ຫົວໜ້າກົມສ້າງຄູພ້ອມຄະນະ ລົງຊຸກຍູ້ວຽກງານການປະກັນຄຸນນະພາບພາຍໃນ

    ວັນທີ 10-11 ມັງກອນ 2022 ວິທະຍາໄລຄູສາລະວັນ (ວຄວ) ໄດ້ຕ້ອນຮັບທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະທິມງານປະກັນຄຸນນະພາບພາຍໃນ (IQA) ຂອງວິທະຍາໄລຄູສາລະວັນ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ວັດທະນາ ໝັ້ນວິໄລ ຮັກສາການຜູ້ອຳນວຍການ ວິທະຍາໄລຄູສາລະວັນ ພ້ອມຄະນະ ຫົວໜ້າ ແລະ ຮອງຫ້ອງການ ພະນັກງານຄູອາຈານພາຍໃນວິທະຍາໄລຄູ ໂຮງຮຽນ ມຕ ສາທິດ ໂຮງຮຽນປະຖົມສາທິດ. 

    ໃນພິທີດັ່ງກ່າວ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດໂອ້ລົມ 2 ບັນຫາຕໍ່ຜູ້ເຂົ້າຮ່ວມກອງປະຊຸມຄື: ການປະກັນຄຸນນະພາບພາຍໃນ (IQA) ປະຈຳປີ 2021 ແລະ ການສ້າງແຜນພະນັກງານນຳພາຂອງວິທະຍາໄລຄູສາລະວັນ.​

# ຂ່າວ – ພາບ : ເພັດສະໝອນ

.. 

error: Content is protected !!