ທ່ານຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

    ວັນທີ 30 ມັງກອນ 2022 ຜ່ານມາ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ໂດຍຕ້ອນຮັບຂອງທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງເຂົ້າຮ່ວມ. 

    ໂອກາດທີ່ມາເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນຄັ້ງນີ້ ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຮງງານຜະລິດແປ້ງມັນສາຄູ ຂອງກຸ່ມບໍລິສັດໂກເອກໂກ ຢູ່ບ້ານອອມ ແລະ ການປູກພືດກະສິກຳອິນຊີ ຂອງບໍລິສັດ ທູແຮັບປີຟາມ ລາວ-ເກົາຫຼີ ຈໍາກັດ ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ທີ່ເປັນພື້ນຖານການຜະລິດກະສິກຳ ຕິດພັນກັບດໍາລັດ 414 ຂອງລັດຖະບານ ກໍຄື 5 ທ່າແຮງໃນການພັດທະນາແຂວງໄຊສົມບູນ ເປັນຕົ້ນແມ່ນການຜະລິດກະສິກຳເປັນສິນຄ້າ ຫັນຈາກການຊົມໃຊ້ມາເປັນການຜະລິດ ເຊິ່ງສອງບໍລິສັດດັ່ງກ່າວ ແມ່ນມີຈຸດປະສົງເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການຊຸກຍູ້ ສົ່ງເສີມປະຊາຊົນຜະລິດກະສິກໍາເປັນສິນຄ້າ ສ້າງລາຍຮັບເຂົ້າໃນຄອບຄົວ ແນໃສ່ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ໄດ້ຮັບການພັດທະນາດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. 

ໂອກາດດຽວກັນນີ້ ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄືການນໍາແຂວງໄຊສົມບູນ ຈົ່ງສືບຕໍ່ປຸກລະດົມປະຊາຊົນໃຫ້ຫັນມາຢຶດຖືອາຊີບການປູກຟັງ-ລ້ຽງສັດ ຂາຍເປັນສິນຄ້າ ໃຫ້ນັບມື້ນັບຫຼາຍຂື້ນ ເພື່ອຫຼຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ ພ້ອມທັງເອົາໃຈໃສ່ຊອກຫາແນວພັນຜືດທີ່ດີ ເພື່ອສະໜອງໃຫ້ປະຊາຊົນປູກ ຄຽງຄູ່ກັບການຈັດເຝິກອົບຮົມ ແນະນໍາເຕັກນິກວິຊາການກຽ່ວກັບການປູກ-ການລ້ຽງ ແລະ ວິທີການປົກປັກຮັກສາຕ່າງໆ ເພື່ອໃຫ້ເຂົາເຈົ້າໄດ້ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບໝາກ-ຜົນດີຂຶ້ນກ່ວາເກົ່າ ທັງເປັນການສ້າງໃຫ້ເຂົາເຈົ້າມີອາຊີບທີ່ໝັ້ນຄົງ ມີຊີວິດການເປັນຢູ່ທີ່ດີ ເສດຖະກິດຄອບຄົວໄດ້ຮັບການແກ້ໄຂ ແລະ ພັດທະນາໄປຕາມທິດທີ່ພັກ-ລັດໄດ້ກໍານົດໄວ້.

# ຂ່າວ & ພາບ : ຊິລິການດາ

error: Content is protected !!