ທູດທະຫານປ້ອງກັນຊາດ ສສ ຫວຽດນາມ ອວຍພອນກອງບັນຊາການທະຫານ ນວ
ທ່ານ ພັນໂທ ຟາມ ແອັງ ຢຸງ ຮອງຫົວໜ້າຫ້ອງການທີ່ປຶກສາທູດທະຫານປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ ນຳເອົາກະຕ່າຂອງຂວັນມາອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ…
ຫຼັກຊັບລາວ-ຈີນ ຈຳກັດ ເປັນບໍລິສັດທໍາອິດທີ່ສາມາດດຳເນີນທຸລະກິດໄດ້ 6 ປະເພດ
ພິທີມອບ-ຮັບ ໃບອະນຸຍາດດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຈັດຂຶ້ນວັນທີ 14 ມັງກອນ 2022 ຜ່ານມາ ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໂດຍກ່າວມອບຂອງທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ…
ມື້ນີ້ກວດພົບເຊື້ອໂຄວິດ-19 ໃໝ່ 602 ຄົນ ເສຍຊີວິດ 2 ຄົນ
ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ…
ເຝິກອົບຮົມສ້າງເພື່ອນຮ່ວມງານວາລະສານນະຄອນຫຼວງ ຜ່ານຮູບແບບທາງໄກ
ວາລະສານ ນະຄອນຫຼວງວຽງຈັນ (ນວ) ເປັນກະບອກສຽງຂອງຄະນະພັກ ອົງການປົກຄອງ ນວ ທັງເປັນສື່ສິ່ງພິມໜຶ່ງທີ່ເຮັດໜ້າທີ່ການເມືອງໃນການສຶກສາອົບຮົມການເມືອງ-ແນວຄິດໃນທາງກວ້າງໃຫ້ແກ່ມວນຊົນທຸກຊັ້ນຄົນ ແລະ ທຸກສາຂາອາຊີບທີ່ຢູ່ພື້ນທີ່ ນວ ໄດ້ຮັບຮູ້ແນວທາງ ແຜນນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດທີ່ວາງອອກໃນແຕ່ລະໄລຍະຢ່າງທັນການ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄປໃນລວງດຽວຢ່າງເປັນເອກະພາບ…
ລົດໄຟລາວ-ຈີນ ເພີ່ມການໃຫ້ບໍລິການຂົນສົ່ງສິນຄ້າສະຖານີວັງວຽງ
ລາຍງານຈາກບໍລິສັດທາງລົດໄຟລາວ-ຈີນຈຳກັດ ໃຫ້ຮູ້ວັນທີ 13 ມັງກອນ 2022ວ່າ: ຕາມຄວາມຮຽກຮ້ອງຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບເພີ່ມຂຶ້ນ ເພື່ອໃຫ້ການບໍລິການດ້ານການຂົນສົ່ງສິນຄ້າດີຂຶ້ນ ລົດໄຟລາວ-ຈີນ ຈິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າສະຖານີວັງວຽງຂຶ້ນ ເຊິ່ງໄດ້ເລີ່ມມີການໃຫ້ບໍລິການຢ່າງເປັນທາງການພາຍໃນອາທິດນີ້. ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນໄລຍະເປີດດຳເນີນການເບື້ອງຕົ້ນລົດໄຟລາວ-ຈີນ ຈິ່ງໄດ້ເປີດສະຖານີຂົນສົ່ງສິນຄ້າພຽງ 2…
ບ້ານໜອງແຫ້ວ ເພີ່ມທະວີການບໍລິຫານນຳພາ ເພື່ອນຳໄປສູ່ການພັດທະນາຢ່າງມີຄວາມເຂັ້ມແຂງ.
ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປີດກອງປະຊຸມໃຫຍ່ເລືອກຕັ້ງເອົາຄະນະບ້ານຊຸດໃໝ່ ແລະ ສະຫຼຸບຄືນການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີຜ່ານມາ ພ້ອມວາງທິດທາງແຜນການໃນ 5 ປີຕໍ່ໜ້າ ຈັດຂື້ນທີ່ວັດບ້ານດັ່ງກ່າວ ເມື່ອວັນທີ 15 ມັງກອນ 2022…
ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນຫຼາຍ ແລະ ເສຍຊີວິດໃໝ່ 12 ຄົນ
ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ຢູ ສປປ ລາວ ປະຈຳວັນທີ 15 ມັງກອນ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ…
ສະຫະພັນລົດຖີບ ກຽມຄັດເລືອກນັກກີລາຮ່ວມຊີເກມ
ອີງຕາມຂໍ້ມູນຈາກ ສະຫະພັນກີລາລົດຖີບແຫ່ງຊາດລາວ ໄດ້ອອກແຈ້ງການເຊີນບັນດາທ່ານນັກຂີ່ລົດຖີບໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນລົດຖີບ ລາຍການ LCF Championship 2022 ເພື່ອຄັດເລືອກນັກກີລາທິມຊາດ ເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ໃນປີນີ້. ສໍາລັບເງື່ອນໄຂຂອງນັກກີລາທີ່ເຂົ້າຮ່ວມ:…
ນວ ກຽມຈັດແຂ່ງຂັນບານເຕະ ລະດັບລີກ 2 ຕົ້ນເດືອນມີນາ 2022
ສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ນວ) ຂໍຖືເປັນກຽດແຈ້ງມາຍັງອົງການຈັດຕັ້ງພາກລັດ ພາກເອກະຊົນ ແລະ ບັນດາສະໂມສອນບານເຕະ ໃນລະດັບລີກ 2 ເຂົ້າຮ່ວມແຂ່ງຂັນບານເຕະຊາຍ 11 ຄົນ ທົ່ວ ນວ ເຊິ່ງຈະໄດ້ຈັດຂຶ້ນໃນເດືອນຕົ້ນເດືອນມີນາ 2022…