ອົບຮົມບົດບາດຍິງ-ຊາຍ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

    ແຜນງານ CEGGA-GIZ ລາວ ແມ່ນແຜນງານທີ່ໄດ້ຮັບທຶນສະໜັບສະໜູນຈາກຄູ່ຮ່ວມງານເອີຣົບ ສະຫະພາບເອີຣົບ ປະເທດເຢຍລະມັນ ແລະ ປະເທດສະວິດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບຄວາມສະດຸ້ງໄວຕໍ່ບົດບາດຍິງ-ຊາຍ ໃນວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ແກ່ພະນັກງານກະຊວງ ແລະ ສະຖາບັນການເມືອງ ແລະ ປົກຄອງແຫ່ງຊາດ ທີ່ເຮັດໜ້າທີ່ຮັບຜິດຊອບວຽກງານຝຶກອົບຮົມວຽກງານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃນວັນທີ 27-28 ມັງກອນ 2022 ຜ່ານລະບົບອອນລາຍ ໂດຍເປັນປະທານຮ່ວມຂອງ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ກະຊວງຍຸຕິທຳ ແລະ ເປັນທານຮ່ວມໂດຍທ່ານ Erik Häggqvist ຫົວໜ້າໜ່ວຍງານ ແຜນງານ ເຊກາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ກອງປະຊຸມຝຶກອົບຮົມຄັ້ງນີ້ ມີຈຸດປະສົງແນໃສ່ເພື່ອຍົກລະດັບຄວາມສະດຸ້ງໄວຕໍ່ບົດບາດຍິງ-ຊາຍໃນວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ນັກໄກ່ເກ່ຍ ກ່ຽວກັບຍຸດທະສາດ ແລະ ວິທີການປະຕິບັດທີ່ຖືກຕ້ອງ ແລະ ສິ່ງທ້າທາຍຕ່າງໆກ່ຽວກັບກັບບັນຫາຕິດພັນກັບບົດບາດຍິງ-ຊາຍ ໃນຂະບວນການໄກ່ເກ່ຍຂໍ້ຂັດແຍງຂັ້ນບ້ານ ກອງປະຊຸມຝຶກອົບຮົມນີ້ ຖືກອອກແບບເພື່ອໃຫ້ມີການຕອບໂຕ້ ຫຼື ສະດຸ້ງໄວຕໍ່ບັນຫາບົດບາດຍິງ-ຊາຍ ໂດຍການນໍາໃຊ້ກໍລະນີສຶກສາທີ່ເກີດຂຶ້ນຈິງ ເພື່່ອນຳເອົາບົດຮຽນນີ້ໄປຜັນຂະຫຍາຍສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກວຽກໄກ່ເກ່ຍໃຫ້ສາມາດນຳໄປຝຶກອົບຮົມໃຫ້ຜູ້ອື່ນຕໍ່ໄປ.

error: Content is protected !!