ສັງທອງ ສະເລ່ຍຜົນຜະລິດລວມເຂົ້ານາແຊງຄາດຄະເນ 2.043 ໂຕນ

    ທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ໜັງສືພິມວຽງຈັນໃໝ່ ເມື່ອບໍ່ດົນມານີ້ວ່າ: ການເຄື່ອນໄຫວວຽກງານກະສິກໍາ ແລະ ປ່າໄມ້ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ໂດຍສະເພາະແມ່ນວຽກງານການຜະລິດປີ 2022 ເຊິ່ງມີເນື້ອທີ່ແຜນການການປູກເຂົ້ານາປີ 8.500 ເຮັກຕາ ຜົນຜະລິດສະເລ່ຍ 4,54 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 38.590 ໂຕນ ນາແຊງເນື້ອທີ່ແຜນການ 451 ເຮັກຕາ ຜົນຜະລິດສະເລ່ຍ 4,53 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 2.043 ໂຕນ ປູກເຂົ້າອິນຊີເນື້ອທີ່ແຜນການ 387 ເຮັກຕາ ຜົນຜະລິດສະເລ່ຍ 4,20 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 1.625 ໂຕນ ພືດຜັກເນື້ອທີ່ແຜນການ 820 ເຮັກຕາ ຜົນຜະລິດສະເລ່ຍ 11 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 9.020 ໂຕນ ພືດອຸດສະຫະກຳເນື້ອທີ່ແຜນການ 1.050 ເຮັກຕາ ຜົນຜະລິດສະເລ່ຍ 8,80 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 9.242 ໂຕນ ລະດູແລ້ງເນື້ອທີ່ແຜນການ 240 ເຮັກຕາ ຜົນຜະລິດສະເລ່ຍ 13,70 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 3.288 ໂຕນ ປູກສາລີເນື້ອທີ່ແຜນການ 280ເຮັກຕາ ປູກສາລີລະດູແລ້ງເນື້ອທີ່ແຜນການ 40 ເຮັກຕາ ຜົນຜະລິດສະເລ່ຍ 4,50 ໂຕນ ຜົນຜະລິດລວມ 180 ໂຕນ ປູກສາລີລະດູຝົນເນື້ອທີ່ແຜນການ 160 ເຮັກຕາ 240 ເຮັກຕາ ຜົນຜະລິດສະເລ່ຍ 4,50 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 1.080 ໂຕນ ປູກມັນຕົ້ນເນື້ອທີ່ແຜນການ 280 ເຮັກຕາໃນນີ້ ປູກມັນຕົ້ນລະດູແລ້ງເນື້ອທີ່ແຜນການ 120ເຮັກຕາຜົນຜະລິດສະເລ່ຍ 25 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 3.000 ໂຕນ ປູກມັນຕົ້ນລະດູຝົນເນື້ອທີ່ແຜນການ 160 ເຮັກຕາ ຜົນຜະລິດສະເລ່ຍ 25 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 4.000 ໂຕນ ການປູກໄມ້ໃຫ້ໝາກເນື້ອທີ່ແຜນການ 230 ເຮັກຕາ ຜົນຜະລິດສະເລ່ຍ 15,60 ໂຕນຕໍ່ເຮັກຕາ ຜົນລວມ 3.588 ໂຕນ.

    ພ້ອມກັນນັ້ນສືບຕໍ່ລົງຕິດຕາມສວນກ້ວຍຈີນ ຂອງບໍລິສັດຢົງເຊີນ ບ້ານກົ້ວ ເຝົ້າລະວັງການປ້ອງກັນພະຍາດແລະແມງໄມ້ສັດຕູພືດທີ່ອາດຈະເກີດຂຶ້ນໃນຊ່ວງລະດູແລ້ງ ແລະ ສືບຕໍ່ລົງຊຸກຍູ້ຕິດຕາມການປູກມັນຕົ້ນຂອງໂຄງການກີນໃຫ້ໄດ້ 2 ບ້ານ ບ້ານໃຫຍ່ນາຈະເລີນ ແລະ ບ້ານໜອງບົວ ນອກນີ້ລົງຊຸກຍູ້ການຜະລິດລະດູຝົນຕ້ານແລ້ງ-ຕ້ານຖ້ວມ ແລະ ກຽມແຜນຜະລິດລະດູແລ້ງ.

# ຂ່າວ – ພາບ : ຂັນທະວີ

..

error: Content is protected !!