ທົບທວນຄືນ ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດ

    ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຊ່ວຍເຫຼືອດ້ານການພັດທະນາຈາກທະນາຄານໂລກມູນຄ່າທັງໝົດ 31 ລ້ານໂດລາສະຫະລັດ ໃນນັ້ນເປັນເງິນກູ້ຢືມ 30 ລ້ານ ໂດລາ ແລະ ເປັນທຶນຊ່ວຍເຫຼືອລ້າ 1 ລ້ານໂດລາ ມີໄລຍະຈັດຕັ້ງປະຕິບັດ 5 ປີ (2017-2022) ມາຮອດເດືອນມັງກອນ 2020 ເຊິ່ງເຫັນໄດ້ຄວາມຮຽກຮ້ອງຕ້ອງການໃນວຽກງານຄວບຄຸມຄວາມສ່ຽງໄພພິບັດ ທະນາຄານໂລກຈຶ່ງເຫັນດີສະໜອງບ້ວງເງິນເພີ່ມໃຫ້ 25 ລ້ານໂດລາສະຫະລັດ ແລະ ຂະຫຍາຍໄລຍະເວລາຂອງໂຄງການອອກໄປຕື່ມຈົນຮອດ ປີ 2024 ລວມມູນຄ່າໂຄງການທັງໝົດ 56 ລ້ານໂດລາ ໂດຍໜ້າວຽກຫຼັກທີ່ເພີ່ມຂຶ້ນແມ່ນການຄວບຄຸມຄວາມສ່ຽງໄພນໍ້າຖ້ວມຢູ່ 4 ແຂວງຄື: ອຸດົມໄຊ ຫຼວງພະບາງ ບໍ່ລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນ ສາມາດເບີກຈ່າຍຕົວຈິງໄດ້ທັງໝົດ 21% ຂອງມູນຄ່າລວມທັງໝົດຂອງໂຄງການ.

    ກອງປະຊຸມຄະນະຊີ້ນຳ ຄັ້ງທີ VI ຂອງໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກ ຈັດຂຶ້ນວັນທີ 14 ມັງກອນ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ແລະ ຜ່ານລະບົບກອງປະຊຸມທາງໄກ ເປັນປະທານຂອງທ່ານ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະຊີ້ນໍາໂຄງການ ມີຜູ້ຕາງໜ້າຈາກທະນາຄານໂລກ ຫົວໜ້າ ຮອງຫົວໜ້າກົມ ພະແນກ ແລະ ຂະແໜງ ປະຈຳນະຄອນຫຼວງວຽງຈັນ ແຂວງອຸດົມໄຊ ຫຼວງພະບາງ ຜົ້ງສາລີ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

    ກອງປະຊຸມຄະນະຊີ້ນຳຄັ້ງທີ VI ໄດ້ພ້ອມກັນປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະປີ 2020 ຜ່ານມາ ໂດຍສະເພາະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດໂຄງການ ແລະ ຮ່ວມກັນວາງທິດທາງແຜນການ ສໍາລັບປີ 2022 ນອກນັ້ນ ໄດ້ປຶກສາຫາລືກ່ຽວກັບການປະເມີນກາງສະໄໝການຈັດຕັ້ງປະຕິບັດໂຄງການ ເຊິ່ງເຫັນວ່າຫຼາຍກິດຈະກຳແມ່ນມີຜົນສໍາເລັດ ແລະ ມີຄວາມຄືບໜ້າທີ່ສົມຄວນ ແຕ່ກໍຍັງມີບາງກິດຈະກຳທີ່ມີຄວາມຫຼ້າຊ້າ ສ່ວນໜຶ່ງແມ່ນຕິດພັນກັບການປະຕິບັດມາດຕະການປ້ອງກັນຂອງພະຍາດໂຄວິດ-19 ຜ່ານການຈັດຕັ້ງປະຕິບັດໃນປີ 2020 ເຫັນວ່າມີຄວາມຄືບໜ້າພໍສົມຄວນ ແຕ່ກໍຍັງມີຫຼາຍກິດຈະກຳທີ່ຍັງບໍ່ສາມາດເຮັດສໍາເລັດໄດ້ຕາມແຜນທີ່ວາງໄວ້ດັ່ງທີ່ ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວໃນບາງຕອນຂອງບົດກ່າວເປີດກອງປະຊຸມ “ການຈັດຕັ້ງປະຕິບັດໂຄງການຂອງພວກເຮົາໃນປີ 2021 ກໍໄດ້ຮັບຜົນກະທົບຫຼາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພົບຄວາມຫຍຸ້ງຍາກນາໆປະການ ຫຼາຍກິດຈະການບໍ່ສາມາດຈັດຕັ້ງປະຕິບັດບັນລຸໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກການປິດປະເທດ ບໍລິສັດ ແລະ ຊ່ຽວຊານສ່ວນໃຫຍ່ແມ່ນຢູ່ຕ່າງປະເທດ ຖິງຢ່າງໃດກໍຕາມ ທຸກອົງປະກອບກໍ່ໄດ້ເອົາໃຈໃສ່ຂຸ້ນຂ້ຽວຈັດຕັ້ງປະຕິບັດໂຄງການ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຂອງພວກເຮົາ ໂດຍລວມມີຄວາມຄືບໜ້າພໍສົມຫຼາຍພໍສົມຄວນ ພ້ອມນັ້ນ ໄດ້ສະແດງຄວາມຂອບໃຈມາຍັງທະນາຄານໂລກ ທີ່ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອເພື່ອການພັດທະນາ ແລະ ເງິນກູ້ດອກເບ້ຍຕ່ຳ ໃຫ້ແກ່ລັດຖະບານລາວ ເພື່ອຈັດຕັ້ງປະຕິບັດວຽກງານຄວບຄຸມຄວາມສ່ຽງໄພພິບົດໃນໄລຍະຜ່ານມາ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອພວກເຮົາໃນຕໍ່ໜ້າ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!