ທົ່ວປະເທດ ຍັງກວດພົບຜູ້ເຊື້ອໂຄວິດ-19 ເພີ່ມຈຳນວນຫຼາຍ

   ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 11 ມັງກອນ 2022 ຢູ່ກະຊວງສາທາລະນະສຸກວ່າ:  ວັນທີ 10 ມັງກອນ ຜ່ານມາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.443 ຕົວຢ່າງ ໃນຂອບຜົນວິໄຈກວດພົບເຊື້ອ 999 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 996 ຄົນ ແລະ ນໍາເຂົ້າ 3 ຄົນ ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 996 ທັງໝົດ ແມ່ນມາຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍມີດັ່ງນີ້:

  • ນະຄອນຫຼວງຕິດເຊື້ອທັງໝົດ 427 ຄົນ
  • ແຂວງສະຫວັນນະເຂດ 6 ຄົນ 
  • ຈຳປາສັກ 11 ຄົນ 
  • ສາລະວັນ 22 ຄົນ
  • ເຊກອງ 13 ຄົນ
  • ອັດຕະປື 11 ຄົນ 
  • ບໍ່ແກ້ວ 22 ຄົນ
  • ວຽງຈັນ 73 ຄົນ
  • ຫຼວງພະບາງ 34 ຄົນ
  • ຫຼວງນໍ້າທາ 53 ຄົນ
  • ອຸດົມໄຊ 22 ຄົນ
  • ຜົ້ງສາລີ 52 ຄົນ
  • ໄຊຍະບູລີ 85 ຄົນ
  • ຊຽງຂວາງ 40 ຄົນ
  • ຄໍາມ່ວນ 23 ຄົນ
  • ບໍລິຄໍາໄຊ 34 ຄົນ
  • ໄຊສົມບູນ 40 ຄົນ
  • ແຂວງຫົວພັນ 28 ຄົນ.

     ສໍາລັບການຕິດເຊື້ອນໍາເຂົ້າມີ 3 ຄົນຄື: ຈາກນະຄອນຫຼວງ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

     ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 120.520 ກໍລະນີ ອອກໂຮງໝໍວັນທີ 10 ມັງກອນຜ່ານມາ 321 ຄົນ  ກຳລັງປິ່ນປົວ 7.569 ຄົນ ແລະ ເສຍຊີວິດສະສົມທັງໝົດ 457 ຄົນ (ເສຍຊີວິດໃໝ່  9 ຄົນ) ເຊິ່ງຜູ້ເສຍຊີວິດໃໝ່ 9 ຄົນແມ່ນຈາກ: ນະຄອນຫຼ 5 ຄົນ ອຸດົມໄຊ ໄຊຍະບູລີ ຊຽງຂວາງ  ແລະ ສະຫວັນນະເຂດແຂວງລະ 1 ຄົນ.

    ສໍາລັບຜູ້ທີ່ມີຈຸດປະສົງຢາກສັກວັກຊີນ ສະເພາະຢູ່ນະຄອນຫຼວງວຽງຈັນ ປັດຈຸບັນໄດ້ເລີ່ມເປີດໃຫ້ບໍລິການແຕ່ລະຈຸດຂອງໂຮງໝໍສູນກາງຄື: ໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ໂຮງໝໍເສດຖາທິລາດ ໂຮງໝໍສູນກາງ 103 ກອງທັບ ໂຮງໝໍ 5 ເມສາ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ  ວັດຈີນດົງປ່າແຫຼບ ແລະ ສູນການຄ້າລາວໄອເຕັກ ເຊິ່ງບໍລິການແຕ່ວັນຈັນ  ສຸກ ສ່ວນຜູ້ທີ່ຕ້ອງການສັກວັກຊິນຊະນິດ Pfizer ເພື່ອເຂັມກະຕຸ້ນ ( ເຂັມ 3) ຜູ້ອາຍຸສູງ ເດັກໄວ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາຕົວ ເລີມແຕ່ວັນທີ 10 ມັງກອນເປັນຕົ້ນໄປ ຢູ່ໂຮງໝໍເມືອງ 9 ຕົວເມືອງ ຂອງນະຄອນຫຼວງແມ່ນເລີ່ມໃຫ້ບໍລິການ ວັນທີ 11 ມັງກອນ 2022.

    ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີ ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

.​   # ຂ່າວ ພາບ : ລັດເວລາ

error: Content is protected !!