ພັດທະນາທີ່ດີນໃຫ້ເກີດປະໂຫຍດ ດ້ວຍການສ້າງຟາມລ້ຽງເປັດ ແລະ ໄກ່ ພ້ອມຈໍາໜ່າຍໃຫ້ສັງຄົມ

    ທ່ານ ນາງ ແສນສໍາລານ ໃຈຍາວົງ ເຈົ້າຂອງຟາມລ້ຽງເປັດ ບ້ານສວນສີຂຽວ ໃຫ້ສໍາພາດວ່າ: ໂດຍອີງໃສ່ພື້ນຖານການອໍານວຍຄວາມສະດວກຕ່າງໆ ເປັນຕົ້ນ ຄອບຄົວຕົນມີຄວາມຊໍານິຊໍານານວິຊາການດ້ານກະສິກໍາ ໂດຍສະເພາະ ການລ້ຽງສັດ ພ້ອມນັ້ນ ທີ່ດິນຂອງຕົນກໍມີຄວາມເໝາະສົມ ມີຄອງນໍ້າຊົນລະປະທານໄຫຼຜ່ານ ຈຶ່ງມີຄວາມຄິດພັດທະນາດິນຕົນເອງໃຫ້ເກີດຜົນປະໂຫຍດ.

    ໃນປີ 2015 ໄດ້ປຶກສາກັບຄອບຄົວບຸກເບີກເນື້ອທີ່ດິນຕອນດັ່ງກ່າວ ແລະ ນໍາເປັດມາລ້ຽງປະມານ 10-20 ໂຕ ເຫັນວ່າເປັດໃຫຍ່ໄວ ຈາກນັ້ນໃນປີ 2021 ໄດ້ຈົກໜອງລ້ຽງປາ ຂະໜາດ 35 x 40 ແມັດ ຈໍານວນ 5 ໜອງ ເຊິ່ງໄດ້ປ່ອຍປາດຸກບິກອຸຍປະມານ 200.000 ໂຕ ພ້ອມນັ້ນ ໄດ້ປຸກເຮືອນລ້ຽງເປັດໃນໜອງດັ່ງກ່າວ ເຊິ່ງມີເປັດພັນຊີ້ນເກືອບ 10.000.000 ໂຕ ເພື່ອໃຫ້ມີຄວາມສົມດຸນກັນ ໝາຍຄວາມວ່າ ຫົວອາຫານທີ່ເປັດກິນເຮ່ຍ ແລະ ຂີ້ເປັດ ກາຍເປັນອາຫານປາ ນອກນັ້ນ ຍັງມີການຈໍາໜ່າຍລູກເປັດຄູ່ປະສົມລາຄາ 20 ພັນກີບ ລູກເປັດຄູ່ໂຕຜູ້ທີ່ມີອາຍຸ 20 ວັນ ຈໍາໜ່າຍລາຄາ 30 ພັນກວ່າກີບ ເປັດໃຫຍ່ພັນຊີ້ນທີ່ມີຂະໜາດ 3-4 ກິໂລຂຶ້ນໄປ ຈໍາໜ່າຍລາຄາ 28.000 ກີບຕໍ່ກິໂລ ສ່ວນໄກ່ນ້ອຍສາຍພັນໄກ່ລາດ ແລະ ໄກ່ດູກດໍາ ຈໍາໜ່າຍຄູ່ໜຶ່ງລາຄາ 16.000 ກີບ ນອກນີ້ ຄາດວ່າໃນທ້າຍເດືອນກຸມພາ 2022 ຈະນໍາປາດຸກອອກຈໍາໜ່າຍສົ່ງສູ່ທ້ອງຕະຫຼາດໃນລາຄາ 12.000 ກີບຕໍ່ກິໂລ ສະເລ່ຍລາຍຮັບລວມທັງຕົ້ນທຶນ ແລະ ກໍາໄລ ງວດໜຶ່ງປະມານ 100.000.000 ກີບ. 

    ສໍາລັບໄກ່ ເປັດທີ່ນໍາມາຈໍາໜ່າຍ ແລະ ລ້ຽງພາຍໃນຟາມລ້ຽງເປັດບ້ານສວນສີຂຽວ ແມ່ນນໍາເຂົ້າມາຈາກ ສສ ຫວຽດນາມ ໂດຍເດືອນໜຶ່ງຈະນໍາເປັດເຂົ້າມາປະມານ 12 ພັນໂຕ ແລະ ໄກ່ 8.000 ໂຕ ເຊິ່ງພາຍຫຼັງທີ່ນໍາເຂົ້າມາ ທາງຟາມໄດ້ຢອດຢາ ພ້ອມສັກວັກຊີນກັນພະຍາດໃຫ້ແກ່ເປັດ ແລະ ໄກ່ ເພື່ອຮັບປະກັນບໍ່ໃຫ້ມີການຕາຍເກີດຂຶ້ນ ພ້ອມນັ້ນ ໃນອະນາຄົດ ເຈົ້າຂອງຟາມມີແຜນຈະພັດທະນາໃຫ່້ເປັນຟາມຕົວແບບຄົບວົງຈອນ ເປັນຕົ້ນ ຜະລິດຫົວອາຫານດ້ວຍຕົນເອງ ລ້ຽງໄກ່ໃຫຍ່ປ່ອຍປະສົມປະສານກັບການລ້ຽງນົກກະຈອກເທດ ແລະ ອື່ນໆ.

.# ຂ່າວ & ພາບ :  ຂັນທະວີ

error: Content is protected !!