື້ກີບ ແລະ ບາງມາດຕະການຈັດຕັ້ງປະຕິບັດໃນປີ 2022 ກອງປະຊຸມ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊີ້ນຳບາງບັນຫາທີ່ຂະແໜງສ່ວຍສາອາກອນຄວນເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃຫ້ສຳເລັດຕື່ມອີກ.

.​   # ຂ່າວ ພາບ : ຂັນທະວີ

error: Content is protected !!