ທຄຕລ ມອບອາຄານຮຽນມູນຄ່າຫຼາຍກວ່າ 85 ລ້ານກີບ

    ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ມອບອາຄານຮຽນ 1 ຫຼັງ 2 ຫ້ອງຮຽນ ມູນຄ່າ 85.143.000 ກີບ(ແປດສິບຫ້າລ້ານ ໜຶ່ງແສນສີ່ສິບສາມພັນກີບ) ໃຫ້ບ້ານໃຫຍ່ໝື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື ນໍາໃຊ້ເຂົ້າໃນການຮຽນ- ການສອນ ຊັ້ນປະຖົມສຶກສາ ຫຼັງສໍາເລັດ ການກໍ່ສ້າງ 100% ເພື່ອເປັນການປະກອບສ່ວນຊຸກຍູ້-ສົ່ງເສີມວຽກງານການສຶກສາ ແລະ ກິລາ ຢູ່ບ້ານ ດັ່ງກ່າວໃຫ້ມີຄວາມສະດວກ ແລະ ໄດ້ຮັບຄຸນນະພາບສູງຂື້ນຫຼາຍກວ່າເກົ່າ. 

    ພິທີມອບ-ຮັບ ໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 7 ມັງກອນ 2022 ຜ່ານມາ ຢູ່ທີ່ໂຮງຮຽນ ມູນລະປະຖົມຄອກງົວ ບ້ານໃຫ່ຍໝື່ນຫົວເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງສາມັກຄີໄຊ ເປັນກຽດເຂົ້າຮ່ວມໃນພິທີ ມີທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງ ທ່ານ ລຸນນິສັນ ທອງທິບ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ທ່ານ ພູມະໂນ ລາຊະຈັກ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງອັດຕະ ປື ເລຂາພັກບ້ານ-ນາຍບ້ານ ພະນັກງານຄູ-ອາຈານ ນ້ອງນ້ອຍນັກຮຽນ ແລະ ພາກສ່ວນທິ່ກ່ຽວຂ້ອງເຂົ້າ ຮ່ວມຢ່າງພ້ອມພຽງ.

.

.​   # ຂ່າວ ພາບ : ເພັດສະໝອນ

error: Content is protected !!