ປະຊາຊົນສອງບ້ານເມືອງໂພນໂຮງ ໄດ້ຮັບສິ່ງຂອງຊ່ວຍເຫຼືຶອ

    ວັນທີ 30 ມັງກອນ 2022 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ພ້ອມດ້ວຍຜູ້ໃຈບຸນ ໄດ້ສືບຕໍ່ນຳເອົາເຄື່ອງບໍລິໂພກໄປຊ່ວຍເຫຼືອປະຊາຊົນຢູ່ບ້ານນ້ອຍ ແລະ ບ້ານນາແພງ ແຂວງວຽງຈັນ ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດປະຈໍາວັນ ໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມີປະຊາຊົນມາຮັບເຄື່ອງຊ່ວຍເຫຼືອຈຳນວນ 120 ຄົນ. 

    ເຄື່ອງທີ່ນໍາໄປມອບຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງບຸກຄົນຕ່າງໆ ເປັນຕົ້ນທ່ານ ບົວລົມ ນຶກສົມພອນ ນາງ ສົມຮັກ ທຳມະວົງສາ ທ່ານ ຄໍາໃບ ທໍາມະວົງສາ ທ່ານ ພຸດທະເສນ ຄໍາວິໄລ ທ່ານ ສຸກັນສັກ ສີສຸກ ນາງ ໂຄຕາມີ ນາງ ສາຍສະຫວັນ ສິນບັນດິດ ແລະ ທ່ານເຈົ້າຂອງໂຮງງານຜະລິດນໍ້າດື່ມ ພ້ອມຄອບຄົວ ແລະ ລູກຫຼານ.

.# ຂ່າວ & ພາບ :  ຂັນທະວີ

error: Content is protected !!