ບໍລິສັດລົດໄຟລາວ-ຈີນ ປັບປຸງໄລຍະເວລາການຊື້ປີ້

   ໂດຍອີງຕາມແຈ້ງການຂອງບໍລິສັດລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ເພື່ອປັບປຸງການບໍລິການຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນ ບໍລິສັດທາງລົດໄຟລາວ-ຈີນ ໄດ້ພິຈາລະນາປັບປຸງໄລຍະເວລາການຊື້ປີ້ລ່ວງໜ້ານັບແຕ່ວັນທີ 14 ມັງກອນ 2022 ເປັນຕົ້ນໄປ ຈາກໄລຍະການຊື້ລ່ວງໜ້າ 2 ມື້ (ໝາຍເຖິງຊື້ກ່ອນ 1 ມື້ ລວມທັງມື້ເດີນທາງ) ມາເປັນ 3 ມື້ (ໝາຍເຖິງຊື້ກ່ອນ 2 ມື້ ລວມທັງມື້ເດີນທາງ) ເພື່ອອຳນວຍຄວາມສະດວກ ແລະ ຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານຫຼາຍຂຶ້ນ. 

    ປັດຈຸບັນ ລົດໄຟລາວ-ຈີນຍັງສາມາດຊື້ປີ້ເດີນທາງຕ່າງສະຖານີໄດ້ ຕົວຢ່າງ: ຫາກຈະເດີນທາງຈາກຫຼວງພະບາງ-ອຸດົມໄຊ ສາມາດຊື້ປີ້ຈາກສະຖານີນະຄອນຫຼວງວຽງຈັນ ຫຼື ສະຖານີອື່ນໆໄດ້ ແລະ ຍັງມີການປັບປຸງໃຫ້ມີປີ້ລົດໄຟທີ່ຂ້ອນຂ້າງພຽງພໍຕໍ່ຄວາມຕ້ອງການຂອງຜູ້ໂດຍສານ ພ້ອມດຽວກັນນີ້ ທາງບໍລິສັດຍັງໄດ້ແຈ້ງເຕືອນມາຍັງປະຊາຊົນທຸກຄົນອີກຄັ້ງ ໃຫ້ຜູ້ໂດຍສານທຸກທ່ານຊື້ປີ້ຜ່ານປ່ອງຂາຍປີ້ຂອງແຕ່ລະສະຖານີຕ່າງໆເທົ່ານັ້ນ ກະລຸນາຢ່າເຊື່ອຂໍ້ມູນ ຫຼື ຊື້ປີ້ຈາກທາງນອກຢ່າງເດັດຂາດ ເພື່ອປ້ອງກັນບໍ່ໃຫ້ຖືກຕົວະ ແລະ ກໍ່ໃຫ້ເກີດຄວາມເສຍຫາຍເກີດຂຶ້ນໄດ້..

error: Content is protected !!