ບ້ານ​ໜອງ​ແຫ້ວ ເພີ່ມ​ທະ​ວີ​ການ​ບໍ​ລິ​ຫານ​ນຳ​ພາ ເພື່ອ​ນຳ​ໄປ​ສູ່​ກາ​ນ​ພັດ​ທະ​ນາຢ່າງ​ມີ​ຄວາມ​ເຂັ້ມ​ແຂງ.

      ບ້ານ​ໜອງ​ແຫ້ວ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ເປີດກອງ​ປະ​ຊຸມ​ໃຫຍ່ເລືອກ​ຕັ້ງ​ເອົາ​ຄະ​ນະ​ບ້ານ​ຊຸດ​ໃໝ່​ ແລະ ສະ​ຫຼຸບ​ຄືນ​ການເຄື່ອນ​ໄຫວ​ວຽກ​ງານ​ຮອບ​ດ້ານ​ໃນ​ໄລ​ຍະ 5 ປີຜ່ານ​ມາ ພ້ອມ​ວາງ​ທິດ​ທາງ​ແຜນ​ການ​ໃນ 5 ປີຕໍ່​ໜ້າ ຈັດ​ຂື້ນ​ທີ່​ວັດ​ບ້ານ​ດັ່ງ​ກ່າວ ເມື່ອວັນທີ 15 ມັງ​ກອນ 2022 ຜ່ານມາ ເປັນ​ປະ​ທານ​ຂອງທ່ານ ບຸນ​ລົມ ສີ​ທອນ ນາຍ​ບ້ານ​ໜອງ​ແຫ້ວ ໂດຍ​ມີທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ມີ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ກໍ່​ສ້າງ​ຮາກ​ຖານ​ເມືອງ ພາກ​ສ່ວນ​ກ່ຽວ​ຂ້ອງ ​ພ້ອມ​ດ້ວຍປະ​ຊາ​ຊົນເຂົ້າຮ່ວມ.

     ທ່ານນາຍ​ບ້ານ​ໜອງ​ແຫ້ວ ໄດ້​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານໃນ​ໄລ​ຍະ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ງານ​ໃນ​ການ​ຈັດ​ຕັ້ງ​ປະຕິ​ບັດ​ຈົນ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ ດ້ວຍ​ຄວາມ​ຕັ້ງ​ໜ້າ​ເອົາ​ໃຈ​ໃສ່​ຂອງ​ຄະ​ນະ​ບ້ານ ແລະ ພໍ່​ແມ່​ປະ​ຊາ​ຊົນ ໂດຍ​ໄດ້​ຮັບ​ການ​ຊີ້​ນຳ-ນຳ​ພາ​ຢ່າງ​ໃກ້ຊິດ​ຈາກ​ຄະ​ນະ​ພັກ-​ຄະນະນຳ​ປົກ​ຄອງ​ເມືອງ​ຫາດ​ຊາຍ​ຟອງ ຈື່ງ​ເຮັດ​ໃຫ້​ວຽກ​ງານ​ທາງ​ດ້ານ​ບໍ​ລິ​ຫານ​ ນຳ​ພາ ການ​ຈັດ​ຕັ້ງ​​ ພາຍ​ໃນ​ບ້ານ​ໄດ້​ຮັບ​ການ​ຊຸກ​ຍູ້​ປັບ​ປຸງ​ແກ້​ໄຂ ແລະ ມີ​ການ​ພັດ​ທະ​ນາ​ໄດ້​ເປັນ​ຢ່າງ​ດີ ວຽກ​ງານ​ປາ​ກົດ​ການ​ຫຍໍ້​ທໍ້ໃນ​ສັງ​ຄົມໄດ້​ຮັບ​ການ​ແກ້​ໄຂ ແລະ ມີ​ທ່າ​ອ່ຽງ​ຈຳ​ກັດໃຫ້​ຫຼຸດ​ລົງເທື່ອ​ລະ​ກ້າວ ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ກໍຍັງ​ບໍ່​ປາ​ສະ​ຈາກ​ໄດ້​ໃນ​ສີ່ງ​ທີ່​ເກີດ​ຂື້ນ​ ແຕ່​ກໍ​ບໍ່​ເປັນ​ບັນ​ຫາ​ໃຫ​ຍ່ ແລະ ​ໄດ້​ຮັບ​ການ​ແກ້​ໄຂ  ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະ​ນະ​ບ້ານ ໄດ້​ນຳ​ເອົາ​ວຽກ​ງານ​ແນວ​ທາງ​​ນະ​ໂຍ​ບາຍແນວ​ຄິດ-ການ​ເມືອງ​ຂອງ​ພັກ ກົດ​ໝາຍ​ຂອງລັດ ​ມະ​ຕິຄໍາ​ສັ່ງ​ແຈ້ງ​ການຕ່າງໆເປັນ​ໃຈ​ກາງ ແລະ ​ເປັນ​ເຈົ້າ​ການເຜີຍ​ແຜ່ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຮັບ​ຊາບ​ເປັນ​ແຕ່​ລະ​ໄລ​ຍະ ເພື່ອ​ສ້າງ​ຄວາມ​ສ​ະຫງົບ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ ການ​ປະ​ຕິ​ບັດ​ວຽກ​ງານ​ຖືກ​ຕາມ​ພາ​ລະ​​ບົດ​ບາດ ມີຫຼັກ​ການ ມີ​ຄວາມ​ສາ​ມັກ​ຄີ ແລະ ເຮັດ​ສຳ​ເລັດ​ໜ້າ​ທີ່ ສ່ວນ​ໃນ​ຕໍ່​ໜ້າ​​ ຄະ​ນະ​ບ້ານຈະ​ຕ້ອງ​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ວຽກ​ງານ​ການ​ບໍ​ລິ​ຫານ​ນຳ​ພ​າ​ບ້ານ ເພື່ອ​ສ້າງ​ຄວາມ​ໜັກ​ແໜ້ນ ຄວາມ​ເຊື່ອ​ໝັ້ນ ແລະ ນຳ​ໄປ​ສູ່​ການ​ພັດ​ທະ​ນາ​ບ້ານ​ຢ່າງ​ມີ​ຄວາມ​ເຂັ້ມ​ແຂງ 

      ຕໍ່​ບັນ​ຫາ​ດັ່ງ​ກ່າວ ທ່ານ​ເຈົ້າ​ເມືອງ​​ໄດ້ຊີ້​ນຳ​ວຽກ​ງານ​ການ​ຈັດ​ຕັ້ງ​ບ້ານ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ທີ່​ສາ​ມາດ​ຍາດ​ໄ​ດ້​ຜົນ​ສຳ​ເລັດ ພ້ອມ​ທັງ​ຊີ້​ນຳ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ການ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ເພື່ອ​ໃຫ້​ບ້ານ​ສຸມ​ໃສ່​ຕິດ​ຕາມກວດກາ​ຊຸກ​ຍູ້​ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​ບ້ານ​ຄຸ້ມ​ຄອງ ​ໃຫ້​ມີ​ສ່ວນ​ຮ່ວມ​ປະ​ກອບ​ສ່ວນ​ເພື່ອ​ແກ້​ໄຂ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ​ໃຫ້​ຄ່ອງ​ຕົວ ຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ທີ່​ເປັນ​ໄພ​ຮ້າຍ​ແຮງ​ຕໍ່​ໄວ​ໜຸ່ມ ແລະ ເຮັດ​ໃຫ້​ສັງ​ຄົມ​ບໍ່​ມີ​ຄວາມ​ສະ​ຫງົບ ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ຫາ​ນ້ຳ​ອັ່ງ​ຂັງ​ເປື້ອນ​ເປິ​ຕາມ​ແຄມ​ຖະ​ໜົນ​ຫົນ​ທາງ ​ເພື່ອຮັກ​ສາ​ຄວາມ​ສະ​ອາດ​ຈົ​ບ​ງາມ ແລະ ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ຕ່າງໆ​ເກີດ​ຂື້ນ​ຕາມ​ມາ  ພ້ອມ​ດຽວ​ກັນ​ນັ້ນ ໃນ​ກອງ​ປະ​ຊຸມ ​​ພໍ່​ແມ່ປະ​ຊາ​ຊົນ​ຍັງ​ໄດ້​ໃຊ້​ສິດ​ປ່ອນ​ບັດ​ເລືອກ​ເອົາ​ຄະ​ນະ​ບ້ານ​ຊຸດ​ໃໝ່​ເພື່ອ​ສືບ​ຕໍ່​ບໍ​ລິ​ຫານ​ນຳ​​ພາ​ບ້ານໃນ​ຊຸດ​ຕໍ່​ໄປ.

# ຂ່າວ – ພາບ : ນັກຂ່າວ ຖວທ ເມືອງຫາດຊາຍຟອງ

error: Content is protected !!