ສອງບໍລິສັດ ເຊັນສັນຍາຮ່ວມມືພັດທະນາກະສິກໍາ

    ພິທີເຊັນສັນຍາຮ່ວມທຸລະກິດພັດທະນາກະສິກໍາ ລະຫວ່າງ ທ່ານ ໄຊປະເສີດ ຕັ້ງຊະນະ ປະທານບໍລິສັດເອເຊຍກະເສດ ອິນຊີ ຈໍາກັດ ແລະ ທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ຈັດຂຶ້ນວັນທີ 14 ມັງກອນ 2022 ທີ່ໂຮງງານຜະລິດປຸ໋ຍຊີວະພາບໂຕຂີ້ກະເດືອນ ເມືອງໝື່ນ ແຂວງວຽງຈັນ ມີທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ການນໍາແຂວງວຽງຈັນ ການນໍາເມືອງໝື່ນ ຫົວໜ້າກົມ ຮອງກົມ ກະຊວງກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. 

    ໃນພິທີ ທ່ານ ໄຊປະເສີດ ຕັ້ງຊະນະ ກ່າວວ່າ: ໂຮງງານຜະລິດປຸ໋ຍອິນຊີວະພາບໂຕກະເດືອນຂອງບໍລິສັດ ເອເຊຍກະເສດອິນຊີ ຈໍາກັດ ເປັນບໍລິສັດທີ່ດຳເນີນທຸລະກິດໃນດ້ານການຜະລິດປຸ໋ຍຊີວະພາບ ໂດຍການຮັບຊື້ວັດຖຸດິບທຳມະຊາດ ສິ່ງເສດເຫຼືອຈາກມູນສັດຢູ່ພາຍໃນປະເທດ ນຳມາຄັດກອງ ໝັກບົ່ມ ດ້ວຍກຳມະວິທີທາມະຊາດ ມາຜະລິດເປັນປຸ໋ຍສຳເລັດຮູບອອກສູ່ທ້ອງຕະຫຼາດ ເພື່ອຮັບໃຊ້ຊາວກະສິກອນທຸກຖ້ວນໜ້າ ໃຫ້ເຂົາເຈົ້າໄດ້ນໍາໃຊ້ຜະລິດຕະພັນພາຍໃນທີ່ມີຄຸນະພາບ ປອດສານພິດ ມີມາດຕະຖານ ເຊິ່ງການຮ່ວມດຳເນີນທຸລະກິດກັບບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດ ແມ່ນບໍລິສັດ ຈະເປັນຜູ້ຜະລິດ ແລະ ສະໜອງຜະລິດຕະພັນປຸ໋ຍຊີວະພາບໃຫ້ແກ່ບໍລິສັດຄູ່ຮ່ວມສັນຍາເພື່ອອອກຈໍາໜ່າຍໃນຈໍານວນ 10.000-50.000 ໂຕນຕໍ່ປີ ເປັນແຕ່ລະໄລຍະ ແລະ ປະມານກາງປີ 2022 ທີ່ຈະມາເຖິງນີ້ທາງບໍລິສັດຈະໄດ້ຮັບການຮ່ວມມືຈາກພາກລັດ ໜ່ວຍງານເຕັກນິກປຸງແຕ່ງກະສິກຳຂອງແຂວງກວາງໂຈວ ສປ.ຈີນ ຈະສ້າງສູນການຮຽນຮູ້ເຕັກນິກການກະເສດ ເພື່ອເຝິກອົບຮົມການປູກພືດຜັກປອດສານພິດໃນເຮືອນຮົ່ມໃຫ້ແກ່ນັກຮຽນ-ນັກສຶກສາລາວ ເພື່ອນໍາມາພັດທະນາເຕັກນິກການປູກພືດໃຫ້ໄດ້ຄຸນນະພາບ ແລະ ປະລິມານຜົນຜະລິດສູງ ເພື່ອສະໜອງຜະລິດຕະພັນຊີວະພາບປອດສານພິດໃຫ້ແກ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ. 

    ທ່ານ ທອງສະຫວັນ ມີບຸນ ກ່າວຕື່ມວ່າ: ບໍລິສັດຂ້າພະເຈົ້າ ໄດ້ລົງທຶນດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້ ຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການອະນຸຍາດດໍາເນີນທຸລະກິດຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນມາຫຼາຍປີແລ້ວ ໂດຍສະເພາະການສົ່ງເສີມຊາວກະສິກອນປູກເຂົ້າເປັນຮູບແບບ 2+3 ທີ່ນຳໃຊ້ເຄື່ອງຈັກຄົບວົງຈອນ ເພື່ອຫຼຸດຜ່ອນແຮງງານຄົນປັກດໍາດ້ວຍມືໃຫ້ຫຼຸດລົງ ເພື່ອປະຕິບັດຕາມແນວທາງຕາມນະໂຍບາຍຂອງພັກ ແລະ ລັດ ໃນການຜະລິດກະສິກຳເປັນສິນຄ້າ ກໍຄືເເຜນການຂະຫຍາຍເນື້ອທີ່ຜະລິດເຂົ້າຂອງບໍລິສັດໃນຕໍ່ໜ້າ ບວກໃສ່ແນວຄວາມຄິດຢາກເຮັດໃຫ້ການຜະລິດເຂົ້າກາຍເປັນກະສິກຳສະອາດ ທາງບໍລິສັດຈຶ່ງມີຄວາມສົນໃຈໃນການນໍາໃຊ້ຝຸ່ນອິນຊີວະພາບໃຫ້ຫຼາຍຂຶ້ນ ຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ ຈຶ່ງໄດ້ຕັດສິນໃຈຮ່ວມທຸລະກິດໃນການຜະລິດ ແລະ ຈຳໜ່າຍຝຸ່ນອິນຊີວະພາບກັບບໍລິສັດ ເອເຊຍ ກະເສດອິນຊີ ຈຳກັດ ເຊິ່ງມີໂຮງງານຜະລິດຝຸ່ນອິນຊີວະພາບທີ່ໄດ້ມາດຕະຖານຕາມຫຼັກການທີ່ລັດຖະບານວາງອອກ ທັງສາມາດຜະລິດຝຸ່ນໄດ້ຫຼາຍໝື່ນໂຕນຕໍ່ປີ ຢູ່ແຂວງວຽງຈັນ ເພື່ອນຳເອົາຝຸ່ນດັ່ງກ່າວລົງໄປສົ່ງເສີມທົດລອງ ແລະ ຈຳໜ່າຍໃຫ້ຊາວກະສິກອນ ຢູ່ເຂດການຜະລິດເຂົ້າ ແລະ ພືດຕ່າງໆໃນທົ່ວປະເທດ ແນໃສ່ເປັນການຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີລົງເທື່ອລະກ້າວ ແລະ ເຝິກແອບໃຫ້ຊາວກະສິກອນມີຄວາມຊິນເຄີຍໃນການນຳໃຊ້ຝຸ່ນອິນຊີວະພາບ ທີ່ເປັນຜະລິດດຕະພັນລາວຂອງເຮົາໃຫ້ຫຼາຍຂຶ້ນ.

    # ຂ່າວ & ພາບ : ຂັນທະວີ

error: Content is protected !!