ລົດໄຟລາວ-ຈີນ ເພີ່ມການໃຫ້ບໍລິການຂົນສົ່ງສິນຄ້າສະຖານີວັງວຽງ

    ລາຍງານຈາກບໍລິສັດທາງລົດໄຟລາວ-ຈີນຈຳກັດ ໃຫ້ຮູ້ວັນທີ 13 ມັງກອນ 2022ວ່າ: ຕາມຄວາມຮຽກຮ້ອງຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບເພີ່ມຂຶ້ນ ເພື່ອໃຫ້ການບໍລິການດ້ານການຂົນສົ່ງສິນຄ້າດີຂຶ້ນ ລົດໄຟລາວ-ຈີນ ຈິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າສະຖານີວັງວຽງຂຶ້ນ ເຊິ່ງໄດ້ເລີ່ມມີການໃຫ້ບໍລິການຢ່າງເປັນທາງການພາຍໃນອາທິດນີ້.

    ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນໄລຍະເປີດດຳເນີນການເບື້ອງຕົ້ນລົດໄຟລາວ-ຈີນ ຈິ່ງໄດ້ເປີດສະຖານີຂົນສົ່ງສິນຄ້າພຽງ 2 ແຫ່ງຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ສະຖານີຂົນສົ່ງສິນຄ້ານາເຕີຍ ພາຍຫຼັງທີ່ເປີດນຳໃຊ້ລານຂົນສົ່ງສິນຄ້າຢູ່ສະຖານີວັງວຽງແລ້ວ ລົດໄຟລາວ-ຈີນກໍຈະມີຈຸດຂົນສົ່ງສິນຄ້າເພີ່ມຂຶ້ນເປັນ 3 ຈຸດ ຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້, ສະຖານີວັງວຽງ ແລະ ສະຖານີຂົນສົ່ງສິນຄ້ານາເຕີຍ (ສະຖານີບໍ່ເຕ່ນຖືວ່າເປັນດ່ານພາສີ, ດັ່ງນັ້ນ, ຈຶ່ງບໍ່ມີການດຳເນີນທຸລະກຳການຂົນສົ່ງສິນຄ້າ).

    ສະຖານີວັງວຽງ ຢູ່ຕິດກັບທາງຫຼວງເລກ 13 ເມືອງວັງວຽງ ແຂວງວຽງຈັນ ລຽບມາຕາມທາງດ່ວນກໍຈະພົບກັບລານສິນຄ້າສະຖານີວັງວຽງ ລານສິນຄ້າສະຖານີວັງວຽງ ຫຼັກໆແມ່ນດຳເນີນທຸລະກຳສິນຄ້າຂາເຂົ້າ-ຂາອອກ ລານສິນຄ້າ ມີເສັ້ນທາງຂົນສົ່ງສິນຄ້າ 2 ເສັ້ນທາງ ເສັ້ນທາງສິນຄ້າທີ 1 ສາມາດເຮັດວຽກໜຶ່ງເທື່ອໄດ້ 18 ຕູ້ສິນຄ້າ ເສັ້ນທາງສິນຄ້າທີ 2 ສາມາດເຮັດວຽກໜຶ່ງເທື່ອໄດ້ 11 ຕູ້ສິນຄ້າ ລານບັນຈຸສິນຄ້າສະຖານີວັງວຽງ ສາມາດບັນຈຸຕູ້ຄອນເທນເນີໄດ້ 420 ຕູ້.

    ຕາມການລາຍງານຂອງຜູ້ຮັບຜິດຊອບພະແນກດຳເນີນການຂອງບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ວ່າ: ນັບແຕ່ໄດ້ເປີດໃຫ້ບໍລິການລົດໄຟລາວ-ຈີນເປັນຕົ້ນມາ ຂະບວນລົດໄຟຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນໄປຈີນ ແມ່ນມີສະພາບຮັດຕົວ ລາຍການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນແມ່ນມີຈຳນວນຫຼວງຫຼາຍ ສິນຄ້າທີ່ສົ່ງໄປຈີນ ຕົ້ນຕໍແມ່ນຢາງພາລາ ເຂົ້າ ຖ່ານ ແຮ່ເຫລັກ ແລະ ອື່ນໆ ສ່ວນສິນຄ້າທີ່ສົ່ງມາລາວ ຕົ້ນຕໍແມ່ນສິນຄ້ານານາຊະນິດ ປຸຍຝຸ່ນ ຜະລິດຕະພັນກົນຈັກໄຟຟ້າ ແລະ ອື່ນໆ ນອກຈາກນີ້ ຍັງມີສິນຄ້າເຢັນທີ່ຂົນສົ່ງໄປໄທ.

    ມາຮອດວັນທີ 12 ມັງກອນປີ 2022 ປະລິມານການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນ ແມ່ນໄດ້ບັນລຸ 60.000ໂຕນ ໃນຕໍ່ໜ້າ ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ປະຕິບັດວຽກງານຂົນສົ່ງສິນຄ້າໃຫ້ດີ ຍົກໃຫ້ເຫັນປະໂຫຍດທີ່ເປັນເອກະລັກສະເພາະຂອງການຂົນສົ່ງທາງລົດໄຟ ຕັ້ງໜ້າປະກອບສ່ວນຊຸກຍູ້ການສົ່ງອອກສິນຄ້າຄຸນນະພາບສູງຂອງລາວ ເພື່ອສົ່ງເສີມພັດທະນາເສດຖະກິດຂອງລາວ.

# ຂອບໃຈຂໍ້ມູນຈາກ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ

error: Content is protected !!