ສະຫະພັນລົດຖີບ ກຽມຄັດເລືອກນັກກີລາຮ່ວມຊີເກມ

    ອີງຕາມຂໍ້ມູນຈາກ ສະຫະພັນກີລາລົດຖີບແຫ່ງຊາດລາວ ໄດ້ອອກແຈ້ງການເຊີນບັນດາທ່ານນັກຂີ່ລົດຖີບໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນລົດຖີບ ລາຍການ LCF Championship 2022 ເພື່ອຄັດເລືອກນັກກີລາທິມຊາດ ເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ໃນປີນີ້.

    ສໍາລັບເງື່ອນໄຂຂອງນັກກີລາທີ່ເຂົ້າຮ່ວມ: ນັກກີລາເຂົ້າຮ່ວມແຂ່ງຂັນຄັດເລືອກຕ້ອງມີອາຍຸ 19-38 ປີ ມີພາຫະນະ (ລົດຖີບ) ເປັນຂອງຕົວເອງ ແລະ ມີສະໂມສອນສັງກັດ ທີ່ຂຶ້ນທະບຽນນຳສະຫະພັນລົດຖີບ ແຫ່ງຊາດ ການຄັດເລືອກແມ່ນເລືອກເອົານັກກີລາ ຈຳນວນ 8 ຄົນ ເພື່ອເຝິກຊ້ອມ ຫຼັງຈາກນັ້ນ ຈະມີການຄັດເລືອກອີກເທື່ອໜຶ່ງ ຕາມຈຳນວນ ທີ່ກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ກຳນົດໃຫ້.

    ສ່ວນການແຂ່ງຂັນ (Time trial) ແມ່ນຕ້ອງໃຊ້ລົດ Time trial ຫຼື ລົດກັວກ (ເສີືອມອບ) ກໍໄດ້ ການແຂ່ງຂັນ (Criterium) ໃຊ້ລົດກັວກ (ເສືອມອບ) ການແຂ່ງຂັນ (Mass start) ໃຊ້ລົດກັວກ (ເສືອມອບ) ລົງທະບຽນທີ່ສະຖານທີ່ແຂ່ງຂັນເລີຍ ເລີ່ມແຕ່ເວລາ 6:30 ໂມງ ຫາ 8:30 ໂມງ ໂດຍຜູ້ເຂົ້າຮ່ວມການແຂ່ງຂັນຕ້ອງຖືບັດສັກຢາປ້ອງກັນໂຄວິດ-19 ມາພ້ອມ ເພື່ອຮັບປະກັນຄວາມປອດໄພຈາກພະຍາດດັ່ງກ່າວ.

    ລາຍລະອຽດລາຍການແຂ່ງຂັນ: ການຈັບເວລາ (Time trial – 34.2 Km) ວັນທີ 21 ມັງກອນ 2022 ປ່ອຍຕົວນັກກີລາ: ເວລາ 9:00 ໂມງ ຖະໜົນອ້ອມບຶງທາດຫຼວງ ນະຄອນຫຼວງວຽງຈັນ ການແຂ່ງຂັນ ໄຄຣທີຣຽມ (Criterium – 41.8 Km) ວັນທີ 22 ມັງກອນ 2022 ປ່ອຍຕົວນັກກີລາ: 9:00 ໂມງ ຖະໜົນອ້ອມບຶງທາດຫຼວງ ການແຂ່ງຂັນທາງໄກ (Mass start – 115 Km) ວັນທີ 23 ມັງກອນ 2022 ປ່ອຍຕົວນັກກີລາ: 7:30 ໂມງ ເຂດດອນໜູນ-ແດນສະຫວັນ ເມືອງທຸລະຄົມ ແຂວງວຽງຈັນ.

    ລາຍລະອຽດເພີ່ມມເຕີມ ສາມາດຕິດຕໍ່ໄດ້ທີ່ ທ່ານ ກາບຊ້ອນ ສຸວັນນະຣາຊ ເລຂາທິການ ສະຫະພັນກີລາລົດຖີບແຫ່ງຊາດລາວ (020 9999 3666).​

error: Content is protected !!