ບໍລິສັດລົດໄຟລາວ-ຈີນ ປັບປຸງໄລຍະເວລາການຊື້ປີ້

   ໂດຍອີງຕາມແຈ້ງການຂອງບໍລິສັດລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ເພື່ອປັບປຸງການບໍລິການຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນ ບໍລິສັດທາງລົດໄຟລາວ-ຈີນ ໄດ້ພິຈາລະນາປັບປຸງໄລຍະເວລາການຊື້ປີ້ລ່ວງໜ້ານັບແຕ່ວັນທີ 14 ມັງກອນ 2022 ເປັນຕົ້ນໄປ ຈາກໄລຍະການຊື້ລ່ວງໜ້າ 2 ມື້ (ໝາຍເຖິງຊື້ກ່ອນ 1 ມື້ ລວມທັງມື້ເດີນທາງ)…

ສອງບໍລິສັດ ເຊັນສັນຍາຮ່ວມມືພັດທະນາກະສິກໍາ

    ພິທີເຊັນສັນຍາຮ່ວມທຸລະກິດພັດທະນາກະສິກໍາ ລະຫວ່າງ ທ່ານ ໄຊປະເສີດ ຕັ້ງຊະນະ ປະທານບໍລິສັດເອເຊຍກະເສດ ອິນຊີ ຈໍາກັດ ແລະ ທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດຜູ້ດຽວ…

ເປີດອົບຮົມຫັດແອບການທະຫານ ການເມືອງ ພະລາທິການ ແລະ ເຕັກນິກ

    ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ເປີດອົບຮົມ-ຫັດແອບການທະຫານ ການເມືອງ ພະລາທິການ ແລະ ເຕັກນິກ ປະຈຳປີ 2022 ຂຶ້ນວັນທີ 13 ມັງກອນ 2022 ຢູ່ກອງບັນຊາການດັ່ງກ່າວ…

ທົບທວນຄືນ ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດ

    ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຊ່ວຍເຫຼືອດ້ານການພັດທະນາຈາກທະນາຄານໂລກມູນຄ່າທັງໝົດ 31 ລ້ານໂດລາສະຫະລັດ ໃນນັ້ນເປັນເງິນກູ້ຢືມ 30 ລ້ານ ໂດລາ ແລະ ເປັນທຶນຊ່ວຍເຫຼືອລ້າ 1 ລ້ານໂດລາ ມີໄລຍະຈັດຕັ້ງປະຕິບັດ 5 ປີ…

ສຶກສາຄວາມເປັນໄປໄດ້ໂຄງການພັດທະນາ-ບໍລິການລະບົບເຕັກໂນໂລຊີ Blockchain

    ເມື່ອໂລກກ້າວເຂົ້າສູ່ຍຸກແຫ່ງການປະຕິວັດຍຸກ 4.0 ທີ່ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ ທີ່ຈະເຊື່ອມໂຍງລະຫວ່າງໂລກຮູບປະທຳ ກັບ ໂລກນາມມະທຳ ເຊື່ອມໂຍງສິ່ງຕ່າງໆດ້ວຍເຕັກໂນໂລຊີດີຈີຕອນ ແລະ ອິນເຕີເນັດທີ່ມີຂໍ້ມູນມະຫາສານ ໃນນີ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນທີ່ມີລັກສະນະພິເສດໃນການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກ (Blockchain) ສາມາດດຳ ເນີນການໄດ້ເອງ…

ປະກາດການຈັດຕັ້ງສະຫະພັນກຳມະບານກຸ່ມບໍລິສັດພົງສະຫວັນ

    ສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຈັດພິທີຮັບສະມາຊິກໃໝ່ ແລະ ປະກາດການຈັດຕັ້ງສະຫະພັນກຳມະບານກຸ່ມບໍລິສັດພົງສະຫວັນ ວັນທີ 13 ມັງກອນ 2022 ທີ່ຫ້ອງວ່າການປົກຄອງ ນວ ມີທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ…

ຫາດຊາຍຟອງ ສຸມ​ໃສ່​ວຽກ​ງານ​ຮອບ​ດ້ານ ເລັ່ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ

    ​ຄະ​ນະ​ພັກ-ຄະ​ນະ​ນຳ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ​ດຳ​ເນີນກອງ​ປະ​ຊຸມ​ຄົບ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເ​ປີດ​ກ້​ວາງ ຄັ້ງ​ທີ 5 ສະ​ໄໝ​ທີ  VII  ຂຶ້ນ​​ວັນ​ທີ 13 ມັງ​ກອນ 2022  ​ຢູ່ຫ້ອງວ່າການ​ປົກ​ຄອງເ​​ມືອງດັ່ງກ່າວ ໂດຍເປັນ​ປະທານຂອງທ່ານ ບຸນ​ເພັງ…

ວັນນີ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 1 ພັນກວ່າຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 14 ມັງກອນ 2022 ວ່າ: ວັນທີ 13 ມັງກອນ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19…

ສູນປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ມຊ ປິດໃຫ້ບໍລິການແລ້ວ

    ສູນຈຳກັດບໍລິເວນ ເຂດມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍໄດ້ກຳນົດເອົາສະໂມສອນເທຄວັນໂດ ສະໂມສອນກະຕໍ້ ແລະ ສະໂມສອນກີລາໃນຮົ່ມ ໄດ້ຖືກຮອງຮັບນໍາໃຊ້ເປັນສູນຈຳກັດບໍລິເວນ (14 ວັນ ຕາມຄະນະສະເພາະກິດກຳນົດໄວ້) ຂອງແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງ ໃນວັນທີ 6 ສິງຫາ…

error: Content is protected !!