ນວ ກຽມຈັດແຂ່ງຂັນບານເຕະ ລະດັບລີກ 2 ຕົ້ນເດືອນມີນາ 2022

    ສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ນວ) ຂໍຖືເປັນກຽດແຈ້ງມາຍັງອົງການຈັດຕັ້ງພາກລັດ ພາກເອກະຊົນ ແລະ ບັນດາສະໂມສອນບານເຕະ ໃນລະດັບລີກ 2 ເຂົ້າຮ່ວມແຂ່ງຂັນບານເຕະຊາຍ 11 ຄົນ ທົ່ວ ນວ ເຊິ່ງຈະໄດ້ຈັດຂຶ້ນໃນເດືອນຕົ້ນເດືອນມີນາ 2022 ເພື່ອເປັນການສືບຕໍ່ພັດທະນາກີລາບານ ເຕະ ນວ ກໍຄື ການພັດທະນາກີລາລາວໃຫ້ທັນກັບສາກົນ.

    ສະນັ້ນ ຈຶ່ງໄດ້ແຈ້ງມານາຍັງພາກສ່ວນທີ່ກ່ຽວຂ້ອງທີ່ມີເງື່ອນໄຂມາດຖານ ແລະ ມີຄວາມພ້ອມເຂົ້າຮ່ວມການແຂ່ງຂັນ ເຊິ່ງມີລາຍລະອຽດດັ່ງນີ້: ອົງການຈັດຕັ້ງພາກລັດ ພາກເອກະຊົນ ແລະ ບັນດາສະໂມ ສອນບານເຕະ ໃນລະດັບລີກ 2 ທີ່ມີຄວາມສົນໃຈ ໃຫ້ຂຽນໜັງສະເໜີເປັນລາຍລັກອັກສອນ ມີການຮັບຮອງຈາກການຈັດຕັ້ງທີ່ກ່ຽວຂ້ອງ ແລະ ມີຄະນະຮັບຜິດຊອບທີມງານທີ່ຄົບຊຸດ ຕາມແບບຟອມສະໝັກ ຢູ່ສະຫະ ພັນບານເຕະ ນວ (ສູນກີລາໃນຮົ່ມ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນວ) ກ່ອນວັນທີ 31 ມັງກອນ 2022 ການແຂ່ງຂັນກໍານົດເອົາ 10 ສະໂມສອນທີ່ສະໝັກຕາມລໍາດັບ ທີ່ສະເໜີມາເປັນທາງການ ການແຂ່ງແບບຄົບກັນໝົດໃນຮອບດຽວ ແລ້ວຄັດເອົາທີມທີ່ມີຄະແນນນອັນດັບ 1 ແລະ 2 ມາຊີງຊະນະເລີດ  ສະຖານທີ່ແຂ່ງຂັນແມ່ນສະໜາມກີລາເຈົ້າອານຸວົງ ເມືອງຈັນທະບູລີ ນວ.

    ສໍາລັບນັກກີລາຕ້ອງມີອາຍຸບໍ່ເກີນ 23-25 ປີ ສາມາດລົງເດີ່ນໄດ້ບໍ່ຈໍາກັດ ຫຼື ລົງສະໜາມຢ່າງໜ້ອຍ 5 ຄົນ ກໍລະນີມີນັກເຕະທີມຊາດ ສາມາດລົງເດີ່ນໄດ້ບໍ່ເກີນ 3 ຄົນ (ນັກເຕະທີມຊາດປີ 2021 ນັບແຕ່ U-16 ຈົນຮອດທີມຊາດຊຸດໃຫຍ່) ສະເພາະນັກເຕະທີ່ອາຍຸເກີນ 25 ປີ ສາມາດລົງເດີນໄດ້ບໍ່ເກີນ 3 ຄົນ ແລະ ນັກເຕະຕ່າງຊາດ ສາມາດລົງສະໜາມໄດ້ບໍ່ເກີນ 3 ຄົນ. 

    ປະເພດລາງວັນມີ: 2 ປະເພດຄື: ລາງວັນປະເພດສະໂມສອນ ຊະນະເລີດອັນດັບ 1 ໄດ້ຮັບເງິນລາງວັນ 30 ລ້ານກີບ ພ້ອມຂັນລາງວັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ ຈໍານວນ 35 ຫຼຽນ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 20 ລ້ານກີບ ແລະ ຫຼຽນຮອງຊະນະເລີດ 35 ຫຼຽນ ອັນດັບທີ 3 ໄດ້ຮັບຫຼຽນລາງວັນ 35 ຫຼຽນ ລາງວັນປະເພດບຸກຄົນ-ລາງວັນນັກກີລາທີ່ຍິງປະຕູສູງສຸດ (ດາວຊັນໂວ) ໄດ້ຮັບຂັນລາງວັນ 1 ໜ່ວຍ ແລະ ເງິນລາງວັນ 2 ລ້ານກີບ ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ ແລະ ເງິນລາງວັນ 2 ລ້ານກີບ ຄູເຝິກດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວວຍ ແລະ ເງິນລາງວັນ 2 ລ້ານກີບ ນັກກີລາດີເດັ່ນປະຈໍາລາຍການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜ່ວຍ ແລະ ເງິນລາງວັນ 2 ລ້ານກີບ ທີມດີເດັ່ນປະຈໍາລະດູການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ຫນ່ວຍ ແລະ ເງິນສົດ 2.000.000 ກີບ ນັກກີລາດີເດັ່ນປະຈໍາການແຂ່ງຂັ້ນແຕ່ລະນັດ (ແມນອ໋ອບເດີແມັດ) ແມ່ນຈະໄດ້ລາງວັນຕາມເງື່ອນໄຂຜູ້ສະໜັບສະໜູນ ກໍາມະການຕັດສິນດີເດັ່ນ ໄດ້ຮັບຫຼຽນລາງວັນ 1 ຫຼຽນ/ຄົນ ເງິນລາງວັນ 2 ລ້ານກີບ ສ່ວນຄ່າສະໝັກເຂົ້າຮ່ວມແຂ່ງຂັນທີມລະ 1,5 ລ້ານກີບ.

   ສະໂມສອນໃດສົນໃຈກໍສາມາດຕິດຕໍ່: ເລຂາທິການ 020 2821 4557 ກອງເລຂາ 020 2228 6466 020 2322 2887).

# ຂ່າວ- ພາບ : ສີພອນ

error: Content is protected !!