ນາດາລ-ບາຕີ້ ຄວ້າແຊັມ Australian Open 2022

    ການແຂ່ງຂັນເທັນນິສແກຣນສະແລມ ທຳອິດຂອງປີ Australian Open 2022 ຊີງເງິນລາງວັນທັງໝົດ 75 ລ້ານໂດລາອົດສະຕຣາລີ (ປະມານ 593 ຕື້ກີບ) ທີ່ເມືອງເມລເບິນ ປະເທດອົດສະຕຣາລີ ໃນວັນທີ 30 ມັງກອນ 2022 ເປັນການແຂ່ງຂັນໃນຮອບສຸດທ້າຍ.

    ປະເພດຊາຍດ່ຽວ ຮອບຊີງຊະນະເລີດ ຣາຟາເອລ ນາດາລ ມືວາງອັນດັບ 6 ຂອງລາຍການ ມືວາງອັນດັບ 5 ຂອງໂລກ ຈາກແອັດສະປາຍ ແຊັມເກົ່າໃນປີ 2009 ເອົາຊະນະ ດານິລ ເມດເວເດບ ມືສອງຂອງໂລກຈາກຣັດເຊຍ 3-2 ເຊັດ:6-2 7-5 6-4 6-4 ແລະ 7-5.

    ນາດາລ ຄວ້າແຊັມອົດສະຕຣາລີ ເປັນຄັ້ງທີ 2 ຕໍ່ຈາກປີ 2009 ພ້ອມຮັບເງິນລາງວັນ 2.875.000 ໂດລາອົດສະຕຣາລີ (ປະມານ 22 ຕື້ກີບ) ຂະນະທີ່ ຮອງຊະນະເລີດ ແດນນິລ ເມດເວເດບ ໄດ້ຮັບເງິນລາງວັນ 1.575.000 ໂດລາອົດສະຕຣາລີ (ປະມານ 12 ຕື້ກີບ) ຣາຟາເອລ ນາດາລ ສ້າງປະຫວັດສາດເປັນນັກເທັນນິສຊາຍທີ່ຄວ້າແຊັມແກຣນສະແລມຫຼາຍທີ່ສຸດຕະຫຼອດການ ເອົາຊະນະ ໂນວັກ ໂຢໂຄວິກ ອັນດັບ 1 ຂອງໂລກຈາກແຊັກບີ ແລະ ໂຣເຈີ ເຟເດີເຣີ ຈາກສະວິດ ສ້າງສະຖິຕິໄວ້ 20 ລາຍການ.

    ສ່ວນປະເພດຍິງດ່ຽວ ຮອບຊີງຊະນະເລີດ ແອັສເລ່ ບາຣຕີ້ ມື 1 ຂອງໂລກ ຂວັນໃຈເຈົ້າພາບ ທີ່ເຂົ້າຊີງລາຍການນີ້ຄັ້ງທຳອິດ ແລະ ເປັນນັກເທັນນິສຍິງເຈົ້າພາບຄົນທຳອິດໃນຮອບ 42 ປີ ສາມາດເຂົ້າຊີງລາຍການນີ້ ຕໍ່ຈາກ ເວັນດີ້ ເທີນບູລ ໃນປີ 1980 ພົບກັບ ດານີເລ່ ຄໍລິນ ມື 27 ຂອງລາຍການ ຈາກສະຫະລັດອາເມຣິກາ ທີ່ເຂົ້າຊີງລະດັບແກຣນສະແລມຄັ້ງທຳອິດ.

    ຜ່ານການແຂ່ງຂັນ ທັງສອງສູ້ກັນໄດ້ຢ່າງສູສີ ສາມາດເບຣກເກມເສີບກັນ ແລະ ກັນ ແຕ່ມື 1 ຂອງໂລກ ເກັບຄະແນນສຳຄັນໄດ້ດີກວ່າ  ຄໍລິນ  ບວກກັບຄວາມໄດ້ປຽບຈາກແຟນເທັນນິສດັງສະໜັ່ນທົ່ວສະໜາມ ຣັອດ ເລເວີ ອາຣີນ້າ ຄວ້າໄຊຊະນະເໜືອ ຄໍລິນ 2-0 ເຊັດ: 6-3 7-6 (7-2) ຄວ້າແຊັມ Australian Open ຄັ້ງທຳອິດ ແລະ ກາຍເປັນນັກເທັນນິສຍິງເຈົ້າພາບຄົນທຳອິດໃນຮອບ 44 ປີ ສາມາດຄອງແຊັມລາຍການນີ້ ຕໍ່ຈາກ ຄຣິສ ໂອເນວ ໃນປີ 1980.

.

.# ຂ່າວ & ພາບ : ສີພອນ

error: Content is protected !!