ການສໍາເລັດການກໍ່ສ້າງ ໂຮງຮຽນມັດທະຍົມຕອນປາຍ ທົ່ງເໝືອດ ສະຫນັບສະຫນູນໂດຍ: ອົງການ ໂກລໂບລ ວີເຊິນ

    ໃນວັນທີ 13 ສິງຫາ 2021, ອົງການຊ່ວຍເຫຼືອ ແລະ ພັດທະນາສາກົນ NGO ‘Global Vision'(ຜູ້ອໍານວຍການ ທ່ານ Yongsoo SHIN) ໄດ້ສໍາເລັດການກໍ່ສ້າງອາຄານຮຽນຫຼັງໃໝ່ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍ ທົ່ງເໝືອດ, ຕັ້ງຢູ່ບ້ານ ທົ່ງເໝືອດ, ເມືອງ ກາສີ, ແຂວງ ວຽງຈັນ. ການກໍ່ສ້າງອາຄານຫຼັງໃໝ່ໃຫ້ໂຮງຮຽນມັດທະຍົມຕອນປາຍ ຢູ່ທີ່ເມືອງ ກາສີ ແມ່ນອີກສ່ວນໜຶ່ງຂອງໂຄງການ 3 ປີ ພາຍໃຕ້ຊື່ໂຄງການ ‘ໂຄງການສະຫນັບສະຫນູນດ້ານການສຶກສາຂັ້ນພື້ນຖານສໍາລັບກຸ່ມໄວຫນຸ່ມໃນ ສປປ ລາວ’, ຊຶ່ງໄດ້ຮັບທຶນສົມທົບຈາກອົງການຮ່ວມມືສາກົນຂອງ ສ.ເກົາຫຼີ (KOICA, ອໍານວຍການ ທ່ານ Hyuksang SON) ແລະ ຢູ່ໃນໂຄງການນີ້ໄດ້ມີການລົງທຶນທັງໝົດ 607 ລ້ານ ວອນ.

    ໂຮງຮຽນມັດທະຍົມຕອນປາຍ ທົ່ງເໝືອດ ຕັ້ງຢູ່ທາງທິດເໜືອຂອງນະຄອນຫຼວງ ວຽງຈັນ ໃນໄລຍະຫ່າງປະມານ 224 ກິໂລແມັດ, ເມືອງ ກາສີ ມີປະຊາກອນອາໄສຢູ່ທັງໝົດປະມານ 42,328 ຄົນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກວ່າໃນເມືອງກາສີ ແຂວງ ວຽງຈັນ ມີໂຮງຮຽນມັດທະຍົມຕອນຕົ້ນພຽງ 6 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນປາບ ພຽງ 3 ແຫ່ງເທົ່ານັ້ນ ຈຶ່ງເຮັດໃຫ້ອັດຕາການເຂົ້າຮຽນມັດທະຍົມຕອນປາຍ ຢູ່ໃນເປີເຊັນທີ່ຕໍ່າ ຊຶ່ງບັນລຸໄດ້ ພຽງ 47.29 %. ໂດຍສະເພາະແມ່ນນັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນທົ່ງເໝືອດທີ່ຈົບໄປນັ້ນ ຕ້ອງໄດ້ໄປຮຽນຢູ່ໂຮງຮຽນມັດຍົມສົມບູນ ກາສີ ຊຶ່ງຫ່າງຈາກບ້ານ 20 ກິໂລແມັດ, ເນື່ອງຈາກວ່າ ໃນບ້ານບໍ່ມີໂຮງຮຽນມັດທະຍົມຕອນປາຍ. ເພື່ອປັບປຸງ ແລະ ພັດທະນາສະພາບແວດລ້ອມດ້ານການສຶກສາຂອງບ້ານ ທົ່ງເໝືອດ, ອົງການໂກລໂບລ ວິເຊິນ ແລະ ກອຍກາ (Global Vision and KOICA) ໄດ້ກໍ່ສ້າງອາຄານຫຼັງໃໝ່ໃຫ້ໂຮງຮຽນມັດທະຍົມຕອນປາຍ ທົ່ງເໝືອດ ຊຶ່ງລວມມີຈໍານວນ 6 ຫ້ອງຮຽນ, 1 ຫ້ອງສະໝຸດ, 1 ຫ້ອງການຄູ ແລະ 12 ຫ້ອງນໍ້າ ໃນອະນາຄົດທາງຫ້ອງການສຶກສາທິການ ແລະ ກິລາເມືອງກາສີກໍຍັງມີແຜນຈະຂະຫຍາຍໃຫ້ເປັນໂຮງຮຽນມັດທະຍົມ ສົມບູນ.  

    ພິທີມອບຮັບການກໍ່ສ້າງບໍ່ສາມາດຈັດຂຶ້ນໄດ້ຕາມວັນທີ່ກໍານົດໄວ້ ເນື່ອງຈາກປິດປະເທດເພື່ອການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ -19 ແລະ ໄດ້ປ່ຽນການນັດພົບກັບ ທ່ານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາເມືອງ ກາສີ ໃນວັນທີ 21 ທັນວາ 2021. ໃນລະຫວ່າງການພົບປະກັນນັ້ນ ທ່ານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ກາສີ ໄດ້ກ່າວວ່າ, ຂ້າພະເຈົ້າຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ ພ້ອມດ້ວຍຄະນະ ແລະ ການຈັດຕັ້ງປະຊາຊົນບັນດາເຜົ່າພາຍໃນບ້ານທົ່ງເໝືອດ ເມືອງກາສີມີຄວາມພາກພູມໃຈຫຼາຍທີ່ໄດ້ຮັບການຊ່ວຍເຫຼືອການກໍ່ສ້າງອາຄານຫຼັງໃໝ່ໃຫ້ໂຮງຮຽນມັດທະຍົມຕອນປາຍ ທົ່ງເໝືອດ ຈາກອົງການ ໂກລໂບລວີເຊິນ ສ.ເກົາຫລີ ຊຶ່ງເຮັດໃຫ້ໂຮງຮຽນໄດ້ມີອາຄານຖາວອນສາມາດຮອງຮັບນັກຮຽນໄດ້ພຽງພໍກັບຄວາມຕ້ອງການ ແລະ ເພີ່ມໂອກາດໃຫ້ແກ່ນັກຮຽນທີ່ຈົບມັດທະຍົມຕອນຕົ້ນສາມາດເຂົ້າຮຽນຕໍ່ມັດທະຍົມຕອນປາຍ ແລະ  ພວກເຮົາຈະນໍາໃຊ້ອາຄານດັ່ງກ່າວນີ້ເຂົ້າໃນການຮຽນການສອນໃຫ້ເກີດປະໂຫຍດສູງສຸດເຮັດໃຫ້ການສຶກສາໃນຂົງເຂດນີ້ມີການພັດທະນາ ແລະ ມີປະສິດທິພາບດີຂຶ້ນ. ໃນຕອນທ້າຍ ທ່ານ ລາຢູ  ແສນໃຈວຸດ  ໄດ້ກ່າວວ່າຂ້າພະເຈົ້າຕ່າງໜ້າໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງ ພ້ອມດ້ວຍຄູ – ອາຈານ ປະຊາຊົນບັນດາເຜົ່າຊາວບ້ານທົ່ງເໝືອດ ເມືອງກາສີ ຂໍຂອບໃຈມາຍັງອົງການ ໂກລໂບລວິເຊິນ ສ.ເກົາຫລີ ທີ່ໃຫ້ທຶນຊ່ວຍເຫຼືອກໍ່ສ້າງອາຄານຫຼັງໃໝ່ໃນຄັ້ງນີ້ ແລະ ຂໍໃຫ້ສາຍພົວພັນການຊ່ວຍເຫຼືອແຫ່ງຄວາມສາມະຄີອັນດີງາມສອງປະເທດມີ ຄວາມຍືນຍົງຕະຫຼອດໄປ.

    ໃນຂະນະດຽວກັນ, ອົງການ ໂກລໂບລ ວີເຊິນ ແລະ ກອຍກາ ກໍກໍາລັງປະຕິບັດໂຄງການເພື່ອ ປະກອບສ່ວນເຂົ້າໃນການປັບປຸງຄວາມສໍາເລັດທາງດ້ານການສຶກສາຜ່ານການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ທົ່ງເໝືອດ, ການສະຫນັບສະຫນູນ ອຸປະກອນ ແລະ ການສະຫນັບສະຫນູນ ການສຶກສາ ICT ຊຶ່ງເປັນພາກສ່ວນຫນຶ່ງຂອງການຮ່ວມມືໂຄງການໃນ ປີ 2021. 

    ດັ່ງນັ້ນ, ຈຶ່ງມີການຄາດການວ່າ ນີ້ຈະເປັນການເຊື່ອມຕໍ່ຈຸດຊ່ອງຫວ່າງດ້ານໄອທີຕໍ່ຜູ້ທີ່ຂາດສິດທິພິເສດໃນການນໍາໃຊ້ໄອຊີທີໂດຍສະເພາະແມ່ນການສະຫນອງຫ້ອງສະຫມຸດເຄື່ອນທີ່ ແລະ ໂຄງການສຶກສາ ICT ເຄື່ອນທີ່ໃນຂົງເຂດ ເມືອງ ກາສີ ແຂວງ ວຽງຈັນ.

error: Content is protected !!