ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ຢູ ສປປ ລາວ ປະຈຳວັນທີ 15 ມັງກອນ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ວັນທີ 14 ມັງກອນ ໄດ້ເກັບຕົວຢ່າງມາກວດ 5.124 ຕົວຢ່າງ ກວດພົບຜູ້ຕິດເຊື້ອ 900 ຄົນ ຕິດເຊື້ອພາຍໃນປະເທດ 897 ຄົນ ແລະ ນຳເຂົ້າຂອງຜູ້ເດີນທາງເຂົ້າມາປະເທດ 3 ຄົນ.
ບັນດາແຂວງທີ່ຜູ້ຕິດເຊື້ອໂຄວິດ-19 ມີລາຍລະອຽດດັ່ງນີ້
- ນະຄອນຫຼວງວຽງຈັນ (ນວ) 213 ຄົນ
- ບໍລິຄຳໄຊ 137 ຄົນ
- ໄຊຍະບູລີ 69 ຄົນ
- ຫົວພັນ 64 ຄົນ
- ຊຽງຂວາງ 49 ຄົນ
- ຜົ້ງສາລີ 48 ຄົນ
- ເຊກອງ 40 ຄົນ
- ສາລະວັນ 39 ຄົນ
- ວຽງຈັນ 38 ຄົນ
- ອຸດົມໄຊ 38 ຄົນ
- ຄຳມ່ວນ 31 ຄົນ
- ຫຼວງພະບາງ 30 ຄົນ
- ບໍ່ແກ້ວ 30 ຄົນ
- ຫຼວງນໍ້າທາ 21 ຄົນ
- ອັດຕະປື 20 ຄົນ
- ຈຳປາສັກ 12 ຄົນ
- ໄຊສົມບູນ 11 ຄົນ
- ແຂວງສະຫວັນນະເຂດ 7 ຄົນ
ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສົມທັງໝົດ 124.193 ຄົນ ເສຍຊີວິດສະສົມ 488 ຄົນ (ເສຍຊິວິດໃໝ່ 12 ຄົນ) ປິ່ນປົວຫາຍດີອອກໂຮງໝໍວັນທີ 14 ມັງກອນ 419 ຄົນ ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 3 ຄົນ ຈາກ ນວ ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.
ສຳລັບຜູ້ທີ່ເສຍຊີວິດໃໝ່ 12 ຄົນ ຈາກ ນວ 7 ຄົນ ວຽງຈັນ 2 ຄົນ ຫຼວງນໍ້າທາ 1 ຄົນ ເຊກອງ 1 ຄົນ ແລະ ໄຊສົມບູນ 1 ຄົນ.
.
. # ຂ່າວ – ພາບ : ອົ່ນ ໄຟສົມທອງ