ເປີດອົບຮົມຫັດແອບການທະຫານ ການເມືອງ ພະລາທິການ ແລະ ເຕັກນິກ

    ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ເປີດອົບຮົມ-ຫັດແອບການທະຫານ ການເມືອງ ພະລາທິການ ແລະ ເຕັກນິກ ປະຈຳປີ 2022 ຂຶ້ນວັນທີ 13 ມັງກອນ 2022 ຢູ່ກອງບັນຊາການດັ່ງກ່າວ ໂດຍມີທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ທ່ານ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານ ນວ ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ກົມກອງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພັນໂທ ຄຳສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ນວ ໄດ້ ຜ່ານແຜນການອົບຮົມ-ຫັດແອບການທະຫານ ການເມືອງ ພະລາທິການ ແລະ ເຕັກນິກ ທົ່ວກອງບັນຊາການທະຫານ ນວ ປະຈຳປີ 2022 ເຊິ່ງອີງຕາມຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 2576 /ກສນ ລົງວັນທີ 12 ພະຈິກ 2021 ວ່າດ້ວຍການອົບຮົມ-ຫັດແອບການທະຫານ ການເມືອງພະ ລາທິການ ແລະ ເຕັກນິກ ປະຈຳປີ 2022 ໃຫ້ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ທົ່ວກອງທັບປະຊາຊົນລາວ ແລະ ຄຳສັ່ງແນະນໍາຂອງກົມອົບຮົມ ສະບັບເລກທີ 369/ກອຮ ລົງວັນທີ 22 ພະຈິກ 2021 ວ່າດ້ວຍການອົບຮົມ-ຫັດແອບປັບປຸງລະບຽບແບບແຜນ ເຝິກຝົນກຳລັງແຮງກາຍ ປະຈຳປີ 2022 ໃຫ້ໄດ້ຮັບຜົນສູງ ເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງອົບຮົມ ປະຈຳປີ 2022 ຂອງກົມໃຫຍ່ເສນາທິການກອງທັບ ວາງອອກໃຫ້ເປັນຮູບປະທໍາ ນຳເອົາເນື້ອໃນຄຳສັ່ງມາປະຕິບັດຕົວຈິງໃນກົມກອງຂອງຕົນຢ່າງຖືກຕ້ອງ ຄົບຖ້ວນ ແລະ ມີຄຸນນະພາບ ທັງເປັນການຍົກສູງລະດັບຄວາມຮູ້ ຄວາມສາມາດໃຫ້ນາຍ ແລະ ພົນທະຫານຢູ່ກົມກອງ ກຳໄດ້ດ້ານທິດສະດີ ຫຼັກການ ສິລະປະຍຸດ-ຍຸດທະວິທີ ມີຄວາມຊຳນານ ຮັບປະກັນໃນການກຽມພ້ອມສູ້ຮົບໃນສະເພາະໜ້າ ແລະ ຍາວນານ ປັບປຸງກໍ່ສ້າງລະບຽບແບບແຜນໃຫ້ນາຍ ແລະ ພົນທະຫານມີສະຕິຕໍ່ການຈັດຕັ້ງ ຕື່ນຕົວຕໍ່ການປະຕິບັດລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ ຖືເອົາວຽກງານດັ່ງກ່າວ ເປັນຊີວິດປະຈຳວັນ ທັງເປັນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍພະນັກງານ-ນັກຮົບທຸກສະຫາຍມີສຸຂະພາບແຂງແຮງ ຫ້າວຫັນຕໍ່ໜ້າທີ່ວຽກງານ ເຮັດສຳເລັດໜ້າທີ່ ແລະ ເຮັດໃຫ້ກົມກອງມີຜົນງານໃບໜ້າໃໝ່ຂຶ້ນເປັນກ້າວໆ ການອົບຮົມຄັ້ງນີ້ ມີກຳນົດເວລາ 160 ວັນ ເຊິ່ງລວມມີ 4 ພາກ ໃນນີ້ພາກການທະຫານ 140 ວັນ ພາກການເມືອງ 10 ວັນ ພາກພະລາທິການ 5 ວັນ ແລະ ພາກເຕັກນິກ 5 ວັນ.

    ທ່ານ ພັນເອກ ບຸນວານ ພົມມະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາກົມກອງທຸກຂັ້ນ ຄົ້ນຄວ້າ ເຊື່ອມຊຶມແນວທາງ ປກຊ-ປກສ ຮອບດ້ານ ປະຕິບັດຢ່າງຖືກຕ້ອງຕາມແຜນການປັບປຸງກໍ່ສ້າງກໍາລັງໃນໄລຍະໃໝ່ ໃຫ້ມີເນື້ອໃນຖືກຕ້ອງ ເໝາະສົມກັບຄວາມເປັນຈິງ ແລະ ມີປະສິດທິຜົນສູງ ມີຄວາມຮັບ ຜິດຊອບໃນການນຳພາ-ບັນຊາ ປະຕິບັດລະບຽບໂມງເວລາ ພ້ອມທັງແກ້ໄຂກໍລະນີໃນສະເພາະໜ້າ ມີການສະຫຼຸບຖອດຖອນບົດຮຽນ ສ່ອງແສງລາຍງານຕາມລຳດັບຂັ້ນ ແລະ ຮຽກຮ້ອງໃຫ້ຜູ້ບັນຊາແຕ່ລະກົມກອງ ມີແບບແຜນວິທີເຮັດວຽກ ມີບົດການຮຽນ-ການສອນຢ່າງລະອຽດ ມີຄວາມເປັນເອກະພາບໃຫ້ຖືກຕ້ອງເໝາະສົມ ເພື່ອເຮັດໃຫ້ບັ້ນເປີດອົບຮົມຄັ້ງນີ້ ມີຄວາມຮັບປະກັນ ແລະ ມີປະ ສິດທິຜົນສູງ.

# ຂ່າວ- ພາບ : ສະບາໄພ

error: Content is protected !!