ກອງປະຊຸມວຽກງານຍຸຕິທຳປະຈຳປີ 2021

    ກອງປະຊຸມວຽກງານຍຸຕິທຳປະຈຳປີ 2021 ຮູບແບບທາງໄກ ຈັດຂຶ້ນວັນທີ 31 ມັງກອນ 2022 ທີ່ກະຊວງຍຸຕິທຳ ເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນນຕີກະຊວງຍຸຕິທຳ ມີຮອງລັດຖະມົນຕີ ຫົວໜ້າ ຮອງຫົວໜ້າຫ້ອງການ ບັນດາກົມ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະຖາບັນຍຸຕິທໍາແຫ່ງຊາດ ບັນດາສາຂາສະພາທະນາຍຄວາມແຫ່ງ ສປປ ລາວ ຫົວໜ້າພະແນກສັງກັດບັນດາກົມ ແລະ ທຽບເທົ່າ ຫົວໜ້າ ຮອງຫົວໜ້າ ແລະ ຫົວໜ້າຂະແໜງປະຈຳພະແນກຍຸຕິທໍານະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ. 

    ກອງປະຊຸມທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ປະຈຳປີ 2021 ແລະ ທິດທາງແຜນການຈຸດສຸມສຳລັບປີ 2022 ເຊິ່ງຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ເປັນຕົ້ນ ການສຶກສາອົບຮົມການເມືອງ-ນຳພາແນວຄິດ ເຫັນວ່າຖັນແຖວສະມາຊິກພັກ ພະນັກງານ-ລັດຖະກອນຂະແໜງການຍຸຕິທຳສ່ວນຫຼາຍມີຄວາມຮັບຮູ້ ເຂົ້າໃຈ ກຳແໜ້ນ ແລະ ເປັນເອກະພາບສູງຕໍ່ແນວທາງ ນະໂຍບາຍຂອງພັກ ກົດໝາຍ ແລະ ລະບຽບການຂອງລັດ ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ພາຍໃນມີຄວາມສາມັກຄີເປັນປຶກແຜ່ນ ເຊິ່ງສາມາດປະຕິບັດພາລະບົດບາດເປັນເສນາທິການໃຫ້ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບວຽກງານສ້າງ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ການໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ແກ່ພົນລະເມືອງ ການບໍລິການກົດໝາຍ ແລະ ຍຸຕິທຳ ການສ້າງບຸຄະລາກອນທາງດ້ານກົດໝາຍ ເຮັດໃຫ້ຖານະບົດບາດຂອງຂະແໜງຍຸຕິທຳໄດ້ຮັບການຍົກສູງຂຶ້ນຕື່ມອີກບາດກ້າວໜຶ່ງ ນອກນັ້ນ ກອງປະຊຸມຄັ້ງນີ້ ໄດ້ລົງເລິກບາງວຽກງານວິຊາສະເພາະເຊັ່ນ: ການສ້າງ ແລະ ປັບປຸງກົດໝາຍ ການໂຄສະນາເຜີຍແຜ່ກົດໝາຍ ວຽກງານຍຸຕິທຳຮາກຖານຕິດພັນກັບວຽກງານ 3 ສ້າງ ເປັນຕົ້ນ 5 ກິດຈະກຳວຽກງານຍຸຕິທຳຮາກຖານ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ການປັບປຸງກົງຈັກການຈັດຕັ້ງຂອງຂະແໜງ ການຍຸຕິທຳ.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!