ທົ່ວປະເທດເສຍຊີວິດເພີ່ມ 7 ຄົນ ຈາກພະຍາດໂຄວິດ-19

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະ ຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 12 ມັງກອນ 2022 ທີ່ກະຊວງສາທາລະນະສຸກວ່າ.

    ໃນວັນທີ 11 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 4.913 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ຈຳນວນ 916 ຄົນ ເປັນການຕິດເຊື້ອ ພາຍໃນ 908 ຄົນ ແລະ ນໍາເຂົ້າ 8 ຄົນ ສຳລັບຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 908 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 309 ຄົນ
  • ແຂວງສະຫວັນນະເຂດ 16 ຄົນ
  • ຈຳປາສັກ 16 ຄົນ
  • ສາລະວັນ 19 ຄົນ
  • ເຊກອງ 4 ຄົນ
  • ອັດຕະປື 22 ຄົນ
  • ບໍ່ແກ້ວ 38 ຄົນ
  • ວຽງຈັນ 33 ຄົນ
  • ຫຼວງພະບາງ 32 ຄົນ
  • ຫຼວງນ້ຳທາ 25 ຄົນ
  • ອຸດົມໄຊ 86 ຄົນ
  • ຜົ້ງສາລີ 76 ຄົນ
  • ໄຊຍະບູລີ 82 ຄົນ
  • ຊຽງຂວາງ 39 ຄົນ
  • ຄຳມ່ວນ 16 ຄົນ
  • ບໍລິຄຳໄຊ 15 ຄົນ
  • ໄຊສົມບູນ 17 ຄົນ
  • ຫົວພັນ 63 ຄົນ

    ການຕິດເຊື້ອນໍາເຂົ້າຈຳນວນ 8 ຄົນ ຈາກນະຄອນຫຼວງວຽງຈັນ 4 ຄົນ ແຂວງຈຳປາສັກ 3 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ.

    ປັດຈຸບັນ ມີຜູ້ຕິດເຊື້ອສະສົມໃນ ສປປ ລາວ ທັງໝົດ 121.436 ຄົນ ອອກໂຮງໝໍວັນທີ 11 ມັງກອນ 2022 ຈຳນວນ 771 ຄົນ ກຳລັງປິ່ນປົວ 7.367 ຄົນ ແລະ ເສຍຊີວິດສະສົມທັງໝົດ 464 ຄົນ (ເສຍຊີວິດໃໝ່ 7 ຄົນ) ໃນນີ້ ຈາກນະຄອນຫຼວງ 4 ຄົນ ແຂວງສະຫວັນນະເຂດ 1 ຄົນ ບໍລິຄຳໄຊ 1 ຄົນ ແລະ ແຂວງເຊກອງ 1 ຄົນ.

    ທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຊິ່ງກໍລະນີຢັ້ງຢືນຕິດເຊື້ອ ທັງໝົດ 313.616.930 ຄົນ (ໃໝ່ 2.505.792 ຄົນ) ເສຍຊິວິດທັງໝົດ 5.520.067 ຄົນ (ໃໝ່ 7.353 ຄົນ) ແລະ ປີ່ນປົວຫາຍດີ 261.568.318 ຄົນ (ໃໝ່ 879.694 ຄົນ).

.

# ຂ່າວ- ພາບ :  ຊິລິການດາ

error: Content is protected !!