ປະກອບສ່ວນວັດຖຸປັດໄຈ ຕ້ານກັບການແຜ່ລະບາດພະຍາດໂຄວິດ-19

    ວັນທີ 11 ມັງກອນ 2022 ທີ່ຫ້ອງວ່າການປົກຄອງເມືອງນາຊາຍທອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ໄດ້ໃຫ້ກຽດຮັບເງິນຊ່ວຍເຫຼືອ 30.000.000 ກີບ ຈາກກຸ່ມບໍລິສັດ ວິສະວະກໍາກໍ່ສ້າງ ແຂວງ ຈຽງຊູ ຈໍາກັດ ຕາງໜ້າມອບໂດຍທ່ານ ລູ ຢາງ ຜູ້ຈັດການກຸ່ມບໍລິສັດ ວິສະວະກໍາກໍ່ສ້າງ ແຂວງ ຈຽງຊູ ຈໍາກັດ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການສອງຝ່າຍເຂົ້າຮ່ວມ. 

    ວັດຖຸປັດໄຈດັ່ງກ່າວ ແມ່ນມອບໃຫ້ອົງການປົກຄອງເມືອງນາຊາຍທອງ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

. # ຂ່າວ – ພາບ : ວຽງມາ

error: Content is protected !!