ການເຄື່ອນໄຫວວຽກງານຄະນະ ສສຊ ມີຜົນສຳເລັດຫຼາຍດ້ານ

   ກອງປະຊຸມປະຈຳປີ 2021 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 31 ມັງກອນ 2022 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ປະທານສະພາປະຊາຊົນ ນວ ມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາ ສສຊ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທານແຜນການປະຈຳປີ 2022 ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງ ຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 1  ນວ ເຊິ່ງ1 ປີຜ່ານມາ ຜ່ານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ທີ່ໄດ້ສຸມໃສ່ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອສູງ ໄດ້ເຮັດໃຫ້ເຄື່ອນໄຫວວຽກງານມີຜົນສຳເລັດຫຼາຍດ້ານເປັນຕົ້ນ ການຕົກລົງບັນຫາສຳຄັນພື້ນຖານຂອງ ນວ ຄະນະ ສສຊ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຮ່ວມກັບສະພາປະຊາຊົນ ນວ ໂດຍໄດ້ເຂົ້າຮ່ວມປະກອບຄຳຄິດເຫັນຕໍ່ບັນດາເນື້ອໃນທີ່ເປັນບັນຫາພື້ນຖານສໍາຄັນຂອງນະຄອນຫຼວງ ແລະ ຕັ້ງຄຳຊັກຖາມ ຕໍ່ທ່ານເຈົ້າຄອງ ຮອງເຈົ້າຄອງ ແລະ ບັນດາພະແນກການ ເພື່ອມີຄໍາເຫັນຊີ້ແຈງຕໍ່ກອງປະຊຸມຄັ້ງປະຖົມມະລຶກ ແລະ ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ  ນວ ໃນນີ້ ສສຊ ທີ່ຄວບເປັນສະມາຊິກສະພາປະຊາຊົນ (ສສ ນວ) 10 ທ່ານ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ຮ່ວມກັບບັນດາທ່ານ ສສນວ ເພື່ອລົງຄະແນນສຽງຮັບຮອງເອົາບັນຫາສໍາຄັນຂອງນະຄອນຫຼວງ ເຊິ່ງສາມາດຮັບຮອງອອກເປັນມະຕິກອງປະຊຸມ ສະພາປະຊາຊົນ ນວ ທັງໝົດ 20 ສະບັບ. 

   ນອກຈາກນີ້ ສສຊ 64 ທ່ານ ຍິງ 2 ທ່ານ ທີ່ເປັນຄະນະປະຈຳ ສະພາປະຊາຊົນ ນວ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ ໂດຍສະເພາະການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງນະຄອນຫຼວງ ໃນເວລາທີ່ບໍ່ໄດ້ດຳເນີນກອງປະຊຸມສະພາປະຊາຊົນ ຜ່ານລະບອບປະຊຸມປະຈຳເດືອນຂອງຄະນະປະຈໍາ ສະພາປະຊາຊົນໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ວຽກງານພາຍໃນຂອງສະພາປະຊາຊົນ ແລະ ວຽກງານຂົງເຂດຕຸລາການ 37 ເນື້ອໃນ ໃນນີ້ ວຽກງານຂອງອົງການປົກຄອງນະຄອນຫຼວງ 5 ເນື້ອໃນ ວຽກງານຂົງເຂດຕຸລາການ 2 ເນື້ອໃນ ແລະ ວຽກງານພາຍໃນສະພາປະຊາຊົນ 30 ເນື້ອໃນ ໃນນັ້ນ ໄດ້ຮັບຮອງອອກເປັນມະຕິ ຂອງຄະນະປະຈໍາ ສະພາປະຊາຊົນ ນວ 23 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວວຽກງານ ແລະ ອື່ນໆ.

     ກອງປະຊຸມຄັ້ງນີ້ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ພິຈາລະນາ ແລະ ຮັບຮອງບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ແຜນການເຄື່ອນໄຫວວຽກງານ ຮອດປີ 2025 ຂອງຄະນະ ສສຊ  ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1  ນວ ຮັບຟັງການລາຍງານ ປະກອບຄໍາຄິດເຫັນ ແລະ ຊີ້ແຈງກ່ຽວກັບ ໂຄງການພັດທະນາເມືອງທັນສະໄໝ (Smart City) ລາຍງານ ແລະ ຊີ້ແຈງ ກ່ຽວກັບໂຄງການ ພັດທະນາ ເຂື່ອນໄຟຟ້າອາເນກປະສົງຂະໜາດນ້ອຍ 5 ເມກະວັດ (5 MW) ນໍ້າສັງ ບ້ານວັງມ້າ ເມືອງສັງທອງ  ນວ.

   ພິເສດໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ໄຊສົມພອນ ພົມວິຫານ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນວ ໃນການເຄື່ອນໄຫວວຽກງານຕໍ່ໜ້າໃຫ້ມີຜົນສຳເລັດຍິ່ງຂຶ້ນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!