ສ ເກົາຫຼີ ມອບຫຼຽນໄຊການທູດໃຫ້ແກ່ທ່ານລັດຖະມົນຕີສາທາລະນະສຸກ
ວັນທີ 27 ທັນວາ 2021 ທີ່ເຮືອນພັກເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ປະຈຳລາວ ຈັດພິທີມອບຫຼຽນໄຊການທູດ (Diplomatic Service Medal) ໃຫ້ແກ່ທ່ານ ບຸນແຝງ ພຸມມະໄລສິດ ລັດຖະມົນຕີສາທາລະນະສຸກແຫ່ງ ສປປ ລາວ…
ອົງຄະນະພັກນະຄອນຫຼວງ ສຸມໃສ່ວຽກງານນໍາພາຮອບດ້ານ
ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 5 ສະໄໝທີ VII ຈັດຂຶ້ນວັນທີ 27-29 ທັນວາ 2021 ຢູ່ຫ້ອງວ່າການອົງການປົກຄອງ ນວ ໂດຍເປັນປະທານຂອງສະຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ…
ໂອຊາກາ ຟິວຊັນ ບຸບເຟ້ ເປີດໃຫ້ບໍລິການພ້ອມດ້ວຍມາດຕະການປ້ອງກັນໂຄວິດ-19
ເພື່ອເປັນການຕອບສະໜອງກັບຄວາມຕ້ອງການຂອງລູກຄ້າທີ່ມັກຮັບປະທານອາຫານຍີ່ປຸ່ນ ສະນັ້ນ ທ່ານນາງ ວິໄລລັກ ບັນນະວົງ ເຈົ້າຂອງຮ້ານ Osaka Fusion buffet (ໂອຊາກາ ຟິວຊັນ ບຸບເຟ້) ຈິ່ງໄດ້ເປີດຮ້ານອາຫານຍີ່ປຸ່ນຂຶ້ນໃນທ້າຍອາທິດຜ່ານມານີ້ ໂດຍມີທ່ານ ບຸນເຖິງ ດວງສະຫວັນ…
ປກສ ກຸ່ມ 4 ໂພນຕ້ອງສືບຕໍ່ເຜີຍແຜ່ວາລະແຫ່ງຊາດໃຫ້ປະຊາຊົນເພື່ອຫ່າງໄກສິ່ງເສບຕິດ
ປກສ ກຸ່ມ 4 ໂພນຕ້ອງ ເມືອງຈັນທະບູລີ ຈັດກອງປະຊຸມເຊື່ອມຊຶມວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດຂຶ້ນໃນວັນທີ 24 ທັນວາ 2021 ທີ່ຫ້ອງການບ້ານດົງປາແຫຼບ ເປັນກຽດເຜີຍແຜ່ຂອງ ທ່ານ ພັທ ວິໄຊ ໄຊຍະເບດ…
ເຊິນຊວນຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ
ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໃຫ້ສຳພາດເມື່ອ ອາທິດຜ່ານມາວ່າ: ຈາກສະພາບຄວາມຫຍຸ້ງຍາກໃນໄລຍະຜ່ານມາ ທາງສູນເລືອດທົ່ວປະເທດ ໄດ້ພ້ອມກັນສູ້ຊົນປະຕິບັດໜ້າທີິ່ຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເຊິ່ງຕາມແຜນໃນປີ 2021 ແຜນການທົ່ວປະເທດຕ້ອງບັນລຸ 64.000 ຖົງ…
ມື້ນີ້ ທົ່ວປະເທດເສຍຊີວິດຈາກພະຍາດໂຄວິດ-19 ຈຳນວນ 3 ຄົນ
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດ ໂຄວິດ-19…
ສະເຫຼີມສະຫຼອງວຽງຈັນເຊັນເຕີ ຄົບຮອບ 6 ປີ
ໃນວັນທີ 25 ທັນວາ 2021 ທີ່ສູນການຄ້າ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ຈັດງານຈັບສະຫຼາກ ຄຶນກຳໄລໃຫ້ລູກຄ້າ ພ້ອມກັບການສະເຫຼີມສະຫຼອງຄົບຮອບ 6 ປີ ໂດຍມີທ່ານ ນາງ ສະຫວັນທອງ ອຸ່ນມີໄຊ…
ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ລົງຕິດຕາມການສອບເສັງພາກຮຽນ 1
ໃນວັນທີ 24 ທັນວາ 2021 ຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ລົງຕິດຕາມຊຸກຍູ້ການສອບເສັງພາກຮຽນ…
ກອງປະຊຸມລັດຖະບານເປີດກວ້າງ ປີ 2021
ວັນທີ 24 ທັນວາ 2021 ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດວຽກງານໂຄສົກລັດຖະບານ ໄດ້ຖະແຫຼງຂ່າວກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ປີ 2021 ວ່າ: ຜົນກອງປະຊຸມລັດຖະບານເປີດກວ້າງ…